ອິນ​ໂດ​ເນ​ເຊຍ​ເກີດ​ອຸປະຕິ​​ເຫດ​ກ່ຳ​ປັ່ນ​ໂດຍສານ​ລົ້ມ​ຈົມ ຢ່າງ​ໜ້ອຍມີ 10 ຄົນ​ເສຍ​ຊີວິດ

(GMT+08:00) 2008-12-29 19:18:43 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ໜັງສືພິມ"ຈາກາກ​ຕາ ​ໂພສດ໌"ສະບັບ​ວັນ​ທີ 29 ທັນວາ​ນີ້​​​ແຈ້ງ​ຂ່າວ​ວ່າ,ຕອນ​ເຊົ້າ​ວັນ​ທີ 29 ທັນວາ​ນີ້,ຢູ່​ທະ​ເລ​ໃກ້​ກັບລີ​ສອດແຄມ​ທະ​ເລ​ທີ່ຢູ່​ເປ​ມາລາ​ງ​ແຂວງ​ຈາ​ວາ​ກາງ​ອິນ​ໂດ​​ເນ​ເຊຍ,​ໄດ້​ເກີດ​ອຸປະຕິ​ເຫດ​ກ່ຳ​ປັ່ນ​ໂດຍສານ​ລົ້ມ​ຈົມ,ຢ່າງ​ໜ້ອຍ​ມີ 10 ຄົນ​ເສ​ຍຊີວິດ.

ຂ່າວ​ນຳ​ເອົາ​ຄວາມ​​ເວົ້າ​ຂອງ​ຜູ້​​ເຫັບ​ກັບ​ຕາ​ມາ​ແຈ້ງວ່າ,ກ່ຳ​ປັ່ນ​ທີ່​ລົ້ມ​ຈົມບັນທຸກ​ຜູ້​ໂດຍສານ​​ເກີນ 30 ຄົນ,​ໃນ​ເວລາ​ເດີນ​ເຮືອ​,ຖືກ​ຟອງ​ທະ​ເລ​​ໂຄ່ນລົ້ມ​​ແລ້ວ​ຈົມ.ໃນ​ເວລາ​ເກີດ​ອຸປະຕິ​ເຫດ,ຢູ່​ເທິງ​ທະ​ເລ,ມີ​ລົມ​ແລະຟອງທະ​ເລ​ແຮງ​ຫຼາຍ,​​ສະ​ນັ້ນ,ວຽກ​ງານກອບ​ກູ້​ໄດ້​ຖືກ​ກະທົບ.

ຜູ້​ກອບ​ກູ້​ໄດ້​ຊອກ​ພົບ​ສົບຂອງ​ຜູ້​​ເສຍ​ຊີວິດ 10 ຄົນ,​ໃນ​ນັ້ນ,ມີ​ແມ່ຍິງ​ແລະ​ເດັກນ້ອຍ,​ແຕ່​ປະຈຸ​ບັນ,ຍັງບໍ່​ຮູ້ຖານະ​ຂອງ​ຜູ້​ເສຍ​ຊີວິດ​ເຫຼົ່າ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>