ອົງການ​ຮາ​ມາສສົ່ງ​ແຜນການ​ຢຸດ​ຍິງ​ລະອຽດ​ໃຫ້​ເອຢິບ ຢູ່​ເຂດ​ກາຊາ​ຈະບັນລຸ​ການ​ຢຸດ​ຍິງ​ບໍ່?

(GMT+08:00) 2009-01-15 14:27:25 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI:ວັນ​ທີ 14 ມັງກອນ​ນີ້,ຢູ່​ເລິ​ແກ ນະຄອນຫຼວງ​ເອຢິບ,ຂະ​ບວນການ​ອິສລາມ​ຕໍ່ຕ້ານຂອງ​ປາ​ເລັສຕີນຫຼື​ຮາ​ມາສປະກາດ​ວ່າ,ຮາ​ມາສ​ໄດ້​ສົ່ງ​ແຜນການ​ລະອຽດ​ກ່ຽວ​ກັບ​ຂໍ້​ລິ​ເລີ່​ມຢຸດ​ຍິງ​ໃຫ້​ເອຢິບ.​ໃນ​ເວລາ​ນີ້,ຝ່າຍ​ຕ່າງໆກໍ່​ຕັ້ງ​ຄວາມ​ຫວັງ​ຢ່າງ​ເຕັມທີ່​ວ່າການ​​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງ​ອິສຣາ​ແອນ​ທີ່​ໄດ້​ດຳ​ເນີນ​ຢູ່​ເຂດ​ກາຊາ​ເປັນ​ເວລາ 19 ວັນ​ຈະ​​ສິ້ນ​ສຸດ​ລົງ​ໃນ​ໄວໆ​ນີ້.​ແຕ່​ນັກ​ວິຈານ​ເຫັນ​ວ່າ,ສະພາບ​ໃນ​ປະຈຸ​ບັນ​ບໍ່​ງ່າຍ​ຄື​ທີ່​ຄຶດ.

ເນື້ອ​ໃນ​ຂອງ​ຂໍ້​ລິ​ເລີ່​ມຢຸດ​ຍິງ​ທີ່​ເອຢິບ​ສະ​ເໜີ​ອອກ​ມາ​ມີ​ດັ່ງນີ້:​ໃຫ້ສອງ​ຝ່າຍ​ທີ່​ປະ​ທະ​ກັນ​ຢຸດ​ຍິງຊົ່ວຄາວ​ໃນ​ທັນທີ​ກ່ອນ;​ແລ້ວເຈລະຈາກັນ​ເພື່ອ​ຊຸກຍູ້​ການ​ຢຸດ​ຍິງສຳລັບຍາວ​ນານ​ແລະ​ໄຂ​ດ່ານ​ຊາຍ​ແດນ​ເຂດ​ກາຊາ;​ແລະສຸດທ້າຍ​ກໍ່ບັນລຸ​ຄວາມ​ປອງ​ດອງ​ກັນ​ລະຫວ່າງອົງການ​ຮາ​ມາສກັບອົງການ​ອານ​ຟາ​ຕາ.

ສຳລັບ​ຂໍ້​ສະ​ເໜີ​ດັ່ງກ່າວ​ທີ່​ເອຢິບ​ສະ​ເໜີ​ອອກມາ, ວັນ​ທີ 14 ມັງກອນ​ນີ້ອົງການ​ຮາ​ມັສກໍ່​ວ່າບໍ່​ຄັດຄ້ານ​, ​ແຕ່​ກໍ​ໄດ້​ຍື່ນ​ແຜນການ​ຂອງ​ຕົນ​ໃຫ້​ຝ່າຍ​ເອຢິບ. ​ເນື້ອ​ໃນ​ຂອງ​ແຜນການ​ທີ່​ອົງການ​ຮາ​ມັສສະ​ເໜີ​ອອກ​ມາຕົ້ນຕໍ​​ແມ່ນ​ໃຫ້​ອິສຣາ​ແອນ​ຕ້ອງ​ຢຸດຕິ​ການ​ເຄື່ອນ​ໄຫວ​ການ​ທະຫານ​ຢູ່​ເຂດ​ກາຊາ​ແລະ​ຖອນ​ອອກ​ຈາກ​ເຂດ​ກາຊາ, ​ເປີດ​ດ່ານ​​ກາຊາ, ຍົກ​ເລີກ​ການ​ປິດ​ລ້ອມ​ຕໍ່​ເຂດ​ກາຊາ​ແລະ​ວຽກ​ງານ​ສ້າງສາ​ຄືນ​ໃໝ່​ຫຼັງ​ສົງຄາມ. ຕອນ​ທ່ຽງ​ຄືນ​ວັນ​ທີ 14 ມັງກອນ​ນີ້, ທ່ານ​ມຸຮຳມັດ ນາ​ຈາ​ ​ເຈົ້າ​ໜ້າ​ທີ່​ການ​ເມືອງຂອງ​ອົງການຮາ​ມັສຊີ້​ອອກ​ຕື່ມ​ອີກ​ວ່າ,"ພວກ​ເຮົາ​ພຽງ​ແຕ່​ສະ​ເໜີ​ຄວາມ​ເຫັນ​ພໍ​ລໍຖ້າ​ເບິ່ງ​ສະພາບ​ການ, ຖ້າວ່າ​ຄວາມ​ເຫັນ​ເຫຼົ່າ​ນີ້​ບໍ່​ໄດ້​ຮັບ​ການ​ພິຈາລະນາ, ພວກ​ຂ້າພ​ະ​ເຈົ້າ​ຈະກໍ​ບໍ່​ຮັບຮອງ​ການ​ຢຸດ​ຍິງ. ອັນ​ທີ່​ເອີ້ນ​ວ່າການ​ເຈລະຈາ​ຢຸດ​ຍິງ, ທີ່​ສື່​ມວນ​ຊົນ​ເວົ້າ​ເຖິງ​ນັ້ນ, ອົງການ​ຮາ​ມັສບໍ່​ຍອມຮັບ​ຮອງ​ການ​ຢຸດ​ຍິງ​ຖາວອນ, ​ເພາະວ່າ​ນີ້​ໝາຍ​ຄວາມ​ວ່າ​ຢຸດຕິ​ການ​ຕໍ່ສູ້." ຈາກ​ການຮັບຮອງ​ດ້ານຫຼັກການ​ໃນ​ຕອນ​ບ່າຍ​ວັນ​ທີ 14 ມັງກອນນີ້​ຮອດ​ຄວາມ​ເຫັນ​ລໍຖ້າ​ເບິ່ງ​ສະພາບ​ການໃນ​ຕອນ​ຄ່ຳ​ແລ້ວ​ມາຮອດການ​ປະຕິ​ເສດບໍ່​ຮັບຮອງ, ການ​ປ່ຽນ​ແປງ​​ເຫຼົ່າ​ນີ້​​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ບໍ່​ແນ່​ນອນດ້ານ​ທ່າ​ທີຂອງ​ອົງການ​ຮາ​ມັສ​ໃນ​ບັນຫາຂໍ້​ສະ​ເໜີ​ຢຸດ​ຍິງ.

ອີກ​ອັນ​ໜຶ່ງນັບ​ມາ​ຮອດ​ປະຈຸ​ບັນ, ​ທາງ​ການ​ອິສຣາ​ແອນ​ກໍ່ຍັງ​ບໍ່​ຕອບ​ຮັບຕໍ່​ແຜນການ​ຢຸດ​ຍິງ​ຂອງ​ອົງການ​ຮາ​ມັສ. ວັນ​ທີ 15 ມັງກອນ​ນີ້, ທ່ານ​ອາ​ມົສ ກີ​ລັດ ຫົວໜ້າ​ກົມ​ການ​ເມືອງ​ແລະ​ຄວາມ​ປອດ​ໄພ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ຈະໄປ​ເລີ​ແກອີກ, ​ເພື່ອປຶກສາ​ຫາລື​ກັບ​ເອຢິບ​ກ່ຽວ​ກັບ​ວຽກ​ງານ​ຢຸດ​ຍິງ​ຢູ່​ເຂດ​ກາຊາ, ຮອດ​ເວລາ​ນັ້ນທ່ານຈະ​​ແຈ້ງ​ຫຼັກ​ໝັ້ນ​ຂອງ​ຝ່າຍ​ອິສຣາ​ແອນ​ໃຫ້​ເອຢິບ​ຊາບ.

ແຕ່​ວ່າ, ວັນ​ທີ 14 ມັງກອນ​ນີ້ ທ່ານ​ອາ​ເວຕາ​ຣ.​ໄລ​ໂປ​ວິກ ​ໂຄສົກ​ຝ່າຍ​ທະຫານ​ອິສລາ​ແອນ​ກ່າວ​ວ່າ, ສິ່ງ​ທີ່​ອິສລາ​ແອນ​ສົນ​ໃຈ​ກວ່າ​ຫມູ່​ນັ້ນ​ແມ່ນ​ການ​ຢຸດ​ຍິງ,​ນັ້ນ​ຄື​ບັນຫາ​ຈັດ​ວາງ​ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ​ລາ​ຟາ​ທີ່ລະ ຫວ່າງ​ກາ​ຊາ​ກັບ​ເອຢິບ,ນີ້​​ແມ່ນ​ກ່ຽວ​ພັນເຖິງ​ບັນຫາ​ຂໍ​ກະ​ແຈ​ທີ່​ຮາ​ມາສຈະ​ໄດ້​ຮັບ​ການ​ສະຫນອງ​ຈະ​ຫລວດຍິງ​ໄລຍະ​ໄກ​ຫລື​ບໍ່​ໃນ​ຕໍ່ຫນ້າ​.ຖ້າ​ບັນ​ຫານີ້ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ,ກໍ່​ຍາກ​ທີ່ອິສລາ​ແອນ​ຈະ​ຢຸດ​ຍິງ​.

​ແລະ​ອັນ​ສຸດ​ທ້າຍ:ອາ​ເມ​ລິ​ກາ​ທີ່​ມີ​ອິດ​ທິພົນ​ສຳຄັນ​ຕໍ່​ອິສລາ​ແອນ​ປາ​ເລັສຕິນ​ເຫັນ​ວ່າ, ຮາ​ມາສຍັງ​ບໍ່​ທັນ​ຕອບ​ສະຫນອງ​ຕາມ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ໃນ​ການ​ຢຸດ​ຍິງ.ນາງ​ດາ​ນາ ​ເພຣີ​ໂນ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຍັງ​ສົງ​ໃສ​ຕໍ່​ທາດ​ແທ້​ຂອງ​ທ່າ​ທີ​ຮາ​ມາສທີ່​ສື່​ມວນ​ຊົນ​ລາຍ​ງານ​ມາ, ສະນັ້ນ ​ໃນ​ບາດກ້າວ​ຕໍ່​ໄປກໍ່​ຍັງ​ຈະ​ສືບຕໍ່ສັງ​ເກດ​​ເຍ​ເບິ່ງຢູ່.

ເບິ່ງ​ຈາກ​ສະພາບ​ທີ່​ກ່າວ​ມານັ້ນ​ແລ້ວ,ບໍ່​ວ່າ​ແມ່ນ​ອິສລາ​ແອນ​ຫລື​ຮາ​ມາສ​ກໍ່ຍັງ​ຈະຕໍ່ວ່າ​ຕໍ່​ຂານ​ກັນຕໍ່​ໄປກ່ຽວ​ກັບ​ຂໍ້​ສະ​ເຫ​ນີຢຸດ​ຍິງ​ຢູ່​ເຂດ​ກາຊາ​ພາຍ​ໃນ​ຫລາຍ​ມື້​ຂ້າງ​ຫນ້າ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>