ຕຳຫຼວດ​ກຳປູ​​ເຈຍ​ຈັບ​ຕົວ​ຜູ້​ວາງ​ແຜນ​ແລະ​ໝູ່​ກໍ່​ຄະດີ​ລະ​​ເບີດ​ທີ່​ບໍ່​ໄດ້ຜົນ

(GMT+08:00) 2009-01-11 17:32:33 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 10 ມັງກອນ​ນີ້,ທ່າ​ນສົກ​ພານ ຮອງ​ຫົວໜ້າ​ຕຳຫຼວດ​ແຫ່ງ​ຊາ​ດກຳປູ​​ເຈຍ​ປະກາດ​ວ່າ,ຫວ່າງ​ມໍ່ໆ​ນີ້,ຕຳ​ຫຼວດ​ໄດ້​ຈັບ​ຕົວຊາມ ​ເອັກ ຫົວ​ໜ້າ​ອົງ​ການຕໍ່ຕ້ານ​ລັດຖະບານ​ແລະ​ລູກມື​ຂອງ​ລາວ 3 ຄົນ,​​ເຂົາ​ເຈົ້າ​ຖືກ​ສົງ​ໄສ​ວາງ​ລູກ​ລະ​ເບີດ​ທີ່​ຜະລິດ​ເອງ​ຢູ່​​ໃກ້​ກະຊວງ​ປ້ອງ​ກັນ​ປະ​ເທດ​ແລະ​ໂທລະພາບຊ່ອງ 3 ທີ່ຢູ່​ພະນົມ​ເປັນ​ແລະ​ຢາກ​ກໍ່​ຄະດີ​ລະ​ເບີດ​ໃນ​ວັນ​ທີ 2 ມັງກອນ​ນີ້.

ທ່ານ​ສົກ​ພານ​ກ່າວ​ວ່າ,ຊາມ ​ເອັກ​ຍັງ​ແມ່ນ​ຜູ້​ວາງ​ແຜນ​ກໍ່​ຄະດີ​ລະ​ເບີດ​ຢູ່​ອະນຸສາ​ວະລີ​ກຳ​ປູ​ເຈຍ​ຫວຽດນາມທີ່​ຢູ່ພະນົມ​ເປັນ​ໃນ​ປີ 2007,​ແຕ່​ບໍ່​ໄດ້ຜົນ.ປະຈຸ​ບັນ,ຊາມ​ ​ເອັກ​ໄດ້​ຮັບຮອງ​ອາດຊະຍາ​ກຳ​ຂອງ​ຕົນ,​ແລະຈະ​ຖືກ​ໄຕ່​ສວນ​ໃນ​ວັນ​ທີ 12 ມັງກອນ​ນີ້.

ຊາມ ​ເອັກ​ປີ​ນີ້​ອາຍຸ 48 ປີ,​ເຄີຍ​ເປັນ​ທະ​ຫານ,ຊ່າງ​ຜະລິດ​ສິ່ງ​ລະ​ເບີດ,ອົງການ​ຕໍ່ຕ້ານ​ລັດຖະບານ​ທີ່​ລາວ​ສ້າງ​ຕັ້ງຂຶ້ນ​ນັ້ນ​ແມ່ນ​ຖື​ຫົວ​​ເສືອ​​ເປັນ​ເຄື່ອງໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>