ສະ​ພາບ​ການ​ທີ່​ທໍ​ລະ​ມານ​ຢູ່​ກາ​ຊາ​ຍ້ອນ​ສົງ​ຄາມ

(GMT+08:00) 2009-01-06 16:30:14 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ນັບ​ແຕ່​ອິສຣາ​ແອນ​ລິ​ເລີ່​ມດຳ​ເນີນ​ການ​ເຄື່ອນ​​ໄຫວ​ທາງ​ທະຫານ​ຕໍ່​ກາຊາ​ໃນວັນ​ທີ27​ທັນວາ​ປີ​ກາຍ​ນີ້,ການປະ​ທະ​ກັນ​ທີ່​ຮ້າຍ​ແຮງ​ຂຶ້ນ​ລະຫວ່າງ​ອິສຣາ​ແອນກັບ​ອົງການຮາ​ມາສ​​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນທີ່​ຖືກ​ປິດ​ລ້ອມຢູ່​ກາຊາມາ​ດົນ​ແລ້ວ​ນີ້ຍິ່ງ​ລຳບາກ​ກວ່າ​ເກົ່າ.ຂາດ​ໄຟ​ຟ້າ ຂາດ​ນ້ຳ ຂາດ​ອາຫານ ຂາດ​ແພດ​ຂາດ​ຢາ ຂາດ​ຄວາມ​ປອດ​ໄພ​ແລະ​ອື່ນ​ໆ.ນີ້​ກໍ່​ແມ່​ນ​ສະພາບ​ການ​ຕົວ​ຈິງ​ຂອງ​ເມືອງ​ກາຊາ​ໃນ​ໄລຍະທີ່​ທໍລະ​ມານທີ່​ສຸດ​ຍ້ອນ​ສົງຄາມ.ປະ​ຊາ​ຊົນ​ຢູ່​​ເຂດ​ກາຊາ​ໄດ້​ຜ່ານ​ວັນ​ທີ່​ບໍ່​ມີ​ໄຟຟ້າ​ມາຫຼາຍ​ມື້​​ແລ້ວ.​

ເນື່ອງ​ຈາກ​ສົງຄາມ,​ໂຮງງານ​ຜະລິດ​ໄຟຟ້າ​ທີ່​ຮັບຜິດ​ຊອບ​ການ​ຕອບ​ສະໜອງ​ພະລັງ​​ໄຟຟ້າ​ຂອງ​ເຂດພາກ​ເໜືອ​ກາຊາຈຳ​ເປັນ​ຕ້ອງ​ໃຫ້​ອັດໂຮງງານ​ຍ້ອນ​ເຊື້ອ​ໄຟຟ້າ​ຂາ​ດ​ເຂີນ.ນອກ​ນີ້,ສາຍສົ່ງ​ໄຟຟ້າ​6ສາຍ​ໃນ10​ສາຍທີ່​ຈາກ​ອິສຣາ​ແອນ​ແລະ1​ໃນ2​ສາຍທີ່​ຈາກ​ເອຢິບ,ລ້ວນ​ແຕ່​ໄດ້​ຖືກ​ທຳລາຍ​ຍ້ອນສົງ​ຄາມ.ປະຈຸ​ບັນ,ທຽນ​ໄຂໄດ້​ກາຍ​ເປັນ​ສິນຄ້າ​ທີ່​ຂາດ​ຕະຫຼາດ.​ໃນຕອນ​ກາງຄືນ,ປະ​ຊາ​ຊົນ​ຢ້ານ​​ລະ​ເບີດ​ທີ່​ຈະເຮັດ​ໃຫ້​ແກ້ວ​ແຕກ​ກະຈາຍ​ແລະ​ເຮັດ​ໃຫ້​ຜູ້​ຄົນ​​ໄດ້​ຮັບ​ບາດ​ເຈັບ,ສະ​ນັ້ນ,ປ່ອງ​ຢ້ຽມ​ຂອງ​ເຮືອນ​ປະຊາຊົນ​ລ້ວນ​ແຕ່​ເປີດ​ໄວ້.​ແຕ່​ປະຊາ​ຊົນ​ກໍ່​ຕ້ອງ​ອົດ​ທົນ​ຕໍ່ລົມ​ໜາວ​ທີ່​ພັດ​ມາ​ຈາກ​ທາງ​ນອກ.ປະຈຸ​ບັນ ການ​ສະໜອງ​ໄຟຟ້າ​ຢູ່​ໂຮງ​ໝໍ​ກາຊາ​ມີ​ແຕ່​ມາຈາກ​ຈັກໄຟຟ້າຢູ່​​ໃນໂຮງໝໍ​ທັງໝົດ.​ໃນ​ການ​ປະ​ທະ​ກັນ​ທີ່​ຮ້າຍ​ແຮງ​ທີ່ສຸດ​ທີ່​​ເກີດ​ຂຶ້ນ​ຢູ່​ກາຊາ​ໃນຮອບ​50ປີ​ມາ​ນີ້,ມີ​ຫຼາຍ​ຄົນ​ເສຍ​ຊີວິດ​ແລະ​ໄດ້​ຮັບ​ບາດ​ເຈັບ ​​ເຮັດ​ໃຫ້​ຜ້າພັນ​ບາດ​.ຢາ​ຕ້ານ​ເຊື້ອ ຢາ​ແກ້​ເຈັບ​ປວດ ຢາສັກ​ກັນ​ພະຍາດ​ບາດທະ​ຍັກຢູ່​ໂຮງໝໍ​ກໍ່​ລ້ວນ​ແຕ່​ຂາດ​ເຂີນ​ໜັກ.

ຢູ່ເຂດ​ກາຊາ, ອາຫານ​ຂາດ​ເຂີນ, ​ເຂົ້າ​ຈີ່​ທີ່​ເປັນ​ອາຫານ​ຫຼັກຢູ່​ແຫ່ງ​ນັ້ນຊື້​​​ຍາກຫຼາຍ,  ປະຈຸ​ບັນ, ຢູ່ກາ​ຊາ​ ​ມີ​ຮ້ານ​ເຂົ້າ​ຈີ່​ພຽງແຕ່ 2 ​ຮ້ານ​ຍັງ​ເປີດຢູ່,  ຜູ່​ລຽນ​ແຖວ​ທີ່​ລໍ​ຖ້າ​ຊື້​ເຂົ້າ​ຈີ່​ຍາວ​ຢຽດ,ປະຊາຊົນຕ້ອງ​ຢືນ​ຢູ່​ຕໍ່ຫນ້າ​ຮ້ານ​ນີ້​ເປັນ​ເວລາຫຼາຍ​ຊົ່ວ​ໂມງ,​ ຈຶ່ງ​ໄດ້​ຊື້​ອາຫານ​ຫນ້ອຍ​ດຽວດ້ວຍ​ລາຄາ​ທີ່​ສູງ​ກວ່າ​ກ່ອນ​ສົງຄາມ​ເຖິງ 2 ​ເທົ່າ.

  ປະຈຸ​ບັນ, ​​ແຕ່​ລະ​ຄອບຄົວ​ຢູ່​​ກາ​ຊາ​ ​ມີ​ນ້ຳ​ດື່ມ​ພຽງ​ແຕ່ເຄິ່ງລິດຕໍ່​ມື້​ເທົ່າ​ນັ້ນ.  ​ຍ້ອນບໍ່​ມີ​ໄຟຟ້າ ,ປ້ຳ​ສູບ​ນ້ຳ​ຈຶ່ງ​ໃຊ້​ວຽກ​ບໍ່​ໄດ້, ​ກັອກ​ນ້ຳຢູ່​ຫຼາຍ​ແຫ່ງ​ບໍ່ມີ​ນ້ຳໄພໍ​ຢອດ​ເລີຍ.

  ປະຈຸ​ບັນ,ຢູ່​ແຖບ​ກາຊາ ​ມີ​ປະຊາ​ຊົນ 1 ລ້ານ 5 ​ແສນ​ຄົນ, ວັດຖຸ​ສິ່ງ​ຂອງ​ທີ່​ໃຊ້​ໃນຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ 80% ຕ້ອງ​ອາ​ໄສ​ຄວາມ​ຊ່ອຍ​ເຫຼືອ​ຈາກ​ສະຫະ​ປະຊາ​ຊາດ​ແລະ​ອົງການ​ຊ່ອຍ​ເຫຼືອ​ສາກົນ​ອື່ນ.  ​ອາຫານ​ທີ່ເປັນ​ພື້ນຖານ​ທີ່​ສຸດ​ເຊັ່ນ ​ເຂົ້າສານ ​ແປ້ງ​ ນ້ຳມັນປຸງ​ແຕ່ງ ​​ແລະ​ອາຫານອື່ນໆ ​ລ້ວນ​ແຕ່​ແມ່ນ​ອົງການ​ເຫຼົ່ານີ້​ປ່ອຍ​ໃຫ້.  ​ແຕ່​ຍ້ອນ​ອິດ​ສະລະ​ແອນ ​ໂຈມ​ຕີ​ຢ່າງ​ຕໍ່​ເນື່ອງ​ ແລະ​​ເກີດການ​ປະ​ທະ​ກັນຢູ່​ແຫ່ງ​ນີ້​, ວຽກ​ງານ​ຂອງ​ອົງການ​ຊ່ອຍ​ເຫຼືອ​ທີ່​ຂົນ​ສົ່ງ​ເຄື່ອງ​ຊ່ອຍ​ໄປ​ໃຫ້​ຈຶ່ງ​ຖືກ​ກະ​ທົບ​ຫຼາຍປ່ອຍ​ໃຫ້​ວັດຖຸ​ເຫຼົ່ານີ້ກໍ​ໄດ້​ຖືກ​ຜົນກະທົບ​ຫຼາຍ.


   ຜູ່​ຮັບຜິດຊອບ​​ເຂດປາ​ເລັສຕີນຂອງ​ຫ້ອງການ​ປະສານ​ງານ​ວຽກ​ງານ​ດ້ານ​ມະນຸດສະ​ທຳ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ: ​ຢູ່​ເຂດ​ກາຊາ​ ເກີດມີ​ວິ​ກິດ​ການ​ດ້ານ​ ມະນຸດສະທຳ. ວິ​ກິດ​ການ​ທີ່ຄົນ​ທັງຫຼາຍ​ຢູ່​ແຫ່ງ​ນີ້ພວມ​ປະ​ເຊີນ​ກັບ​ນັ້ນ​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>