ລົດຍົນ​ທີ່ໃຊ້​ພະລັງງານ​ໃໝ່ຂອງ​ຈີນ​ວາງສະ​ແດງ​ຢູ່​ອາ​ເມ​ລິ​ກາ​ເໜືອ​ແລະ​ກາຍ​ເປັນ​ຈຸດ​ເດັ່ນແຫ່ງ​ຄວາມ​ສົນ​ໃຈ

(GMT+08:00) 2009-01-16 15:05:00 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI:ງານ​ວາງສະ​ແດງ​ລົດຍົນ​ສາກົນອາ​ເມ​ລິ​ກາ​ເໜືອ​ທີ່​ເປັນໜຶ່ງ​ໃນ 5 ງານ​ວາງສະ​ແດງ​ລົດຍົນທີ່​ສຳຄັນ​ຂອງໂລກຈະ​ຕ້ອນຮັບ​ຜູ້​ຊົມ​ວົງ​ການ​ຕ່າງໆ​ຢູ່​ນະຄອນ​ເດ​ໂຕຼຍ​ອາ​ເມ​ລິ​ກາ​ນັບ​ແຕ່​ວັນ​ທີ 17 ຫາ​ວັນ​ທີ 25 ​ເດືອນ​ນີ້.ພາຍ​ໃຕ້​ສະພາບ​ທີ່​ຕະຫຼາດ​ລົດຍົນອາ​ເມ​ລິ​ກາ​ເໜືອ​ຊຸດ​​ໂຊມ​ລົງ​ຢ່າງ​ໜັກໜ່ວງ​ແລະບໍລິສັດ​ຜະລິດ​ລົດຍົນ​ຫຼາຍ​ແຫ່ງ​ບໍ່​ໄດ້​ມາ​​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ເທື່ອ​ນີ້,ລົດຍົນ​ທີ່​ໃຊ້​ພະລັງງານ​ໃໝ່​ທີ່​ໂຮງງານ​ຜະລິດ​ລົດຍົນຈີນ​ຄົ້ນຄວ້າ​ຜະລິດນັ້ນ​ໄດ້​ກາຍ​ເປັນ​ຈຸດ​ເດັ່ນໃນ​ງານ​ວາງສະ​ແດງ​ເທື່ອ​ນີ້,ນີ້​ກໍ່​ແມ່ນ​ການ​ກະກຽມ​ບາດກ້າວ​ໜຶ່ງ​ຂອງບໍລິສັດ​ຈີນ​ເພື່ອ​ເຂົ້າສູ່​ຕະຫຼາດລົດຍົນ​ອາ​ເມ​ລິ​ກາ​ເໜືອ.

ບໍລິສັດປີ​ຢາ​ຕີ​ແລະ​ບໍລິສັດຮວາ​ເຊີນ​ທີ່​ມາ​ຈາກ​ຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ລົດຍົນ​ເທື່ອ​ນີ້.ທ່ານ​ວາງ​ຊວນ​ຟູ ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ປີ​ຢາ​ຕີ​ກ່າວ​ວ່າ,ປີ​ນີ້,ລົດຍົນ​ຍີ່​ຫໍ້​ປີ​ຢາ​ຕີ​ໄດ້​ຮັບ​ຄວາມ​ນິຍົມ​ເກີນ​ຄາດ.ກອງ​ປະຊຸມຂ່າວກໍ່​ຟົດ​ຟື້ນ​ເກີນ​ຄາດຄື​ກັນ.​ເພາະວ່າປີ​ກາຍ,ພວກ​ເຮົາ​ກໍ່​ໄດ້​ມາເຂົ້າ​ຮ່ວມ,​ແຕ່ມີປະມານ 50 ກວ່າ​ຄົນ​ເທົ່າ​ນັ້ນມາ​​ເຂົ້າ​ຮ່ວມ​ກອງ​ປະຊຸ​ມຂ່າວ,​ແຕ່ປີ​ນີ້,ມີຮອດ 600 ກວ່າ​ຄົນ.

ໃນ​ງານ​ວາງສະ​ແດງ​ຄັ້ງນີ້,ບໍລິສັດ​ບີ​ຢາຕີ​ໄດ້​ວາງສະ​ແດງ​ລົດ​ຈຳລອງ​ແບບ E6 ທີ່​ໃຊ້​ໄຟຟ້າ​ທີ່​ບໍລິສັດ​ນີ້​ຄົ້ນຄວ້າ​ຜະລິດ.ທ່ານ​ວາງ​ຊວນ​ຟູ​ກ່າວ​ວ່າ, ພວກຂ້າພະ​ເຈົ້າກຽມ​ໃຊ້​ເວລາ​ສອງ​ປີ​ເພື່ອ​ສຳ​ເລັດ​ການ​ທົດ​ລອງ​​ແລະຜະລິດ​ລົດຍົນ​ນີ້,​ແລະ​ເຈາະ​ຕະຫລາດຈຳຫນ່າຍ,ຖ້າວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ດຳ​ເນີນ​ໄປ​ຕາມ​ແຜນ, ກໍ່ຈະກຽມສົ່ງໄປ​ຂາຍ​ຢູ່​ທົ່ວ​ອາ​ເມ​ລິ​ກາ​ໃນ​ປີ 2011.ພວກຂ້າພະ​ເຈົ້າມີ​ຄວາມ​ຫມັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ຕໍ່​ຜະລິດ​ຕະພັນ​ຂອງ​ຕົນ​ເອງ. ລົດ​ແບບ F3DM ທີ່​ເລີ່​ມຂາຍ​ໃນ​ເດືອນ​ທັນວາ​ປີ​ກາຍ​ແມ່ນ​ລົດ​ທີ່​ໃຊ້​ພະລັງງານ​ໃຫມ່​ຄັນ​ທຳ​ອິດ​ໃນ​ທົ່ວ​ໂລກ​ທີ່​ບັນລຸ​ການ​ຜະລິດ​ແລະ​ຂາຍ.ນີ້​ກໍ່​ແມ່ນ​ວິ​ສາ​ຫະກິດ​ລົດຍົນ​ຈີນ​ເປັນຜູ່​ນຳ​ຫນ້າ​ໃນ​ຂະ​ແຫນງ​ການ​ລົດຍົນ.ພວກ​ເຮົາ​ມີ​ທ່າ​ແຣງທາງ​ດ້ານ​ເຕັກນິກ, ບວກ​ກັບ​ທ່າ​ແຮງ​ດ້ານທຶນຮອນ,ກໍ່​ສາມາດ​ກວມ​ເອົາອັດຕາ​ສ່ວນ​ຫລາຍ​ໃນ​ຕະຫລາດ​ອາ​ເມ​ລິ​ກາ​ເຫນືອ​​ໄດ້ແລ້ວ.

ເດືອນກັນຍາ​ປີ​ກາຍ​ນີ້, ບໍລິ​ສັດ​ຫຸ້ນ​ສ່ວນຄຸ້ມ​ຄອງ​​ພະ​ລັງ​ງານ​ອາ​ເມ​ລິ​ກາ​ກາງຫຼື​ບໍລິສັດMEHCຂອງທ່ານ​ວໍ ບັບ​ເຟັດຫຼື​ຫຼາຍ​ຄົນ​ເອີ້ນ​​ເພິ່ນ​ວ່າ"​ເທບ​ແຫ່ງ​ຫຸ້ນ"​ໄດ້​ໃຊ້​ເງິນ 230 ລ້ານ​​ໂດ​ລາ​ຊື້​ຫຸ້ນ​ສ່ວນ 10% ຂອງ​ບໍລິສັດ​ບີ​ຢາ​ຕີ, ​ເຮັດ​ໃຫ້​ບໍລິສັດ​ບີ​ຢາ​ຕີ​ມີ​ຊື່​ສຽງ​ດັງ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ​ເໜືອ. ທ່ານ​​ເຕ​ວິດ ​ໂຊ​ໂຄ ປະທານ​ຄະນະບໍລິຫານ​ບໍລິສັດMEHCກ່າວ​ວ່າ, "ສາ​ເຫດ​ທີ່​ບໍລິສັດ​ບີ​ຢາ​ຕີ​ພົ້ນ​​ເດັ່ນ​ຂຶ້ນ​ກໍ​ຍ້ອນ​ວ່າ​ຜົນງານ​ໃນ​ໄລຍະ​ສັ້ນ​ຂອງ​ເຂົາ​ເຈົ້າ​ດີ​ຫຼາຍ. ​ໃນ​ເວລາ​ທີ່ບໍລິສັດ​ຫຼາຍ​ແຫ່ງ​ພວມ​ສະ​ແດງ​​ລົດ​ພະລັງງານ​ໃໝ່​ຂອງ​ຕົນ, ​ເຂົາ​ເຈົ້າ​ພັດ​​ເຮັດ​ມາ​ໄດ້​ດົນ​ແລ້ວ. ຍິງ​ກວ່າ​ນັ້ນ, ​ໃນ​ເວລາ​ລົມ​ກັນ​ກັບ​ຜູ້​ບໍລິ​ໂພ​ກຈຳນວນ​ໜຶ່ງ​ຂອງ​ບໍລິສັດ​ບີ​ຢາ​ຕີ, ​ຂ້າພະ​ເຈົ້າ​ໄດ້​ເຫັນ​ວ່າ​ເຂົາ​ເຈົ້າ​ຕີ​ລາຄາ​ສູງ​ຫຼາຍຕໍ່​ຍີ່​ຫໍ້​ນີ້​. ຍັງ​ມີ​ອີກ​ຢ່າງ​ໜຶ່ງ​ແມ່ນ​ສູນ​ຄົ້ນຄວ້າ​ຂອງ​ເຂົາ​ເຈົ້າ, ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ນຳ​ການ​ຄົ້ນຄວ້າ​ຕໍ່​ໝໍ້​ໄຟ, ຍັງ​ເອົາ​ໃຈ​ໃສ່ພະລັງງານ​ຕາ​ເວັນ​ແລະ​ເຕັກນິກວິທະຍາ​ສາດ​ໃໝ່​ອື່ນໆ."

ບໍລິສັດ​ຫວາ​ເສີງ​ທີ່​​ໃກ້​ກັບ​ບ່ອນ​ວາງສະ​ແດງຂອງ​ບໍລິສັດ​ບີ​ຢາ​ຕີ​ໄດ້ສະ​ເໜີ​ລົດ​ໃໝ່ກາ"ຈົ່ງ​ຫວາ"​ 4 ຊະນິດ. ບໍລິສັດ​ຫວາ​ເສີງ​ກໍ​ຕັດສິນ​ໃຈ​ທີ່​ຈະເຂົ້າສູ່​ຕະຫຼາດ​ອາ​ເມ​ລິ​ກາ​ເໜືອ, ​ແຕ່​ບໍ່​ໄດ້​ເປີດ​ເຜີຍ​​ເວລາ​ທີ່​ແນ່ນອນ. ທ່ານຈອນ ທຣັດສ໌ຂອງ​ເວັບ​ໄຊnational Auto Review Examinerຂອງອາ​ເມ​ລິ​ກາ​ກ່າວ​ວ່າ:" ລົດ​ເຫຼົ່າ​ນີ້​ງາມ​ຫຼາຍ, ​ແຕ່​ຂ້າພະ​ເຈົ້າ​ຄຶດ​ວ່າ​ລົດ​ຈີນ​ຍັງ​ຕ້ອງພິສູດ​ວ່າ​ໜ້າເຊື່ອ​ຖືໄດ້​ແລະ​ຄຸນ​ນະພາບທີ່ສູງ​ຂອງ​ຕົນ, ​ເພາະ​ເລື່ອງ​ນີ້​ສຳລັບ​ຜູ້​ບໍລິ​ໂພ​ກອາ​ເມ​ລິ​ກາ​ແລ້ວ​ຍັງ​​ບໍ່​ໝັ້ນ​ໃຈປານ​ໃດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>