ປະຊາ​ຄົມ​ໂລກ​ເ​ປັນ​ຫ່ວງ​ຢ່າງ​ສູງ​ຕໍ່​ສະ​ຖາ​ນະ​ການ​ປາ​ເລັສ​ຕີສ​ອິສ​ລະ​ແອນ​ຮຸນ​ແຮງ​ຂຶ້ນ

(GMT+08:00) 2009-01-04 17:13:13 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI: ຫຼັງ​ຈາກທະຫານ​ອິສລະ​ແອນ​ໂຈມ​ຕີ​ເຂດ​ກາຊາ​ທາງ​ໜ້າດິນ​ໃນຕອນ​ຄ່ຳວັນ​ທີ3ມັງກອນ​ນີ້​ແລ້ວ,ປະຊາ​ຄົມ​ໂລກ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງສູງ.

ຕອນ​ຄ່ຳວັນ​ທີ3ມັງກອນ​​ເວລາ​ທ້ອງ​ຖິ່ນ,ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຈັດກອງ​ປະຊຸມພາຍ​ໃນ​ກ່ຽວ​ກັບ​ສະຖານະ​ການ​​​ເຂດ​ກາຊາຮຸນ​ແຮງ​ຂຶ້ນ​ຕື່ມ,​ແຕ່​ບໍ່​ໄດ້​ຮັບ​ຜົນ​ຫຍັງ.ຫຼັງ​ກອງ​ປະຊຸມ,ທ່ານ​ລີ​ເພ​ວ ​ປະ​ເທດປະທານ​ໝູນວຽນ​ປະຈຳ​ເດືອນ​ນີ້​ຂອງ​ສະພາ​ຄວາມ​ໝັ້ນຄົງ ຜູ່​ຕາງໜ້າ​ຝຣັ່ງປະຈຳ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ,ຜູ່​ຕາງໜ້າ​ຂອງ​ບັນດາ​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​​ເປັນ​ຫ່ວງ​ທີ່​ສຸດ​ຕໍ່​ການ​ປະ​ທະ​ກັນ​ຢູ່​ກາຊາທີ່​ຮຸນ​ແຮງ​ຂຶ້ນ,ຫວັງ​ວ່າ​ຝ່າຍຕ່າງໆ​ທີ່​ປະ​ທະ​ກັນຈົ່ງ​ຢຸດ​ຍິງ​ໃນ​ທັນທີ.

ຕອນ​ເຊົ້າມື້​ດຽວ​ກັນ ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຖະ​ແຫຼ​ງການ,ຮຽກຮ້ອງ​ອີກ​ຄັ້ງໜຶ່ງ​ໃຫ້​ປາ​ເລັສຕີນ​ແລະ​ອິສລະ​ແອນຢຸດຕິທຸກຄວາມ​ຮຸນ​ແຮງ,​ແລະ​ຮຽກຮ້ອງອິສລະ​ແອນ​​ໃຊ້​ຄວາມ​ສາມາດ​ທຸກ​ຢ່າງ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ແລະ​ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ບໍ່​ຖືກ​ກະທົບກະ​ເທືອ​ນ.

ວັນ​ທີ3ມັງກອນ​ນີ້ ທ່ານ​ຊີ​ນ ​ແມັກ​ໂຄ​ມັກ ​ໂຄສົກ​ກະຊວກງານ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຖະ​ແຫຼ​ງສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງຕໍ່​ສະພາບ​ການດ້ານ​ມະນຸດສະທຳ​ຂອງ​ເຂດ​ກາຊາ,​ແລະ​ຮຽກຮ້ອງ​ໃຫ້​ອິສລະ​ແອນ​ຕ້ອງ​ຫຼີກ​ເວັ້ນບໍ່​ເຮັດ​ໃຫ້​ປະຊາຊົນຜູ່​ບໍ່ມີ​ໂທດ​ຫຍັງ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ​ໃນ​ການປະຕິບັດທາງ​ການ​ທະຫານ.

ມື້​ດຽວ​ກັນ ທ່ານ​ເຄ​ເຣີ ສວາ​ເຊິ​ນ​ເບີກ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສາທາລະນະ​ລັດ​ເຊັກ ປະ​ເທດ​ປະທານ​ໝູນວຽນຂອງ​ສະຫະພາບ​ເອີ​ລົບ​ໄດ້​ຮຽກຮ້ອງ​ໃຫ້ສະໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​​ໃຫ້​ເຂດ​ກາຊາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>