ປີ 2008, ​​ຊຸມ​ຊົນ​ລະ​ປະ​ທານ​ສານ​ເຊຍ​ຈີນ​ຜ່ານ​ສິນ​ຄ້າ​ເກືອບ 70 ລ້ານ​ໂຕນ

(GMT+08:00) 2009-01-10 17:04:47 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ປີ 2008, ຊຸມ​ຊົນລະປະທານສານ​ເຊຍ​ຈີນ​ໄດ້​ຜ່ານ​ສິນຄ້າ​ເກືອບ 70 ລ້ານ​​ໂຕນ, ​ໃນ​ນັ້ນ, ສິນຄ້າ​ທີ່​ຜ່ານ​ປະຕູ​ກຳ​ປັ່ນ​​ເຂື່ອນສານ​ເຊຍ​ແມ່ນ 53 ລ້ານ 7 ​ແສນ​ໂຕນ.

ວັນ​ທີ 9 ມັງກອນ​ນີ້, ​​ກອງ​ປະຊຸມ​ແຜນການ 2009 ຂອງ​ບໍລິສັດ​ພັດທະນາ​ໂຄງການ​ສານ​ເຊຍ​ແມ່​ນ້ຳ​ຢາງ​ຊີ​ກຽງຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ​ແຕ່​ປະຕູ​ກຳ​ປັ່ນ​​ເຂື່ອນສານ​ເຊຍ​ເລີ່ມ​ໃຫ້​ກຳ​ປັ່ນ​ແລ່ນ​ຜ່ານ​​​ໃນປີ 2003 ​ເປັນຕົ້ນມາ, ຍອດ​ປະລິມານ​ຂົນ​ສົ່ງ​ສິນຄ້າ​ປະຈຳ​ປີ​ທີ່​ຜ່ານ​ຊຸມ​ຊົນ​ສານ​ເຊຍ​ໄດ້​ມີ​ທ່ວງທ່າ​​ເພີ່ມ​ຂຶ້ນຢ່າງ​ສືບ​ເນື່ອງ. ​ແຕ່​ປະຕູ​ສານ​ເຊຍ​ທົດລອງ​ໃຫ້​ກຳ​ປັ່ນ​ແລ່ນ​ຜ່ານ​ມາ​ນີ້, ປະຕູ​ກຳ​ປັ່ນ​ໄດ້​ເຮັດ​ວຽກ​ຢ່າງ​ເປັນ​ປົກກະຕິ.

ຮ່ອມ​ນ້ຳສານ​ເຊຍ​ແມ່ນ້ຳ​ຢາງ​ຊີ​ກຽງ​ ທິດຕາ​ເວັນ​ຕົກ​​ເລີ່​ມ​ຈາກ​ນະຄອນ​ຈູງ​ກິ່ງ ພາກ​ຕາ​ເວັນຕົກສຽງ​ໃຕ້​ຂອງ​ຈີນ, ທິດຕາ​ເວັນ​ອອກ​ຮອດ​ເມືອງ​ອີ​ຊ່າງ​ແຂວງ​ຫູ​ເປ. ອ່າງ​ຂັງ​ນ້ຳ​ຂອງໂຄງການ​ສານ​ເຊຍ​ໄດ້​​ເຮັດ​ໃຫ້​ເງື່ອນ​ໄຂ​ຂົນ​ສົ່ງ​ຢູ່​ຕາມແມ່​ນ້ຳ​ຢາງ​ຊີ​ກຽງ​ດີ​ຂຶ້ນ, ກອງ​ກຳ​ປັ່ນ​ລະດັບໝື່ນ​ໂຕນ​ສາມາດ​ຈາກ​ເມືອງ​ອີ​ຊ່າງ​​ໄປ​ຮອດ​ທ່າ​ຈູງ​ກິ່ງ​ໂດຍ​ກົງ, ​ໄດ້​ເຮັດ​ໃຫ້​ຕົ້ນທຶນ​ຂົນ​ສົ່ງ​ທາງ​ນ້ຳຫຼຸດລົງ​ຢ່າງຫຼວງຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>