ປະຊາຊົນຟີລິບປິນຊຸດທຳອິດຖອນອອກຈາກເຂດກາຊາ
(GMT+08:00) 2009-01-09 12:05:38 cri
-----------------------------------------------------------------------------------------------------------------
-----------------------------------------------------------------------------------------------------------------
ຕາມຂ່າວສານຊີນຮວາ:ວັນທີ8ມັງກອນນີ້ ທ່ານເອັສເຕບີນ ຄອນໂຈສ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຟີລິບປິນກ່າວວ່າ,ຕອນຄ່ຳມື້ດຽວກັນ ປະຊາຊົນຟີລິບປິນ17ຄົນໄດ້ຖອນອອກຈາກເຂດກາຊາຢ່າງປອດໄພເປັນຊຸດທຳອິດ,ແລະຈະເດີນທາງໄປຮອດມານີລາໃນວັນທີ10ມັງກອນນີ້.ລັດຖະບານຟີລິບປິນສືບຕໍ່ເປັນຫ່ວງນຳຄວາມປອດໄພຂອງປະຊາຊົນຟີລິບປິນຢູ່ກາຊາ,ເພື່ອເລືອກໂອກາດທີ່ເໝາະສົມຊ່ວຍປະຊາຊົນຟີລິບປິນທີ່ຄ້າງຢູ່ກາຊາຖອນອອກມາ.
ຕາມຂ່າວຂອງສະຖານທູດຟີລິບປິນປະຈຳອິສຣາແອນແຈ້ງໃຫ້ຮູ້ວ່າ,ປະຈຸບັນ ຍັງມີປະຊາຊົນຟີລິບປິນ91ຄົນຄ້າງຢູ່ເຂດກາຊາ,ເຂົາເຈົ້າບໍ່ຍອມອອກຈາກເຂດກາຊາຍ້ອນຄອບຄົວຂອງຕົນເອງທີ່ມີສັນຊາດປະແລັສຕີນບໍ່ໄດ້ຮັບຄວາມອະນຸມັດຖອນອອກໂດຍລັດຖະບານອິສຣາແອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ