ລັດຖະ​ບານ​ຈີນ​ຜ່ານ​ແຜນ​ການ​ປັບປຸງ​ແລະພັດ​ທະນາ​ອຸດສາ​ຫະກຳ​ລົດຍົນ​ແລະ​ເຫຼັກ​ກ້າ

(GMT+08:00) 2009-01-15 19:48:10 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI, ວັນ​ທີ14ມັງກອນ​ນີ້, ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ປະຈຳ​ຂອງ​ລັດຖະ​ບານ​ຈີນ, ພິຈາ​ລະນາ​ແລະ​ຜ່ານ​ຮັບຮອງ​ແຜນການ​ປັບປຸງ​ແລະພັດ​ທະນາ​ອຸດ​ສາ​ຫະ​ກຳລົດ​ຍົນ​ແລະ​ເຫຼັກ​ກ້າໃນ​ດ້ານ​ຫຼັກການ.

ກອງ​ປະຊຸມ​ຕົກລົງ​ວ່າ,​ເລີ່ມແຕ່​ວັນ​ທີ20ມັງກອນ​ນີ້​ຮອດ​ວັນ​ທີ31​ທັນວາ​ປີ​ນີ້, ຈະ​ຫຼຸດ​ເກັບ​ອາກອນ​ຊື້​ລົດ​ຍົນ​ທີ່​ແຮງ​ໂມ​ເຕີ1,6ລິດ​ຫຼື​ຕ່ຳ​ກວ່າ​ນີ້ລົງ​ຮອດ5%, ນອກ​ນີ້​ໃນ3ປີ​ຕໍ່ໜ້າ​ນີ້, ສູນ​ກາ​ງຍັງ​ຈະ​ວາງ​ງົບປະ​ມານ​ສະ​ເພາະ10ຕື້​ຢວນ, ສະ​ໜັບ​ສະ​ໜູນ​ວິ​ສາ​ຫະກິດ​ດຳ​ເນີນ​ການດັດ​ສ້າງ​ເຕັກ​ນິກ​ແລະ​ພັດທະນາ​ລົດ​ຍົນ​ທີ່​ໃຊ້​ພະລັງງານ​ໃໝ​ພ້ອມ​ດ້ວຍ​ເຄື່ອງ​ອາ​ໄຫຼ່.

ກອງ​ປະຊຸມ​ສະ​ເໜີ​ວ່າ, ​ເພື່ອ​​ເລັ່ງລັດ​ການ​ປັບປຸງ​ແລະ​ພັດທະນາ​ອຸດສາ​ຫະກຳ​ເຫຼັກ​ກ້າ, ຈີນ​ຈະ​ປະຕິບັດ​ນະ​ໂຍບາ​ຍ​ເກັບພາສີ​ອາກອນ​ສິນຄ້າ​ສົ່ງ​ອອກ​ທີ່ຫຼຸດຜ່ອນ​ໄດ້​ຢ່າງ​ເໝາະ​ສົມ, ຮັກສາ​ໂກ​ຕາ​ຕະ​ຫຼາດ​ສາກົນ; ພ້ອມ​ກັນ​ນັ້ນ, ​ກໍເພີ່ມ​ທະວີ​ການດັດ​ສ້າງ ຄົ້ນ​ຄວ້າ​ພັດທະນາ​ແລະ​ນຳ​ເຂົ້າ, ຊຸກ​ຍູ້​ເຕັກ​ນິກ​ຜະລິດ​ເຫຼັກ​ກ້າ​ໃຫ້​ກ້າວ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>