ລັດຖະບານ​ຊຸດ​ໃໝ່​ຂອງ​ໄທ​ພົບກັບ​ການ​ປະ​ທ້ວງ​ຂອງ​ກຸ່ມ​ເສື້ອ​ແດງ

(GMT+08:00) 2008-12-30 16:40:00 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI, ​ແຕ່ກ່ອນ​ລັດຖະບານ​ຊຸດ​ໃໝ່​ຂອງ​ໄທ​ຕົກລົງຈັດ​ກອງ​ປະຊຸມ​ປະສົມວຸດ​ທິສະພາ​ແລະ​ສະພາ​ຜູ້​ແທນ​ລາດ​ຊະ​ດອນ​ໃນ​ວັນ​ທີ29ທັນວາ​ນີ້​ເພື່ອຖະ​ແຫຼ​ງນະ​ໂຍບາຍ​ຂອງ​ລັດຖະບານ, ​ແຕ່​ຍ້ອນ​ຜູ້​ປະ​ທ້ວງ​ຕ້ານ​ລັດຖະບານ​ໄດ້​ປິດ​ລ້ອມຕຶກ​ລັດຖະສະພາ, ກອງ​ປະຊຸມ​ຈຶ່ງ​ຈຳ​ເປັນ​ຕ້ອງ​ເລື່ອນ​​ເວລາ​. ​ເທື່ອ​ນີ້​ຜູ້​ປິດ​ລ້ອມ​ຕຶກລັດ​ຖະສະ​ພາ​ແມ່ນ​ກຸ່ມເສື້ອ​ແດງ​ທີ່ສະໜັບ​ສະໜູນ​ທ່ານ​ທັກສິນ ຊິນນະ​ວັດ ອະດີດ​ນາ​ຍົກ​ລັດຖະມົນ​ຕີ​ໄທ, ​ເຂົາ​ເຈົ້າ​ຈັດການ​ປະ​ທ້ວງ​ພາຍ​ໃຕ້ການ​ນຳພາ​ຂອງ​ກຸ່ມ​​ແນວ​ໂຮມ​ປະຊາ​ທິປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ, ຮຽກຮ້ອງ​​ໃຫ້​ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ນາຍົກ​ລັດ​ຖະ​ມົນຕີ​ໄທ​ຍຸບ​ສະພາ, ​ແລະ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄືນ​ໃໝ່.

ປະຈຸບັນ, ຜູ້​ປະ​ທ້ວງ​ຍັງ​​ແນ​ໃສ່​ທ່ານ​ກະ​ສິດ ພິລົມ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຜູ້​ໃໝ່​ຂອງ​ໄທ. ​​ເພາະໃນ​ຫຼາຍ​ເດືອນ​ທີ່​ຜ່ານ​ມາ, ທ່ານ​ກະ​ສິດ​ເຄື່ອນ​ໄຫວ​ຢ່າງຟົດ​ຟື້ນ​ທີ່​ສຸດ​ໃນ​ການປະ​ທ້ວງຕ້ານ​ລັດຖະບານ​ຂອງ​ກຸ່ມ​ພັນທະ​ມິດ​ປະຊາຊົນ​ເພື່ອ​ປະຊາທິປະ​ໄຕຫຼື​ກຸ່ມ​ເສື້ອ​ເຫຼືອງ, ​ແລະ​ເຄີຍ​ສະໜັບ​ສະ​ໜູນ​ການ​ກະທຳ​ຂອງ​ກຸ່ມດັ່ງ​ກ່າວທີ່​ຍຶດສະໜາມ​ບິນຢ່າງ​ເປີດ​ແປນ. ກຸ່ມ​ແນວ​ໂຮມ​ປະຊາ​ທິປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ເຫັນ​ວ່າ, ທ່ານ​ກະ​ສິດ​ດຳລົງ​ຕຳ​ແໜ່ງ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ, ສະ​ແດງ​ໃຫ້​ເຫັນ​ວ່າ, ລັດຖ​ະບານທີ່​ນຳ​ໂດຍ​ພັກ​ປະຊາ​ທິປັດ​ແມ່ນ​"ລັດຖະບານ​ຂອງ​ກຸ່ມ​ພັນທະ​ມິດປະ​ຊາຊົນ​ເພື່ອ​ປະຊາທິປະ​ໄຕ" ​ແລະ "ລັດຖະບານ​ຂອງ​ພວກ​ກໍ່​ການ​ຮ້າຍ". ມື້​ດຽວ​ກັນ, ພັກ​ເພື່ອ​ແຜ່ນດິນ ພັກ​ຝ່າຍ​ຄ້ານ​ສຳຄັນ​ໃນລັດ​ຖະສະ​ພາ​ໄທ​ກໍ່​ຍື່ນ​ຄຳ​ຟ້ອງ​ຟ້ອງ​ທ່ານ​ກະ​ສິດ​ຕໍ່​ສານ.

ທີ່​ຈິງ​ແລ້ວ, ການ​ກະທຳ​ຂອງ​ກຸ່ມ​​ແນວ​ໂຮມ​ປະຊາ​ທິປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ທີ່ປິດ​ລ້ອມ​ລັດຖະ​ສະພາ​ແມ່ນ​ຄື​ກັນ​ກັບ​ຍຸດ​ໂທ​ບາຍ​ຂອງ​ກຸ່ມ​ພັນທະ​ມິດ​ປະຊາ​ຊົນ​ເພື່ອ​ປະຊາທິປະ​ໄຕ​ຫຼື​ກຸ່ມ​ເສື້ອ​​ເຫຼືອງ​ເມື່ອສອງ​ເດືອນ​ກ່ອນ. ພັກ​ປະຊາ​ທິປັດ​ຂຶ້ນ​ກຳ​ອຳນາດ​​, ກໍປະ​ເຊີນ​ກັບ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະ​ບານ​ຢ່າງຂະ​ໜາດ​ໃຫຍ່ກ່ອນ​ເພິ່ນ, ສິ່ງ​ທີ່​ຕ່າງ​ກັນນັ້ນ​ແມ່ນ, ​ເທື່ອ​ນີ້​ຜູ້​ປະ​ທ້ວງ​ຕາມ​ຖະ​ໜົນຫົນ​ທາງ​ແມ່ນ​ກຸ່ມ​ເສື້ອ​ແດງ​ທີ່​ສະໜັບ​ສະໜູນ​​ທັກສິນ. ​ໃນ​ຫຼາຍ​ປີ​ມາ​ນີ້, ຄວາມ​ຂັດ​ແຍ່ງ​ດ້ານ​ການ​ເມືອງ​ຂອງ​ໄທ​ແມ່ນ​ໝູນ​ອ້ອມບັນຫາ​ຈະ"​ເອົາທັກ​ສິນຫຼື​ບໍ່​". ​ເຖິງ​ວ່າ​ປະຈຸ​ບັນ​ອິດ​ທິພົນ​ຂອງ​ທ່ານ​ທັກສິນ​ຕົກ​ຕ່ຳ, ​ແຕ່​ປະຊາຊົນ​ຈຳນວນ​ຫຼວງ​ຫຼາຍ​ຍັງ​ບໍ່​ໄດ້​ລືມ​ທ່ານ​ທັກສິນ ຊິນນະ​ວັດ ອະດີດ​ນາຍົກ​ລັດຖະ​ມົນຕີ​ທີ່​ປະຕິບັດ​ນະ​​ໂຍບາຍ​ປະຊາ​ນິຍົມ​ແລະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງມາ​ໃຫ້​​ປະຊາຊົນ​ຜູ້​ທຸກ​ຍາກ. ສະ​ນັ້ນ​ການ​ປະ​ທ້ວງ​ຂອງກຸ່ມ​ເສື້ອ​ແດງ​ຈຶ່ງບໍ່​ແມ່ນ​ບໍ່​ມີສັນຍານ​ລ່ວງ​ໜ້າ.

ນັກວິ​ເຄາະ​ເຫັນ​ວ່າ, ການ​ຕໍ່ຕ້ານ​ຂອງ​ກຸ່ມ​ເສື້ອ​ແດງ​ໄດ້​ສະ​ແດງ​ສຽງ​ຂອງ​ປະຊາຊົນ​ທີ່​ທຸກ​ຍາກ​ແທ້​ໆ, ​ແຕ່​ວ່າ​ເຂົາ​ເຈົ້າ​ບໍ່​ອາດ​ຈະ​ດຳ​ເນີນ​ການ​ປະ​ທ້ວງ​ຕາມ​ຖະ​ໜົນ​ເປັນ​ເວລາ​ຫຼາຍ​ເດືອນ​ຄື​ກຸ່ມ​ພັນທະ​ມິດ​ປະຊາຊົນ​ເພື່ອ​ປະຊາ​ທິປະ​ໄຕ. ຖ້າ​ລັດຖະບານ​ອະພິສິດ​ສືບ​ຕໍ່​ໃຊ້​ນະ​ໂຍບາຍ​ປະຊານິຍົມ​ຄື​ລັດ​ຖະ​ບານ​ທັກສິນ, ​ແລະ​ຫຼີກ​ເວັ້ນການ​ປະ​ທະ​ກັນ​ໂດຍ​ກົງ​ກັບ​ກຸ່ມ​ເສື້ອ​ແດງ​ແລ້ວ, ການ​ປະ​ທ້ວງ​ຂອງ​ກຸ່ມ​ເສື້ອ​ແດງ​ກໍ່​ຈະ​ໝົດໄປ​ເອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>