ສະພາ​ຄວາມ​ໝັ້ນຄົງ​ຈັດ​ກອງ​ປະຊຸມຄັ້ງ​ວິສາມັນ​ເພື່ອ​ປຶກສາ​ສະຖານະ​ກາ​​ໃນເຂດ​ກາຊາ

(GMT+08:00) 2009-01-07 16:12:48 cri
-----------------------------------------------------------------------------------------------------------------

ວັນ​ທີ 6 ມັງກອນ​ນີ້, ​​ໃນ​ເວລາ​ທີ່ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງ​ອິສຣາ​ແອນ​ຕໍ່​ເຂດ​ກາຊາ​ກ້າວ​ເຂົ້າ​ສູ່ມື້​ທີ 11, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ກອງ​ປະຊຸມຄັ້ງ​ວິສາມັນ​ເພື່ອ​ປຶກສາ​ສະຖານະ​ການ​​ໃນເຂດ​ກາຊາ​ປະຈຸ​ບັນ. ທ່ານ​ປານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຫວັງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ໃຊ້​ການ​ກະທຳ​ທີ່​​ເດັດຂາດ​ແລະ​ວ່ອງ​ໄວ, ​ຫຼີກ​ເວັ້ນບໍ່​ໃຫ້ການ​ປະ​ທະ​ກັນ​ລະຫວ່າງ​ອິສຣາ​ແອນ​ກັບ​ອົງການ​ຮາ​ມາສ໌​ຮຸນ​ແຮງ​ເພີ່ມຂຶ້ນຈົນ​ພາ​ໃຫ້​ເກີດ​ວິ​ກິດ​ການ​ໜັກໜ່ວງກວ່າ​ເກົ່າ.

ຕາມ​ຂ່າວ​ແຈ້ງວ່າ, ປະຈຸ​ບັນ​ການ​ປະ​ທະ​ກັນ​ໄດ້​ເຮັດ​ໃຫ້​ມີຊາວ​ປາ​ເລັສຕິນ 570 ກວ່າ​ຄົນ​ເສຍ​ຊີວິດ​ແລະ 2700 ກວ່າ​ຄົນ​ບາດ​ເຈັບ. ຝ່າຍ​ອິສຣາ​ແອນກໍ​ມີ​ທະຫານ 5 ຄົນ​ແລະປະຊາ​ຊົນ 4 ຄົນ​ເສຍ​ຊີວິດ​ແລະ​​ເກືອບ​ຮ້ອຍ​ຄົນ​ບາດ​ເຈັບ. ມື້​ດຽວ​ກັນ, ສິ່ງ​ກໍ່ສ້າງ​ຂອງ​ສະຫະ​ປະຊາ​ຊາດ​ທີ່​ໃຊ້​ເປັນບ່ອນ​ຫຼົບ​ໄພ​ຂອງ​ຊາວ​ອົບ​ພະຍົບ​ໃນ​ເຂດ​ກາ​ຊາ​ກໍ່​ຖືກ​ໂຈມ​ຕີ.

ທ່ານ​ປານ​ກີ​ມູນ​ກ່າວ​ເນັ້ນ​ວ່າ, ສອງ​ຝ່າຍ​ຕ້ອງ​ບັນລຸ​ການ​ຢຸດ​ຍິງ​ທີ່​ຖາວອນ​ແລະ​​ເປັນ​ທີ່​ຍອມ​ຮັບ​​ຈາກ​ຝ່າຍ​ຕ່າງໆ, ຮັບປະກັນ​ໃຫ້​ມາດ​ຕະການ​ຊ່ອຍ​ເຫຼືອດ້ານ​ມະນຸດສະທຳ​ສາມາດ​ໄດ້​ຮັບ​ການ​ປະຕິບັດ.

​ໃນ​ກອງ​ປະຊຸມ, ທ່ານ​ມາ​ມຸດ ອາບ​ບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ໃຊ້​ມາດ​ຕະການ​​ທັນທີ, ​​ເຮັດ​ໃຫ້​ອິສຣາ​ແອນ​ຢຸດຕິການ​ກໍ່"​ໄພພິບັດ​ໃໝ່". ນາງກາ​ເບຼລາ ຊາ​ເລ ​ຜູ້ຕາງໜ້າ​ຖາວອນ​ຂອງອິສຣາ​ແອນ​ປະຈຳ​ສະຫະ​ປະຊາ​ຊາດ​ພັດຖິ້ມ​ຄວາມ​ຜິດ​ໄປໃສ່​ອົງການ​ຮາ​ມາສ. ນາງ​ກ່າວ​ວ່າ​ກໍ​ຍ້ອນ​ວ່າ​ອົງການ​ຮາ​ມາສສະກັດ​ກັ້ນ​ຂະ​ບວນການ​ສັນຕິພາບ​ປາ​ເລັສຕິນກັບ​ອິສຣາ​ແອນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ 8 ປີຜ່ານມາ​ຈຶ່ງ​ພາ​ໃຫ້​ເກີດ​ສະຖານະ​ການ​ໃນ​ປະຈຸ​ບັນ.

ທ່ານ​ຈ່າງ​ເຢ້ຍສຸຍ ຜູ້ຕາງໜ້າ​ຖາວອນ​ຂອງຈີນ​ປະຈຳ​ສະ​ຫະປະຊາ​ຊາດ​ກໍ່​ໄດ້​ປະກອບ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ດັ່ງກ່າວ, ທ່ານ​ກ່າວ​ວ່າ​ຈີນ​​ເປັນ​ຫວ່ງຫຼາຍ​ຕໍ່ປາ​ເລັສຕິນກັບ​ອິສຣາ​ແອນ​ເກີດ​ປະ​ທະ​ກັນ​ອີກ​ແລະ​ເຮັດ​ໃຫ້​ຊິວິດ​ຊັບ​ສິນ​ເວ​ຍຫາຍຢ່າງ​ຫຼວງ​ຫຼາຍ, ​ແລະ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຫຼາຍ​ຕໍ່​ວິ​ກິດ​ການ​ດ້ານມະນຸດສະທຳ​ທີ່​​ເກີດ​ຂຶ້ນ​​ໃນ​ເຂດ​ກາຊາ. ທ່ານ​ຈ່າງ​ເຢ້ຍສຸຍ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຄວນ​ຢຸດ​ຍິງ​ໃນ​ທັນທີ, ​ແລະ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ສະໜອງ​ການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະທຳ​ໃຫ້​ແກ່​ເຂດ​ກາ​ຊາ​ຕື່ມ​ອີກ.

ທ່ານ​ຈ່າງ​ເຢ້ຍສຸຍ​ກ່າວ​ເນັ້ນ​ວ່າ, ຈີນ​ຄັດຄ້ານ​ການໃຊ້​ກຳລັງ​ອາວຸດ​ແກ້​ໄຂ​ຂໍ້​ຍັດ​ແຍ່ງ​​ມາ​ໂດຍ​ຕະຫຼອດ, ​ປະນາມ​ການ​​ໃຊ້​ຄວາມ​ຮຸນ​ແຮງ​ທັງ​ໝົດ​ທີ່​ແນ່​ໃສ່​ສາມັນ​ຊົນ. ທ່ານ​ຫວັງ​ໃຫ້​ຝ່າຍຕ່າງໆ​ທີ່​ກ່ຽວຂ້ອງ​ຈົ່ງ​ຮັກສາ​ຄວາມ​ອົດ​ກັ້ນ​ສຸດ​ຂີດ, ສະ​ແດງ​ຄວາມ​ກ້າຫານ​ແລະ​ສະຕິປັນຍາ, ສືບ​ຕໍ່​ແກ້​ໄຂ​ຄວາມ​ເຫັນ​ທີ່ແຕກ​ຕ່າງ​ກັນດ້ວຍ​ການ​ເຈລະຈາ, ​ແລະ​ຮຽກຮ້ອງ​​ໃຫ້​ປະຊາ​ຄົມ​ໂລກ​ຕັ້ງໜ້າ​ຊຸກຍູ້​ຂະ​ບວນການ​ສັນຕິພາບ, ​ແກ້​ໄຂ​ບັນຫາ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສຕິນກັບ​ອິສຣ​າ​ແອນ​ຢ່າງ​ຍຸຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ, ຊຸກຍູ້​ໃຫ້​ປາ​ເລັສຕິນກັບ​ອິສຣາ​ແອນ​ບັນລຸ​ສັນຕິພາບ​ຢ່າງ​ແທ້​ຈິງ​ແລະ​ຖາວອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>