ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ນາຍົກລັດຖະມົນຕີ​ໄທ​ກ່າວ​ເນັ້ນ​ວ່າ​ຈະ​ພະຍາຍາມ​ຟື້ນ​ຟູ​ສາມັກຄີ​ຂອງ​ຊາດ

(GMT+08:00) 2009-01-14 18:13:42 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ14 ມັງກອນ​ນີ້,ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ນາຍົກລັດຖະມົນຕີ​ໄທ​ກ່າວ​ເນັ້ນ​ວ່າ,ລັດຖະບານ​ຊຸດ​ປັດຈຸບັນ​ຈະ​ພະຍາຍາມ​ຟື້ນ​ຟູ​ສາມັກຄີ​ຂອງ​ຊາດ.

ມື້​ດຽວ​ກັນ,ຢູ່​ບາງກອກ,ທ່ານ​ອະພິສິດ​ໄດ້​ພົບ​ປະທູດ​ຂອງ93ປະ​ເທດ​ແລະ​​ເຂດ​ແຄວ້ນພ້ອມ​ດ້ວຍຜູ່​ຕາງໜ້າ​ຂອງ24ອົງການ​ຈັດ​ຕັ້ງ​ສາກົນປະຈຳ​ໄທ.ທ່ານ​ອະພິສິດ​ກ່າວ​ເນັ້ນ​ວ່າ,ປັດຈຸບັນ,ການ​ເມືອງ​ຂອງໄທພວມ​ຢູ່​ໃນ"​ໄລຍະ​ຂ້າມ​ຜ່ານ​ປະຊາທິປະ​ໄຕ",ລັດ​ຖະບານ​ຊຸດ​ປັດຈຸບັນ​ຈະ​ພະຍາຍາມ​ຟື້ນ​ຟູຄວາມ​ສາມັກຄີ​ແລະ​ກົມກຽວ​ກັນ​ພາຍ​ໃນ​ປະ​ເທດ.

ໃນ​ຂະ​ນະ​ດຽວ​ກັນ,ທ່ານ​ອະພິສິດ​ກ່າວ​ວ່າ,​ໄທ​ມີ​ຄວາມ​ໝັ້ນ​ໃຈປະກາດຕໍ່ປະຊາ​ຄົມ​ໂລກວ່າ,ການ​ເມືອງ​ແລະ​ເສດຖະກິດ​ຂອງ​ໄທ​ຈະ​ສືບ​ຕໍ່​ຂະຫຍາຍໄປ​ໜ້າ​ແລະ​ຈະໄດ້ຣັບຜົນຢ່າງຕັ້ງໜ້າ.​ເຊັ່ນ​​ໃນ​ດ້ານ​ເສດຖະກິດ,ລັດຖະບານ​ໄທ​ຊຸດ​ປັດຈຸບັນ​ໄດ້​ປະກາດ​ໃຊ້​ມາດ​ຕະການ​ໄລຍະ​ສັ້ນ​ແລະ​ໄລຍະ​ຍາວນານ​ທີ່​ກະ​ຕຸ້ນ​ເສດຖະກິດ​ໃຫ້​ເຕີບ​ໂຕ.

ທ່ານ​ອະພິສິດ​ຍັງ​ກ່າວ​ລື້ມວ່າ,​ໄທ​ໄດ້ກຽມພ້ອມ​ແລ້ວ​ທີ່​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາຊ​ຽນ​ແຕ່​ວັນ​ທີ27 ກຸມພາ​ຫາ​ວັນ​ທີ1 ມີນາ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>