ນາຍົກ​ໄທ​ຮຽກ​ຮ້ອງ​ໃຫ້​ປະຊາ​ຊົນ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ໃຫ້​ດີ

(GMT+08:00) 2009-01-04 17:39:42 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 3 ມັງກອນ​ນີ້,ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ນາຍົກລັດຖະມົນຕີ​ໄທ​ຮຽກ​ຮ້ອງ​ໃຫ້​ປະຊາຊົນຮ່ວມ​ກັນ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 14 ​ພ້ອມ​ດ້ວຍກອງ​ປະຊຸມ​ຕ່າງໆທີ່​ກ່ຽວຂ້ອງ​ໃຫ້​ດີ.

ທ່ານ​ອະພິ​ສິດ​ຊີ້​ອອກ​ວ່າ,ການ​ຈັດ​ກອງ​ປະຊຸມ​ເທື່ອ​ນີ້​ໃຫ້​ດີ​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ຟື້ນ​ຟູ​ຄວາມ​ໝັ້ນ​ໃຈຂອງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ທີ່​ມີ​ຕໍ່​ໄທ.ທ່ານ​ກ່າວ​ວ່າ,​ໄທ​ຈະ​ພະຍາຍາມ​ຮັບປະກັນ​ໃຫ້​ກອງ​ປະຊຸມ​ຈັດ​ຂຶ້ນ​ດ້ວຍ​ດີ,​ໂດຍ​ສະ​ເພາະ​ແມ່ນການ​ຮັກສາ​ຄວາມປອດ​ໄພ​ໃນ​ໄລຍະ​ກອງ​ປະຊຸມ​ໃຫ້​ດີ.

ກ່ອນ​ນີ້,ມີ​ຂ່າວ​ແຈ້ງວ່າ,"ກຸ່ມ​​ເສື້ອ​ແດງ"ທີ່​ສະໜັບສະໜູນ​ທ່ານ​ທັກສິນ ຊິນນະ​ວັດ​ກຽມ​ໂຮມ​ຊຸມນຸມ​ປະ​ທ້ວງ​ຕໍ່ຕ້ານລັດຖະບານ​ຊຸດ​ປະຈຸ​ບັນ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ເທື່ອ​ນີ້​ພ້ອມ​ດ້ວຍ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>