ປະຊາ​ຄົມ​ໂລກ​ສືບ​ຕໍ່​ຊຸກຍູ້ການ​ຢຸດ​ຍິງ​​ໃນ​ເຂດ​ກາຊາ

(GMT+08:00) 2009-01-09 16:09:54 cri
-----------------------------------------------------------------------------------------------------------------

ວັນ​ທີ 8 ມັງກອນ​ນີ້, ປະຊາ​ຄົມ​ໂລກ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ເພື່ອ​​ເຮັດ​ໃຫ້​ເຂດ​ກາ​ຊາ​ບັນລຸການ​ຢຸດ​ຍິງ​. ພ້ອມ​ກັນ​ນັ້ນ, ການ​ສູ້ຣົບລະ​ຫວ່າງ​ອິສຣາ​ແອນ​ກັບ​ອົງການ​ຮາ​ມັສຢູ່​ເຂດ​ກາ​ຊາ​ກໍ່​​ເລີ່​ມໜ້ອຍ​ລົງ, ​ເຖິງ​ວ່າ​ທ່ານ​​ເອຮຸດ ​ໂອ​ເມີດ ນາຍົກລັດຖະມົນຕີອິສຣາ​ແອນ​ຍັງ​ກ່າວ​​ຢ້ຳວ່າ"ບໍ່​ໄດ້​ບັນລຸ​ເປົ້າ​ໝາຍ​ຂອງ​ການ​ເຄື່ອນ​ໄຫວ", ​ແຕ່​ໃຈກາງ​ຂອງ​ການ​ຕໍ່ສູ້​​ເລີ່​ມຍ້າຍ​ໄປ​ຮອດ​ການ​ຕໍ່​ລາຄາ​ກັນ​​ໃນ​ເງື່ອນ​ໄຂ​ຢຸດຍິງ​​ເປັນ​ເທື່ອ​ລະ​ກ້າວ.

ວັນ​ທີ 8 ມັງກອນ​ນີ້, ທ່ານ​ອາ​ມົສ ຈີ​ລັດ ຫົວໜ້າ​ກົມຄວາມ​ປອດ​ໄພ​ແລະ​ພົວພັນຕ່າງປະ​ເທດ​ຂອງ​ກະຊວງ​ປ້ອງ​ກັນປະ​ເທດ​ອິສຣາ​ແອນ​​ແລະ​ທ່ານ​ຊາ​ລົມ ທູ​ຈີ​ເມັນ ທີ່​ປຶ​ກສາຊັ້ນ​ສູງ​ຂອງ​ນາຍົກລັດຖະມົນຕີ​ໄປ​ຮອດ​ເລີ​ແກ ນະຄອນຫຼວງ​ເອຢິບ, ປຶກສາກັບ​ເອຢິບ​ກ່ຽວ​ກັບ​ແຜນການ​ຢຸດ​ຍິງ​​ເອຢິບ-ຝລັ່ງ. ​ສ່ວນກອງ​ປະກອບ​ອາວຸດ​ປາ​ເລັສຕິນ, 8 ກຸ່ມ​ລວມທັງອົງການ​ຮາ​ມັສ​ແລະ​ອົງການ​ເຈ​ຮັດ​ເປັນ​ຕົ້ນ​ກໍ​ໄດ້​ຈັດ​ກອງ​ປະຊຸມ​ຢູ່ດາ​ມັສ ນະຄອນຫຼວງ​ຊີ​ລີ, ​ແລະ​ໄດ້​ອອກ​ຖະ​ແຫຼ​ງການ. ​ເຖິງ​ວ່າ​ເບິ່ງ​ຈາກ​ດ້ານ​​ນອກ, ຄວາມ​ຮຽກຮ້ອງ​ຂອງກຸ່ມປະກອບ​ອາວຸດ​ປາ​ເລັສຕິນກັບ​ອິສຣາ​ແອນ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຢ່າງ​ໃຫຍ່​ຫຼວງ​ໃນບັນຫາ​ຢຸດ​ຍິງກໍ​ຕາມ, ​ແຕ່​ຖ້າ​ທຽບ​ກັບ​ຄວາມ​ເວົ້າທີ່"ບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຢ່າງ​​ເດັດຂາດ, ສູ້ຣົບຈົນ​ຮອດ​ສຸດ​ທ້າຍ"​ໃນ​ເມື່ອ​ກ່ອນ, ​ເນື້ອ​ໃນ​ຂອງ​ມັນ​ກໍ​ເລີ່​ມຕິດ​ກັບ​​ເງື່ອນ​ໄຂ​ຢຸດ​ຍິງອັນ​ລະອຽດ​ແລ້ວ

ກ່ອນ​ໜ້າ​ນີ້​ຫຼາຍ​ປະ​ເທດ​ເຊັນ​ອາ​ເມ​ລິ​ກາ​ເປັນຕົ້ນ​ຄັດຄ້ານສະພາ​ຄວາມ​ໝັ້ນຄົງຜ່ານ​ຮັບຮອງ​ມະຕິ​ກ່ຽວ​ກັບ​ບັນລຸ​ການ​ຢຸດ​ຍິງ​ຢູ່​ເຂດ​ກາຊາໃນ​ທັນ​ທີ່​ຕະຫຼອດ​ມາ, ​ແຕ່​ຮອດ​ປະຈຸ​ບັນກໍ່​ໄດ້​ເພີ່ມທະວີ​ທຳ​ຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້​ສອງ​ຝ່າຍ​ປະ​ທະ​ກັນ​ບັນລຸ​ຢຸດ​ຍິງ​ກັນ​ໃນ​ທັນທີ. ວັນ​ທີ 8 ມັງກອນ​ນີ້, ຜູ້ຕາງໜ້າ​ປະ​ເທດ​ອາ​ລັບ​ແລະ​ປະ​ເທດ​ສຳຄັນ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ກ້າວ​ເຖິງ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ໃນ​ດ້ານ​ເນື້ອ​ໃນ​ຂອງ​ຮ່າງ​ມະຕິ​. ທ່ານ​ມິ​ລີ​ປັນ​ດ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອັງກິດ​ປະກາດ​ວ່າ, ຕອນ​ຄ່ຳ​ວັນ​ທີ 8 ມັງກອນ​ນີ້​ສະພາ​ຄວາມ​ໝັ້ນຄົງ​ຈະ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ຮ່າງ​ມະຕິ​ສະບັບ​ນີ້​ກ່ຽວ​ກັບ​ຢຸດ​ຍິງ​ກັນ​ຢູ່​ເຂດ​ກາຊາ.
ທ່ານ​ໂອ​ດິດ ​ເອຣັນ ຫົວໜ້າສະ​ຖາ​ບັນ​ຄົ້ນຄວ້າ​ຄວາມ​ປອດ​ໄພ​ແຫ່​ງຊາດ​ອິສຣາ​ແອນ​ຄາດ​ຄະ​ເນ​ໄປ​ໃນ​ແງ່​ດີ​ວ່າ, ​ເຖິງ​ວ່າ​ຈາກ​ຮ່າງ​ມະຕິ​ຮອດ​ມະຕິ​ດທາງ​ການ​ກໍ​ຄື​ຮອດແຜນການ​ປະຕິບັດ​ການ​ຢຸດ​ຍິງ​ລະອຽດ​ຍັງ​ຕ້ອງການ​​ໄລຍະໜຶ່ງກໍ​ຕາມ, ​ແຕ່​ອິສຣາ​ແອນ​ແລະ​ອົງການ​ຮາ​ມັສຍັງ​ຈະ​ຕໍ່​ລາຄາ​ກັນ​ກ່ຽວ​ກັບ​ບ​ເງື່ອນ​ໄຂ​ລະອຽດ​ແລະ​ບັນຫາ​ປີກ​ຍ່ອຍ​ຂອງ​ກາ​ນຢຸດ​ຍິງ​ໃນ​ອະນາຄົດ, ​ແຕ່​ຖ້າວ່າ​ການ​​ແລ​ກປ່ຽນ​ລະຫວ່າງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ໄດ້​ດຳ​ເນີນ​ຢ່າງ​ສະດວກ, ວິ​ກິດ​ການ​ຢູ່ເຂດ​ກາຊາ​ໃນ​ປະຈຸ​ບັນ​ມີ​ຫວັງ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ກ່ອນ​ທ່ານ​ໂອ​ບາ​ມາ ຜູ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາຂຶ້ນດຳລົງ​ຕຳ​ແໜ່​ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>