ທ່ານ​ຫງຽວນ​ເຕິ​ນຢຸງ ນາຍົກ​ຫວຽດນາມ​ຕ້ອນຮັບທ່ານ​ອູ​ຕ້າ​ເຫວີ​ຍ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ

(GMT+08:00) 2008-12-30 18:23:26 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 29 ທັນວາ​ນີ້,ຢູ່​ຮາ​ໂນ​ຍ,ທ່ານ​ຫງຽວນ​ເຕິນຢຸງ ນາຍົກລັດຖະມົນຕີຫວຽດນາມ​ໄດ້ຕ້ອນຮັບ​ທ່ານ​ອູ​ຕ້າ​ເຫວີຍ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ໄປ​ເຂົ້າຮ່ວມ​ການ​ພົບ​ປະລະ​ຫວ່າງ​ຫົວໜ້າ​ຄະນະ​ຜູ້​ແທນເຈລະຈາຊາຍ​ແດນຂອງ​ລັດຖະບານ​ຈີນ​ຫວຽດນາມ.

ທ່ານຫງຽວນ​ເຕິ​ນຢຸງກ່າວ​ວ່າ,ພັກ​ແລະ​ລັດຖະບານ​ຫວຽດນາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ການ​ຂະຫຍາຍ​ການ​ພົວພັນ​ກັບ​ຈີນ,ຈະ​ພະຍາຍາມ​ເພີ່ມ​ເນື້ອ​ໃນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ​ຈີນ​ຢ່າງ​ເຕັມທີ່,ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.

ທ່ານ​ອູ​ຕ້າ​ເຫວີ​ຍກ່າວ​ວ່າ,ຈີນ​ຫວຽດນາມ​ຄວນ​ພະຍາຍາມ​ຕໍ່​ໄປ,ສຳ​ເລັດວຽກ​ງານ​ສຳ​ຫຼວດ​ເສັ້ນ​ຊາຍ​ແດນ​ຢ່າງຮອບດ້ານ,​ເພື່ອ​ຊຸກຍູ້​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ,ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍ​ລົງ​ສູ່​ລວງ​ເລິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>