ກະຊວງ​ກະສິ​ກຳ​ຈີນ​ໃຊ້​ມາດ​ຕະການ​ເລັ່ງ​ລັດ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ໄຂ້​ຫວັດ​ສັດ​ປີກ

(GMT+08:00) 2009-01-09 14:38:22 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ8ມັງກອນ​ນີ້ ກະຊວງ​ກະສິກຳ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,​ໂດຍ​ແນ​ໃສ່​ລະດູທີ່ມັກ​ເກີດ​ພະຍາດ​ໄຂ້ຫວັດ​ສັດ​ປີກ​​ໃນ​ປະຈຸ​ບັນ,ກະຊວງ​ກະສິ ກຳຈີນ​ຮຽກຮ້ອງ​ແຫ່ງຕ່າງໆ​ໃຊ້​ມາດ​ຕະການ​ຕ່າງໆ​ເພື່ອ​​ເພີ່ມ​ທະວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ເຊັ່ນ ​ເພີ່ມ​ການສັກ​ຢາ​ວັກ​ແຊງ ​ເພີ່ມ​ການ​ຕິດຕາມ​ກວດກາ​ແລະ​ລາຍ​ງານສະພາບພະຍາດ ຕິດຕາມ​ຄຸ້ມ​ຄອງ​ຕະຫຼາດ​ຂາຍ​ສັດ​ປີກ​ເປັນ ​ຕິດຕາມ​ຄຸ້ມ​ຄອງການ​ກວດກາການ​ເຄື່ອນ​ຍ້າຍ​ສັດ​ປີກ.

ຍ້ອນ​ວ່າ​ໃຊ້​ມາດ​ຕະການປ້ອງ​ກັນ​ແລະ​ຄວບ​ຄຸມທີ່​ມີ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງ,ນັບ​ແຕ່​ເດືອນ​ມິຖຸນາ​ປີ​ກາຍ​ເປັນຕົ້ນມາ,ຢູ່​ຈີນ​ບໍ່​ມີ​ພະຍາດ​ໄຂ້ຫວັດ​ສັດ​ປີກລະບາດ.​ແຕ່​ໃນ​ໄລຍະ​ມໍ່ໆ​ມາ​ນີ້,ປະ​ເທດ​ໃກ້​ຄຽງ​ເຊັ່ນ​ອິນ​ເດຍ​ແລະ​ຫວຽດນາມ​ເປັນຕົ້ນ​ໄດ້​ເກີດ​ພະຍາດ​ໄ​ຂ້ຫວັດ​ສັດ​ປີກ​ເລື້ອຍໆ,​ເປັນ​ການ​ຂົ່ມຂູ່​ອັນ​ໜັກໜ່ວງ​ຕໍ່​ຈີນ. ພ້ອມ​ກັນນັ້ນ ຄຽງ​ຄູ່​ກັບ​ບຸນ​ກຸດ​ຈີນ ບຸນ​ປະ​ເພນີ​ຂອງ​ຈີນ​ໃກ້​ຈະ​ວຽນມາ​ເຖີງ,ການ​ຄ້າຂາຍ​ສັດ​ປີກ​ເປັນຢູ່​ຕາມຕະຫຼາດມີ​ຫຼາຍຂຶ້ນ. ຜູ່​ຊ່ຽວຊາ​ນຂອງ​ກະຊວງ​ກະສິກຳ​ຈີນ​ກ່າວ​ວ່າ,​ໃນ​ຕໍ່ໜ້າ,ພະຍາດ​ໄຂ້ຫວັດ​ສັດ​ປີກ​ຈະ​ບໍ່ລະບາດ​ໃນ​ຂອບ​ເຂດ​ໃຫຍ່​ຂອງ​ຈີນ,​ແຕ່​ບາງ​ເຂດ​ຍັງ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>