ອາ​ຊຽນພະຍາຍາມ​ຜ່ານ​ຜ່າ​ຜົນ​ສະທ້ອນ​ທາງ​ລົບ​ຂອງ​ວິ​ກິດ​ການ​ການ​ເງິນທົ່ວ​ໂລກ​ທີ່​ມີ​ຕໍ່​ການທ່ອງທ່ຽວ​ຂອງ​ພາກ​ພື້ນ

(GMT+08:00) 2009-01-13 12:03:59 cri
-----------------------------------------------------------------------------------------------------------------
ວັນ​ທີ 12 ມັງກອນ​ນີ້,"​​​ເວທີປຶກສາ​ຫາລືການທ່ອງທ່ຽວ​ອາ​ຊຽນ 2009"ທີ່​ຈັດ​ຂຶ້ນ​ຢູ່​ຮາ​ໂນ​ຍ ນະຄອນຫຼວງຫວຽດນາມ​ໄດ້​ອັດ​ລົງ.ລັດຖະມົນຕີທ່ອງທ່ຽວຂອງ​ປະ​ເທດສະມາຊິກອາ​ຊຽນທີ່​ເຂົ້າ​ຮ່ວມ​ເວທີ​ດັ່ງກ່າວ​ໄດ້​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ,ຮ່ວມ​ກັນ​ຜ່ານ​ຜ່າ​ຜົນກະທົບທາງ​ລົບ​ຂອງ​ວິ​ກິດ​ການ​ການ​ເງິນ​ສາກົນ​ທີ່​ມີ​ຕໍ່​ການທ່ອງທ່ຽວ​ຂອງ​ພາກ​ພື້ນນີ້,ນີ້​ຈະ​ເສີມ​ຂະຫຍາຍບົດບາດ​ອັນ​ຕັ້ງໜ້າ​ຕໍ່​ປະ​ເທດ​ຕ່າງໆ​ໃນອາ​ຊຽນ​ໃນ​ການ​ຟື້ນ​ຟູການ​ພັດທະນາ​ການທ່ອງທ່ຽວ.

ໃນຊຸມ​ປີ​ມໍ່ໆ​ມາ​ນີ້,ການທ່ອງທ່ຽວ​ຂອງ​ປະ​ເທດ​ຕ່າງໆ​ອາ​ຊຽນ​ໄດ້​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ,​ໄດ້​ກາຍ​ເປັນ​ກຳລັງ​ຊຸກຍູ້​ອັນ​ສຳຄັນ​ແລະ​​ເສົາ​ຄ້ຳ​ດ້ານ​ເສ​ດຖະກິດອັນ​ຕົ້ນຕໍຂອງ​ການ​ພັດທະນາ​ສັງຄົມ​ຂອງ​ປະ​ເທດ​ຕ່າງໆ.ພ້ອມ​ກັນ​ນັ້ນ,ການທ່ອງທ່ຽວ​ຍັງ​ໄດ້​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ປະ​ເທດສະມາຊິກອາ​ຊຽນ,​​ແລະ​ໄດ້​ຊຸກຍູ້​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​​ແຫ່ງ​ນີ້.​ແຕ່​ວ່າ,ວິ​ກິດ​ການ​ການ​ເງິນ​ສາກົນ​ທີ່​​ແຜ່​ລາມ​ນັບ​ແຕ່ 6 ​ເດືອນ​ທ້າຍ​ປີ​ກາຍ​ນີ້​ເຮັດ​ໃຫ້​ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ໄປ​ທ່ຽວ​ຢູ່​ປະ​ເທດ​ອາ​ຊຽນຫຼຸດໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ,ສິງກະ​ໂປ ​​​ໄທ​ແລະ​ລາວ​ລ້ວນ​ແຕ່​ບໍ່​ໄດ້​ບັນລຸ​ຄາດໝາຍ​ພັດທະນາ​ການທ່ອງທ່ຽວ​ຂອງ​ປີ​ກາຍ.

ຕາມ​ຄະນະ​ກຳມະການທ່ອງ​ທ່ຽວສິງກະ​ໂປ​ເປີດ​ເຜີຍ​ວ່າ,ລາຍ​ໄດ້​ດ້ານ​ການທ່ອງທ່ຽວ​ແລະ​ຈຳນວນ​ນັກ​ທ່ອງທ່ຽວ​ຂອງ​ປີ​ກາຍ​ລ້ວນ​ແຕ່​ບໍ່​ໄດ້​ບັນລຸ​ຄາດໝາຍ.ສາ​ເຫດ​ກໍ່​ແມ່ນ​ຍ້ອນວ່າ,ພາຍ​ໃຕ້​ການ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ,​ໃນ​ 6 ​ເດືອນ​ທ້າຍ​ປີ​ກາຍ​ນີ້,ການທ່ອງທ່ຽວ​ໄດ້​ຊຸດ​ໂຊມ​ລົງຕະຫຼອດ​ມາ.ນອກ​ນີ້,ການທ່ອງ​ທ່ຽວ​ຂອງອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ກຳປູ​ເຈຍ​ແລະ​ລາວກໍ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ​ໃນ​ລະດັບ​ທີ່​ຕ່າງ​ກັນ,ຜົນສຳ​ເລັດຂອງ​ການທ່ອງທ່ຽວ​ແລະ​ຂະ​ແໜງ​ທີ່​ກ່ຽວຂ້ອງ​ໄດ້​ຫຼຸດ​ລົງຕາມໆກັນ.

ສ່ວນ​ການທ່ອງທ່ຽວ​ຂອງ​ໄທ​ນອກຈາກ​ໄດ້​ຖືກ​ຜົນ​ສະທ້ອນ​ທາງ​ລົບ​ຈາກ​ວິ​ກິດ​ການ​ການ​ເງິນ​ແລ້ວ,ຍ້ອນ​ສະພາບ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ເກີດ​ມີ​ການ​ປັ່ນ​ປ່ວນ,ຈຶ່ງ​ຖືກ​ກະທົບ​ຢ່າງ​ໜັກໜ່ວງກວ່າໝູ່.ຕາມ​ບົດ​ລາຍ​ງານສະບັບ​ໜຶ່ງ​ທີ່​ທະນາຄານກາງ​ຂອງ​ໄທເຜີຍ​ແຜ່ໃນ​ຫວ່າງ​ມໍ່ໆ​ນີ້,ພຽງ​ແຕ່​ຍ້ອນ​ການຍຶດສະໜາມ​ບິນ​ສາກົນບາງກອກຂອງ​ຜູ້​ປະ​ທ້ວງ​ລັດຖະບານ​ແລະ​ເຮັດ​ໃຫ້​ສະໜາມ​ບິນ​ປິດ 7 ວັນນັ້ນ,ຄາດ​ວ່າ,ໃນ 2 ປີ​ຂ້າງ​ໜ້າ​ນີ້,ຈຳນວນ​ນັກ​ທ່ອງ​ທ່ຽວທີ່​ໄປ​ທ່ຽວ​ຢູ່​ໄທຈະ​ຫຼຸດ​ລົງ​ເຖິງປະມານ 3 ລ້ານ 4 ​ແສນ​ຄົນ,​ຊຶ່ງ​ເປັນ​ຈຳນວນທີ່​ສູງ​ກວ່າ​ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ຫຼຸດ​ໜ້ອຍ​ລົງ​ຍ້ອນພະຍາດອັກ​ເສບ​ປອດ​ຮຸນ​ແຮງ​ຫຼື​ຊາສ໌​ໃນ​ປີ 2003 ​ແລະ​ຄື້ນຊຶນະ​ມີ​ໃນມະຫາ​ສະໝຸດ​ອິນ​ເດຍ​ໃນ​ປີ 2004,ຄວາມ​ເສຍ​ຫາຍ​ຍ້ອນ​ເຫດການ​ນີ້​ຈະ​ໜັກໜ່ວງ​ທີ່​ສຸດ.

ລັດຖະມົນຕີທ່ອງ​ທ່ຽວ​ຂອງ​ປະ​ເທດສະມາຊິກອາ​ຊຽນທີ່​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ດັ່ງກ່າວ​ເຫັນ​ວ່າ,​ເນື່ອງ​ຈາກ​ວ່າ,ນັບ​ແຕ່​ໄຕ​ມາດ​ທີ 4 ປີ​ກາຍ​ເປັນ​ຕົ້ນ​ມາ,ຕະຫຼາດ​ການທ່ອງທ່ຽວ​ອາ​ຊຽນ​ໄດ້ຖືກ​ຜົນ​ສະທ້ອນ​ທາງ​ລົບ​ຈາກ​ວິ​ກິດ​ການ​ການ​ເງິນ,​ແລະ​ຜົນ​ສະທ້ອນ​ທາງ​ລົບ​ຍັງ​ຈະ​ສືບ​ຕໍ່​ຈົນ​ຮອດ 6 ​ເດືອນ​ຕົ້ນ​ປີ​ນີ້,ຖ້າ​ສາມາດ​ຮັກສາ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໃຫ້​ໄດ້​ໃນລະດັບ 58 ລ້ານ​ເທື່ອ​ຄົນ​ຂອງ​ປີ 2007,ກໍ່​ຖື​ວ່າ​ດີ​ຫຼາຍ​ແລ້ວ.

ໂດຍ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຢ່າງ​ຂ້ຽວຂາດ​ຕ່າງໆ,​ເວທີ​ປຶກສາ​ຫາລື​ການທ່ອງ​ທ່ຽວ​ອາ​ຊຽນ​ເທື່ອ​ນີ້​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ຢ່າງ​ກວ້າງຂວາງ.​ເຈົ້າ​ໜ້າ​ທີ່​ລັດຖະບານ​ແລະ​ວົງ​ການທ່ອງທ່ຽວ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ໃນອາ​ຊຽນລວມ 2000 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ເວທີ​ດັ່ງກ່າວ.ຜົນສຳ​ເລັດສຳຄັນ​ອັນ​ໜຶ່ງ​ຂອງ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້​ແມ່ນ,ລັດຖະມົນຕີທ່ອງ​ທ່ຽວ​ອາ​ຊຽນ​ໄດ້​ເປັນ​ເອກະ​ພາບ​ກັນ​ເຫັນ​ດີ​ວ່າ,ປະ​ເທດສະມາຊິກ​ອາ​ຊຽນຈະ​ໃຊ້​ມາດ​ຕະການ​ຮ່ວມ,ຮ່ວມ​ມື​ຢ່າງ​​ໃກ້ຊິດ,ພະຍາຍາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ເຊັ່ນ​ຍີ່ປຸ່ນ ສ.​ເກົາຫຼີ ຈີນ ອິນ​ເດຍ ອົສຕຼາລີ​ແລະ​ນູ​ແວນ​ເຊ​ລັງ​ມາ​ທ່ຽວຢູ່​ປະ​ເທດ​ອາ​ຊຽນ​​ໃຫ້​ຫຼາຍ​ກວ່າ​ເກົ່າ,​​ເພື່ອຫຼຸດຜ່ອນຄວາມ​​ເສຍ​ຫາຍ​ຍ້ອນຈຳນວນ​ນັກ​ທ່ອງ​ທ່ຽວຂອງ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ຫຼຸດ​ໜ້ອຍ​ລົງ​ຢ່າງ​ກະທັນຫັນນັບ​ແຕ່​ເກີດວິ​ກິດ​ການ​ການ​ເງິນມາ​ນີ້.ນອກ​ນີ້,ປະ​ເທດອາ​ຊຽນຍັງ​ຈະ​ຊຸກຍູ້​ການ​ພັດທະນາການທ່ອງທ່ຽວ​ພາຍ​ໃນ​ອາ​ຊຽນ​ເອງ.ລັດຖະມົນຕີທີ່​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້ເຊື່ອ​ວ່າ,ຖ້າ​ສະມາຊິກ​ອາ​ຊຽນ​ໃຊ້ຄວາມພະຍາຍາມ​ຮ່ວມ​ກັນ,​ເພີ່ມ​ທະວີ​ການ​ຮ່ວມ​ມື,ການທ່ອງທ່ຽວ​ຂອງ​ປະ​ເທດ​ອາຊຽນຍ່ອມ​ຈະມີ​ອະນາຄົດທີ່​ສະຫວ່າງ​ສະ​ໄຫວຄືນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>