ກ່ຳ​ປັ່ນອິນ​ໂດ​ເນ​ເຊຍ​ຫຼົ້ມ​ຍ້ອນລົມພາຍຸ​ ມີ 200 ກວ່າ​ຄົນຫາຍ​ສາບ​ສູນ

(GMT+08:00) 2009-01-12 11:21:37 cri
-----------------------------------------------------------------------------------------------------------------
ວັນ​ທີ 11 ມັງກອນ​ນີ້,ຢູ່​ຈາ​ກາກ​ຕາ,ທ່ານ​ຈູ​ສມັນ ສຢາ​ຟີ ຈາ​ມານ ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ​ອິນ​ໂດ​ເນ​ເຊຍ​ຢືນຢັນ​ວ່າ,ກ່ຳ​ປັ່ນ​ລຳ​ໜຶ່ງ​ທີ່​ບັນທຸກ​ຜູ້​ໂດຍສານ​ປະມານ 250 ຄົນ​ແລະ​ລູກ​ເຮືອ 17 ຄົນ​ໄດ້​ຫຼົ້ມຍ້ອນ​ປະສົບ​ລົມພາຍຸ,ມີ 200 ກວ່າ​ຄົນ​ຫາຍ​ສາບ​ສູນ.ປະຈຸ​ບັນ,ການ​ກູ້​ໄພ​ສຸກ​ເສີນ​ພວມ​ດຳ​ເນີນ​ຕໍ່​ໄປ.

ກ່ຳ​ປັ່ນ​ລຳ​ນີ້​ແມ່ນ​ເລີ່​ມ​ອອກເດີນ​ທາງ​​ໃນ​ວັນ​ທີ 10 ມັງກອນ​ນີ້,ພາຍຫຼັງເດີນທາງ​ໄດ້ປະມານ 50 ກິ​ໂລ​ແມັດກໍ່ໄດ້​ສົ່ງ​ຂ່າວ​ໃຫ້​ຮູ້​ວ່າ​ປະສົບ​ລົມພາຍຸ.ຫຼັງ​ຈາກ​ນັ້ນ,​ໄດ້​ຈົມ​ລົງ​ໃນ​ເວລາ 4 ​ໂມງວັນ​ທີ 11 ມັງກອນ​ນີ້ຕາມ​ເວລາ​ວຽງ​ຈັນ.ສື່​ມວນ​ຊົນອິນ​ໂດ​ເນ​ເຊຍ​ອີງ​ໃສ່ຄວາມ​​ເວົ້າຂອງ​ຜູ້​ລອດຊີວິດຜູ້​ໜຶ່ງທີ່ກ່າວ​ວ່າ,​ກະ​ແສ​ຟອງ​ທີ່​ສູງ​ເຖິງ 4 ​ແມັດ​​ໄດ້​ເຮັດ​ໃຫ້​ກ່ຳ​ປັ່ນຫຼົ້ມ.

ພາຍຫຼັງ​ເກີດ​ອຸປະຕິ​ເຫດ​ແລ້ວ,ອົງການ​ທີ່​ກ່ຽວຂ້ອງ​ຂອງ​ອິນ​ໂດ​ເນ​​ເຊຍ​ໄດ້​ສົ່ງ​ໜ່ວຍກູ້​ໄພ​ສຸກ​ເສີນແລະ​ກອງ​ລາດຕະ​ເວນ​ຂອງ​ກອງທັບເຮືອ​ໄປຄົ້ນຫາທັນທີ,​ແຕ່​ຍ້ອນ​ວ່າ​ໃນ​ເວລາ​ເກີດ​ອຸປະຕິ​ເຫດ,ຟ້າຍັງ​ມືດຢູ່​,ຄື້ນຟອງກໍ່​ແຮງ​ຫຼາຍ,ການ​ກູ້​ໄພ​ເຮັດ​ໄດ້​ຊ້າ​ຫຼາຍ.ຕາມຫົວໜ້າ​ລູກ​ເຮືອ​ຂອງ​ກ່ຳ​ປັ່ນ​ດັ່ງກ່າວ​ລາຍ​ງານ​ວ່າ,ກ່ອນ​ກ່ຳ​ປັ່ນຈະ​ຫຼົ້ມ​ລົງ,ມີ​ປະມານ 150 ຄົນ​ໂດດ​ເຮືອ​ໜີ​ຕາຍ.ຜູ້​ໂດຍສານ​ແລະ​ລູກ​ເຮືອ 18 ຄົນຂີ່​ເຮືອນ້ອຍ​ກູ້​​ໄພ 3 ລຳ​ອອກໄປ​​ແລ້ວ​ກໍ່​ໄດ້​ຮັບ​ການ​ຊ່ວຍ​​ເຫຼືອ​ຈາກ​ເຮືອ​ປະ​ໂມງ,ສ່ວນ​ຜູ້​ອື່ນໆ​ຍັງ​ບໍ່​ທັນ​ຮູ້​ຊະ​ຕາ​ກຳ.

ອິນ​ໂດ​ເນ​ເຊຍ​ມີ​ເກາະດອນ 1 ໝື່ນ 7 ພັນ​ກວ່າ​ແຫ່ງ,​ແມ່ນ​ປະ​ເທດ​ທີ່​ມີເກາະ​ດອນຫຼາຍກວ່າ​ໝູ່​ໃນໂລກ,ການ​ຂົນ​ສົ່ງ​ສ່ວນ​ຫຼາຍ​ແມ່ນ​ອາ​ໄສ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ແລະທາງ​ນ້ຳ​,ຕົ້ນຕໍ​ແມ່ນ​ອາ​ໄສ​ກ່ຳ​ປັ່ນຂ້າມ​ຟາກລະຫວ່າງ​ເກາະດອນ​ຕ່າງໆ.​ແຕ່​ວ່າ,ຍ້ອນ​ກ່ຳ​ປັ່ນ​ຂາດ​ອຸປະກອນປ້ອງ​ກັນ​ຄວາມ​ປອດ​ໄພ​ທີ່​ມີ​ປະສິດທິພາບພຽງພໍ,ບວກ​ກັບດິນ​ຟ້າ​ອາກາດບໍ່​ດີຍ້ອນ​ລົມພາຍຸ​​ແຖບ​ຮ້ອນ,ພາ​ໃຫ້​ເກີດ​ອຸປະຕິ​ເຫດທາງທະ​ເລ​ເລື້ອຍໆ.ນັບ​ແຕ່​ປີ 2004 ຫາ​ປີ 2006,​ໄດ້​​ເກີດ​ອຸປະຕິ​ເຫດທາງ​ທະ​ເລ​ໜັກ 6 ​ເທື່ອ,​ໃນ​ນັ້ນ,ໜັກ​ທີ່​ສຸດ​ແມ່ນ​ເກີດ​ຂຶ້ນ​ໃນ​ວັນ​ທີ 30 ທັນວາ 2006,ມີ​ກ່ຳ​ປັ່ນ​ລຳ​ໜຶ່ງ​ທີ່​ບັນທຸກ 600 ກວ່າ​ຄົນຫຼົ້ມ​ຍ້ອນລົມພາຍຸ​,ຫຼັງຈາກ​ຊອກຄົ້ນ​ແລະ​ກູ້​ໄພຫຼາຍວັນ,ມີ​ພຽງ​ປະມານ 250 ຄົນ​ລອດຊີວິດ.ຫຼັງ​ຈາກ​ນັ້ນ​ບໍ່​​ເທົ່າ​ໃດ​ເດືອນ,ກ່ຳ​ປັ່ນ​ລຳ​ໜຶ່ງທີ່​​ເດີນ​ອອກ​ຈາກຈາ​ກາກ​ຕາກໍ່​ເກີດ​​ໄຟ​ໄໝ້,ພາ​ໃຫ້ 42 ຄົນ​ເສຍ​ຊີວິດ.

ກ່ຳ​ປັ່ນ​ຂອງ​ອິນ​ໂດ​ເນ​ເຊຍສ່ວນ​ຫຼາຍ​ໄດ້​ໃຫ້ການ​ບໍລິການ​ມາ​ດົນ​ໂພດແລ້ວ,​ແລະມີມາດ​ຕະການຮັກສາຄວາມ​ປອດ​ໄພບໍ່​ດີ​ປານ​ໃດ,​ເຮັດ​ໃຫ້​ປະ​ເທດ​ນີ້​ເກີດ​ອຸປະຕິ​ເຫດທາງ​ທະ​ເລ​ທີ່​ມີ​ຫຼາຍ​ສິບຫຼືຫຼາຍ​ຮ້ອນ​ຄົນ​ເສ​ຍຊີວິດ​ຫຼື​ບາດ​ເຈັບ​ເລື້ອຍໆ.ລັດຖະບານ​ອິນ​​ໂດ​ເນ​ເຊຍ​ກໍ່​ເຄີຍ​ເຕືອນຫຼາຍ​ເທື່ອ​ວ່າ,ຕ້ອງ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງຄວາມ​ປອດ​ໄພ​ດ້ານ​ຄົມມະນາຄົມ,​ແຕ່​ກໍ່​ບໍ່​ມີ​ຫຍັງ​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>