ທ່ານ​ນີ​ໂຄ​ລາ​ສ ຊາ​ໂກ​ຊີ​ຈະ​ໄປ​ຕາ​ເວັນ​ອອກ​ກາງ​ເພື່ອ​ໄກ່​ເກ່ຍ

(GMT+08:00) 2009-01-05 17:44:56 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວcri:ປີ2​009,​​ສາທາ​ລະນະ​ລັດເຊັກ​ຮັບ​ໜ້າ​ທີ່​ເປັນປະ​ເທດ​ປະທານ​ໝູນວຽນ​ສະຫະ​ພາບ​ເອີ​ລົບ​ແທນ​ຝະລັ່ງ.​ພ້ອມ​ກັນນັ້ນ,ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ແລັສຕີນ​ກັບ​ອິສຣາ​ແອນຢູ່​ເຂດ​ກາຊາ​ຮຸນ​ແຮງ​ຂຶ້ນ.ທີ່​ຈິງ​ແລ້ວ ຝະລັ່ງ​ກໍ່ສາມາດ​ຖິ້ມ​ບັນຫາ​ປາ​ແລັສຕີນ​ອິສຣາ​ແອນທີ່​ຫຍຸ້ງ​ຍາກ​ນີ້​ໄວ້​ໃຫ້​ສ.ເຊັກ,​ແຕ່​ປະທາ​ນາທິ​ບໍດີ​ຝະລັ່ງ​ຄື​ທ່ານນີ​ໂຄ​ລາສ ຊາ​ໂກ​ຊີຍັງ​ຈະ​ໄປ​ໄກ່​ເກ່ຍຢູ່​ຕາ​ເວັນ​ອອກ​ກາງ,​ເພື່ອ​ຫວັງ​ຂະຫຍາຍ​ບົດ​ບາດ​ໃຫ້ຫຼາຍ​ກວ່າ​ເກົ່າ​ຢູ່​ຕາ​ເວັນ​ອອກ​ກາງ.

ວັນ​ທີ4ມັງກອນ​ນີ້ ​ໃນ​ເວ​ລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຝະລັ່ງ ທ່ານ​ອີຣິກ ​ໂວ​ເອີ​ດທ໌ ລັດຖະມົນຕີ​ວ່າການ​ກະຊວງ​ງົບປະມານ​ຝະລັ່ງກ່າ​ວວ່າ,​ເນື່ອງ​ຈາກ​ອິສຣາ​ແອນ​ເລີ່​ມໂຈມ​ຕີທາງ​ໜ້າດິນ​ຕໍ່​ເຂດ​ກາຊາ,​ທ່ານນີ​ໂຄ​ລາສ ຊາ​ໂກຊີຈຶ່ງ​ຈະ​ໄປ​ຢ້ຽມຢາມ​ໂດຍບໍ່​ວາງ​ແຜນ​ໄວ້​ລ່ວງ​ໜ້າ.ທ່ານ​ອີຣິກ​ໂວ​ເອີ​ດທ໌​ໄດ້​ກ່າວ​ຢ້ຳຫຼັກ​ໝັ້ນຂອງ​ຝະລັ່ງ​ທີ່​ມີ​ຕໍ່​ການ​ປະ​ທະ​ກັນ​ເທື່ອ​ນີ້.ທ່ານ​ກ່າວ​ວ່າ,ດ້ານ​ໜຶ່ງ ຝະລັ່ງ​ກ່າວ​ປະນາມການ​ທີ່​ຮາ​ມາສຍິງ​ຈະ​ຫຼວດ​ໃສ່​ດິນ​ແດນ​ອິສຣາ​ແອນ,ອີກ​ດ້ານ​ໜຶ່ງ ຝະລັ່ງ​ກໍ່ບໍ່​​ເຫັນ​ດີ​ທີ່​ອິສຣາ​ແອນ​​ໂຈມ​ຕີທາງ​ໜ້າດິນ​ຕໍ່​ເຂດ​ກາຊານັບ​ແຕ່​ວັນ​ທີ3​ມັງ​ກອນ​ມາ​ນີ້.

ນັກວິ​ເຄາະ​ເຫັນ​ວ່າ,ທ່ານນີ​ໂຄລາສ ຊາ​ໂກ​ຊີ​ຮູ້​ດີ​ວ່າການ​ຢ້ຽມ​ຢາ​​ມ​ເທື່ອ​ນີ້​ຈະ​ໄດ້​ຮັບຜົນ​ດີ​ແມ່ນ​ຍາກ​ຫຼາຍ​,​ແຕ່​ຍັງຍຶດໝັ້ນ​ຈະ​ໄປ​ຢ້ຽມ​ຢາມ,ສາ​ເຫດ​ຕົ້ນຕໍ​ແມ່ນ​ຝະລັ່ງ​ເຫັນ​ວ່າ​ຕ້ອງ​​ເຂົ້າ​ໄປ​ພົວພັນ​ກັບ​ບັນຫາຕາ​ເວັນ​ອອກ​ກາງ,​ເພື່ອ​ເພີ່ມ​ບົດ​ບາດອິດ​ທິພົນ​ຢູ່​​ພາກ​ພື້ນ​ນີ້.​ເນື່ອງ​ຈາກ​ທຳ​ນຽບ​ຂາວ​ຢູ່​ໃນ​ໄລຍະ​ມອບ​ຮັບ​ອຳນາດ​​ໃນ​ປະຈຸ​ບັນ,ນະ​ໂຍບາຍ​ຕາ​ເວັນ​ອອກ​ກາງຂອງ​ໂອ​ບາ​ມາ​ຍັງ​ບໍ່​ທັນ​ຈະ​ແຈ້ງ​ປານ​ໃດ.ນີ້​ແມ່ນ​ໂອກາດ​ອັນ​ໜຶ່ງ​ສຳ​ລັບ​ຝະລັ່ງ.​ແຕ່​ວ່າ,ອາດ​ເປັນ​ໄປໄດ້​ຍາກ.

ຍ້ອນ​ວ່າທ່ານນີ​ໂຄ​ລາສ ຊາ​ໂກ​ຊີ​ຖືກ​ສົງ​ໄສ​ວ່າ​ບໍ່​ໄດ້ຕາງ​ໃຫ້​ຝ່າຍ​ໃດ,​ເພາະວ່າ ປະຈຸ​ບັນ,ປະ​ເທດ​ປະທານ​ໝູນ​ວຽນ​ຂອງ​ສະຫະພາບ​ເອີ​ລົບ​ກໍ່ແມ່ນສ.​ເຊັກ.ຜູ້​ແທນ​ຂອງສ.​ເຊັກ​ແລະ​ສະຫະພາບ​​ເອີ​ລົບ​ໄດ້​ເລີ່​ມດຳ​ເນີນ​ການ​ໄກ່​ເກ່ຍທາງ​ການ​ທູດລະ​ຫວ່າງປາ​ແລັສຕີນ​ກັບ​ອິສຣາ​ແອນ.ທ່ານ​ນີ​ໂຄ​ລາສ ຊາ​ໂກ​ຊີ​ໃນ​ຖານະ​ທີ່​ເປັນປະທາ​ນາ​ທິບໍດີ​ຝະລັ່ງຮ່ວມ​ກັບ​​ສະຫະພາບ​​ເອີ​ລົບ-​ເຊັກ​ພ້ອມ​ກັນ​​ປຶກສາ​ຫາລືກັບ​ເອຢິບ ອິສຣາ​ແອນ​ແລະ​ປະ​ເທດ​ອື່ນໆ.​​ແລ້ວໃຜ​ແທ້​ທີ່​ສາມາດ​ຕາງໜ້າ​ສະຫະພາບ​​ເອີ​ລົບ?

ອັນທີ​ສອງ,ບັນຫາ​ປາ​ແລັສຕີນ​ ອິສຣາ​ແອນ​ກໍ່​ແມ່ນ​ບັນຫາ​ທີ່ສັບສົນ​ຫຼາຍ​ຢູ່​​ໃນ​ຝະລັ່ງ.​ຕໍ່ບັນຫາ​ປາ​ແລັສຕີນ​ກັບອິ​ສຣາ​ແອນ,ມີ​ຄວາມ​ເຫັນ​ທີ່​ກົງກັນຂ້າມ​ຢ່າງ​​ຂາດ​ຂັ້ນສອງ​ດ້ານ.ຖ້າ​ທ່ານ​ນີ​ໂຄ​ລາສ ຊາ​ໂກ​ຊີ​ແກ້​ໄຂ​ບໍ່​ໄດ້ດີ,ກໍ່ຄົງ​ຈະ​ເສຍ​ແຮງ​ລ້າໆ.

ອີກ​ອັນ​ໜຶ່ງ,ອາ​ເມ​ລິ​ກາ​ຍັງ​ມີ​ອິດ​ທິພົນ​ຫຼາຍ​ຕໍ່​ການໄກ່​ເກ່ຍ​ບັນຫາປາ​ແລັສຕີນ​ກັບອິ​ສຣາ​ແອນ.​ເນື່ອງ​ຈາກ​ອາ​ເມ​ລິ​ກາ​ໄດ້​ປະຕິ​ເສດຕໍ່ການ​ປະຊຸມ​ສຸກ​ເສີນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ​ວັນ​ທີ3ມັງກອນ​ນີ້​ຈຶ່ງ​ເຮັດ​ໃຫ້​ບໍ່​ມີຄວາມເຫັນ​ທີ່ເປັນ​ເອກະສັນ​ກັນ.

ສະນັ້ນ,ທ່ານ​ນີ​ໂຄ​ລາສ ຊາ​ໂກ​ຊີ​ໄປ​ໄກ່​ເກ່ຍບັນ​ຫາຕາ​ເວັນ​ອອກ​ກາງ​ເທື່ອ​ນີ້​ຈະ​ມີ​ຜົນ​ໜ້ອຍ​ທີ່​ສຸດ,ການ​ທີ່​ທ່ານ​ຫວັງ​ຈັບ​ເອົາ​ໂອກາດ​ນີ້​ເພື່ອ​ເຮັດ​ໃຫ້​ຝະລັ່ງ​ມີ​ບົດບາດ​ອິດ​ທິພົນ​​ເພີ່ມ​ຂຶ້ນຢູ່​​ຕາ​ເວັນ​ອອກ​ກາງ​.ຍັງ​ແມ່ນ​ເລື່ອງ​ທີ່​ຍາກ​ຢູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>