ທ່ານ​ບານ​ກີ​ມູນປະນາມ​ທະຫານ​ອິສລະ​ແອນ​ໂຈມ​ຕີທິມລົດກູ້​ໄພ​ຂອງ​ສະຫະ​ປະຊາ​ຊາດ

(GMT+08:00) 2009-01-09 14:31:52 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ8ມັງກອນ​ນີ້ ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ອອກ​ຖະ​ແຫຼ​ງການ,ປະນາມ​ກອງທັບອິສລະ​ແອນຫຼອນ​ໂຈມ​ຕີ​ທິມລົດກູ້​ໄພ​ຂອງ​ສະຫະ​ປະຊາ​ຊາດ​ຢູ່​ເຂດ​ກາຊາ​ໃນ​ມື້​ດຽວ​ກັນ.

ທ່ານ​ບານ​ກີ​ມູນ​ກ່າວ​ວ່າ,ການ​ຫຼອນ​ໂຈມ​ຕີ​ເທື່ອ​ນີ້​ແມ່ນ​ເກີດ​ຂຶ້ນ​ໃນ​ໄລຍະ​ຢຸດ​ຍິງຊົ່ວຄາວ​​ເພື່ອມະນຸດສະທຳ3ຊົ່ວ​ໂມງ​ທີ່​ທະຫານ​ອິສລະ​ແອນ​ປະກາດ​,ຊຶ່ງ​ເຮັດ​ໃຫ້​ກຳມະກອນ2ຄົນ​ຂອງ​ອົງການສົງ​ເຄາະ​ຊາວ​ອົບ​ພະຍົບ​ແລະ​ກິດຈະການປາ​ເລັສຕີນ​ຕາ​ເວັນ​ອອກ​ໄກຂອງສະຫະ​ປະຊາ​ຊາດ​ເສຍ​ຊີວິດ,​ແລະ​ອີກຄົນ​ໜຶ່ງ​ບາດ​ເຈັບ.ນັບ​ແຕ່​ປາ​ເລັສຕີນ​​ແລະ​ອິສລະ​ແອນ​ປະ​ທະ​ກັນ​ເປັນ​ເວລາ13ວັນ​ມາ​ນີ້,ອົງການ​ດັ່ງກ່າວ​ມີ​ຜູ່​ຮັບຈ້າງ​ຂອງ​ທ້ອງ​ຖິ່ນ​ນັ້ນ4ຄົນ​ຖືກ​ຍິງ​ຕາຍ​ແລ້ວ.

ທ່ານ​ບານ​ກີ​ມູນ​ກ່າວ​ວ່າ,ສະຫະ​ປະຊາ​ຊາດ​ພວມ​ຕິດ​ຕໍ່​ພົວພັນ​ກັບ​ເຈົ້າໜ້າ​ທີ່​ອິສລະ​ແອນ​ຢ່າງ​ໃກ້ຊິດ,ຮຽກຮ້ອງ​ອິສລະ​ແອນ​ສຳ​ຫຼວດກວດກາ​ແລະ​ໃຊ້​ມາດ​ຕະການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດການ​ຄ້າຍຄື​ກັນ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>