ການ​ຟື້ນ​ຟູ​ສົ່ງ​ອາຍ​ແກັສ​ທຳ​ມະ​ຊາດ​ຂອງ​ຣັດ​ເຊຍ​ໄປ​ໃຫ້​ເອີ​ລົບ​ພົບ​ກັບ​ອຸ​ປະ​ສັກ​ອີກ​ເທື່ອ​ໜຶ່ງ

(GMT+08:00) 2009-01-14 17:10:22 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ພາຍ​ໃຕ້​ຄວາ​ມພະຍາ​ຍາມ​ໄກ່​ເກ່ຍຂອງ​ເອີ​ລົບ​ໃນ​ມໍ່ໆ​ມາ​ນີ້,ຣັດ​ເຊຍ​ກັບ​ອູ​ແກຼນ​ໄດ້​ເຫັນ​ດີກ່ຽວ​ກັບ​ບັນຫາ​ກວດ​ກາ​ອາຍ​ແກັສທຳ​ມະ​ຊາດ​ທີ່​ຜ່ານ​ດິນ​ແດນ​ອູ​ແກຼນ​ໄປ​ຫາ​ເອີ​ລົບ,​ແລະ​ລິ​ເລີ່​ມຟື້ນ​ຟູ​ການ​ສະໜອງ​ອາຍ​ແກັສທຳ​ມະ​ຊາດ​ທີ່​ຜ່າ​ນອູ​ແກຼນຕໍ່​ເອີ​ລົບນັບ​ແຕ່​ເວລາ10​ໂມງຂອງວັນ​ທີ13​ມັງກອນນີ້​ຕາມ​ເວລາ​ມົສກູ,​ແຕ່​ວ່າ​ນັກ​ສຳ​ຫຼວດ​ເອີ​ລົບ​ລາຍ​ງານ​ໃນ​ມື້​ດຽວ​ກັນ​ວ່າ,ອາຍ​ແກັສທຳ​ມະ​ຊາດ​ທີ່​ໄດ້​ສົ່ງ​ຈາກຣັດ​ເຊຍ​ຜ່າ​ນອູ​ແກຼນ​ໄປ​ຫາ​ເອີ​ລົບ​ມີປະ​ລິມານ​ໜ້ອຍ​ດຽວ,ຣັດ​ເຊຍ​ກັບ​ອູ​ແກຼນ​ຕິຕຽນ​ກັນ​ວ່າຄວນ​ຮັບຜິດຊອບ​ຕໍ່​ເລື່ອງ​ດັ່ງກ່າວ.​ການ​ຟື້ນ​ຟູການ​ສະ​ໜອງ​ອາຍ​ແກັສທຳ​ມະ​ຊາດ​ຕໍ່​ເອີ​ລົບ​ມີ​ຄວາມ​ຫຍຸ້ງຍາກ​​ອີກ​ເທື່ອ​ໜຶ່ງ.

ຫຼັງຈາກ​ຣັດ​ເຊຍ​ເລີ່​ມ​ຟື້ນຟູ​ການ​ສະໜອງ​ອາຍ​ແກັສທຳ​ມະ​ຊາດ​ຕໍ່​ເອີ​ລົບ​ໄດ້ຫຼາຍ​ຊົ່ວ​ໂມງ​ແລ້ວ,ຣັດ​ເຊຍ​ກ່າວ​ວ່າ,​ເນື່ອງ​ຈາກ​ວ່າ​ອູ​ແກຼນບໍ່​ໄດ້​​ເປີດທໍ່​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ທີ່​ຜ່າ​ນອູ​ແກຼນ​ໄປ​ຫາ​​ເອີ​ລົບ.ສະນັ້ນຣັດ​ເຊຍ​ບໍ່​ສາມາດ​ບັນລຸ​ການ​ສົ່ງ​ອາຍ​ແກັສທຳ​ມະ​ຊາດທີ່​ຜ່ານ​ອູ​ແກຼນ​ໄປ​ໃຫ້​ເອີ​ລົບ​ໃນ​ມື້​ດຽວ​ກັນ​ໄດ້,​ແຕ່​ອູ​ແກຼນ​ໂຕ້​ຕອບ​ວ່າ​ຣັດ​ເຊຍ​ເລືອກ​ຟື້ນ​ຟູ​ບາງ​ທໍ່​ສົ່ງ​ອາຍ​ແກັສແມ່ນ​​ເປັນ​ໄປ​ບໍ່​ໄດ້​ໃນ​ດ້ານເຕັກ​ນິກ,ອູ​ແກຼນບໍ່​ສາມາດ​ຍອມຮັບ​ທໍ່ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ຂອງຣັດ​ເຊຍ,ຍ້ອນ​ວ່າ​ນີ້​ຈະ​ເຮັດ​ໃຫ້​​ເຂດພາກ​ຕາ​ເວັນ​ອອກ​​ແລະ​ພາກ​ໃຕ້ຂອງ​ອູ​ແກຼນ​ຂາດອາຍ​ແກັສທຳ​ມະ​ຊາດ.ອູ​ແກຼນຮຽກ​ຮ້ອງ​ໃຫ້​ສົ່ງ​ອາຍ​ແກັສຕາມ​ທໍ່ເກົ່າ,​ແຕ່​ໄດ້​ຮັບ​ການ​ປະຕິ​ເສດຈາກ​ຮັດ​ເຊຍ.ດ້ວຍ​ເຫດ​ນີ້,ຂັ້ນ​ຕອນ​ທີ່​ຣັດ​ເຊຍ​ຟື້ນ​ຟູ​ການສົ່ງ​ອາຍ​ແກັສ​ໄປ​ໃຫ້​ເອີ​ລົບ​ໂດຍ​ຜ່ານ​ອູ​ແກຼນ​ຈິ່ງໄດ້​ພົບ​ກັບ​ອຸປະ​ສັກ​ອີກ​ເທື່ອ​ໜຶ່ງ.

ນັກວິ​ເຄາະ​ຊີ້ອອກ​ວ່າ, ​ເຖິງ​ວ່າ​ພາຍ​ໃຕ້​ການ​ໄກ່​ເກ່ຍຂອງ​ສະຫະພາບ​ເອີ​ລົບ, ​​​ແລະຣັດ​ເຊຍ​ກັບ​ອູ​ແກຼນກໍ່​ໄດ້​ກ້າວ​ເຖິງ​ຂັ້ນຕົກລົງ​ກັນ​ໃນ​ບັນຫາຕິດຕາມກວດກາ​ການ​ສົ່ງ​ອາຍ​ແກັສຜ່ານ​ແດນ​​ແລ້ວ​ກໍ່ຕາມ​, ​ແຕ່​​​ໃນ​ເລິກໆ, ສອງ​ຝ່າຍ​ຍັງ​ກົດ​ດັນ​ກັນ​ຢ່າງ​ລັບໆ. ອູ​​ແກຼນ​ເຫັນ​ວ່າ, ອາຍ​ແກັສຂອງຣັດ​ເຊຍ​ເຂົ້າສູ່​ທໍ່​ສົ່ງ​ໃນ​ແດນ​ອູ​​ແກຼນ 36 ຊົ່ວ​ໂມງ​ແລ້ວ​ກໍ່​ສາມາດ​ໄປ​ຮອດ​ປາຍ​ທໍ່ສົ່ງ​ໄປ​ເອີ​ລົບທີ່​ຕັ້ງຢູ່ພາກ​ຕາ​ເວັນຕົກ​ອູ​ແກຼນ. ​ແຕ່​ຣັດ​ເຊຍ​ພັດ​ເຫັນ​ວ່າ, ​ໃນ​ເວລາ​ເຊົາ​ສົ່ງ​ອາຍ​ແກັສ​ໃນ​ວັນ​ທີ 7 ມັງກອນ, ທໍ່​ຂອງ​ອູ​​ແກຼນກໍ່​ໄດ້​ມີ​ອາຍ​ແກັສທີ່ຣັດ​ເຊຍ​ສະໜອງ​ໃຫ້​ກ່ອນ​ໜ້ານັ້ນ​ເຕັມ​ແລ້ວ, ສະນັ້ນ, ຂໍ​ແຕ່​ວ່າ​ອາຍ​ແກັສ​ເຂົ້າສູ່​ທໍ່​ສົ່ງອາຍ​ແກັສຂອງ​ອູ​​ແກຼນ, ​ເອີ​ລົບ​ກໍ່​ຄວນ​ໄດ້​ຮັບ​ອາຍ​ແກັສ​ໃນ​ທັນທີ​ໂລດ. ນອກ​ນັ້ນ, ອູ​ແກຼນ​ໄດ້​ກ່າວຫຼາຍ​ເທື່ອ​ວ່າ, ຈະ​ສືບ​ຕໍ່​ໃຊ້​ອາຍ​ແກັສຂອງຣັດ​ເຊຍ​ເປັນ​ການ​ສິ້ນ​ເປືອງດ້ານ​ເຕັກນິກ​ຂອງ​ການ​ສົ່ງ​​ແກັສ, ​ແຕ່​ແກັສ​ຈຳນວນ​ນີ້​ຈະ​ໄລ່​ເຂົ້າ​ໃນ​ຄ່າ​ຜ່ານ​ແດນ​ທີ່​ອູ​ແກຼນ​ເກັບນັ້ນ, ນີ້​ອາດ​ຈະ​ກາຍ​ເປັນ​ຂໍ້​ຂັດ​ແຍ້​ງອີກ​ຂໍ້​ໜຶ່ງ​ຂອງ​ສອງ​ຝ່າຍ. ສະນັ້ນ, ​ເຖິງ​ວ່າ​ປະຈຸ​ບັນ, ຣັດ​ເຊຍ​ໄດ້​ຟື້ນ​ຟູ​ສົ່ງ​ອາຍ​ແກັສ​ໃຫ້​ເອີ​ລົບ​ແລ້ວ, ​ແຕ່​ຖ້າ​ສອງ​ຝ່າຍ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ບໍ່​​ໄດ້​ໃນ​ອະນາຄົດ, ຣັດ​ເຊຍ​ອາດ​ຈະ​ເຊົາ​ສົ່ງ​ອາຍ​ແກັສ​ໃຫ້​​ເອີ​ລົບ​ອີກ​ເທື່ອ​ໜຶ່ງ. ທ່ານ​ປູ​ຕີນ​ເຄີຍ​ກ່າວ​ເຕືອນ​ວ່າ, ຖ້າ​ກວດ​ພົບວ່າ​ອູ​ແກຼນຍັງ​"ລັກອາຍ​ແກັສ", ຣັດ​ເຊຍ​ຈະ​ຢຸດເຊົາ​ສົ່ງ​ອາຍ​ແກັສ​ໃຫ້​ເອີ​ລົບ​ທີ່​ຜ່ານ​ແດນ​ອູ​ແກຼນອີກ.

 ສາ​ເຫດ​ໂດຍ​ກົງ​ທີ່​ພາ​ໃຫ້​ເກີດຄວາມ​ຂັດ​ແຍ່ງ​ກັນ​ໃນ​ປະຈຸ​ບັນ​ແມ່ນ​ຍ້ອນຣັດ​ເຊຍ​ກັບ​ອູ​ແກຼນຍັງ​ບໍ່​ໄດ້​ເຊັນ​ຂໍ້​ຜູກ​ພັນ​ສະໜອງ​ອາຍ​ແກັສທຳ​ມະ​ຊາດ​ສະບັບ​ໃໝ່. ​ແຕ່​ຖ້າສອງ​ຝ່າຍ​ຢາກ​ຕົກລົງ​ກັນ​ໄດ້​ກ່ຽວ​ກັບ​ບັນຫາ​ການ​ສະໜອງ​ອາຍ​ແກັສທຳ​ມະ​ຊາດ​ສຳລັບ​ປີ 2009, ​ແລະ​ເຊັນ​ຂໍ້​ຜູກ​ພັນ​ຕ່າງໆທີ່​ກ່ຽວຂ້ອງ, ກໍ່ຕ້ອງ​ແກ້​ໄຂຂໍ້​ຂັດ​ແຍ່ງ​ຕ່າງໆ​ກ່ອນ​ເຊັ່ນ: ລາຄາ​ການ​ສະໜອງ​ອາຍ​ແກັສທຳ​ມະ​ຊາດ, ອັດຕາ​ຄ່າສົ່ງ​ອາຍ​ແກັສຜ່ານອູ​ແກຼນ​ແລະ​ໜີ້​ສິນ​ເປັນ​ຕົ້ນ. ​ເຖິງ​ວ່າ​ປະຈຸ​ບັນ​ສອງ​ຝ່າຍ​ລ້ວນ​ແຕ່​ຢາກສືບ​ຕໍ່​ການ​ເຈລະຈາ​ໃນ​ລະດັບ​ສູງ​ກວ່າ​ເກົ່າ​ກໍ​ຕາມ, ​ແຕ່ຣັດ​ເຊຍ​ຍັງຍຶດໝັ້ນ​ລາຄາ​ໃໝ່​ຄື450​ໂດ​ລາ​ຕໍ່​ພັນ​ແມັດ​ກ້ອນ​ທີ່ອາດ​ຈະ​ເປັນ​ອຸປະສັກ​ທີ່​ຜ່ານ​ຍາກ​ໃນການ​ເຈລະຈາ​ຂອງສອງ​ຝ່າຍ. ສະ​ນັ້ນ, ຢາກຢຸດຕິ​ຄວາມ​ຂັດ​ແຍ່ງ​ເລື້ອງ​ອາຍ​ແກັສທຳ​ມະ​ຊາດ​ໄດ້, ຣັດ​ເຊຍ​ກັບ​ອູ​ແກຼນຍັງ​ຈະ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ຢ່າງ​ສູງ. ສຳລັບ​ສະຫະພາບ​ເອີ​ລົບ​ແລ້ວ, ຄາດ​ວ່າ​ຈຳ​ເປັນ​ຕ້ອງ​ໄດ້​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂອງ​ສອງ​ປະ​ເທດ​ໃນ​ເທື່ອ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>