ປັດ​​ໄຈປະ​ສົບ​ຜົນ​ສຳ​ເລັດ​ຂອງ​ເສດ​ຖະ​ກິດ​ຮົງ​ກົງ​ບໍ່​ໄດ້​ປ່ຽນ​ແປງ

(GMT+08:00) 2009-01-19 17:12:39 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 19 ມັງກອນ​ນີ້, ທ່ານ​ເຈິ່ງ​ອີນສວນ ​ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ, ປັດ​​ໄຈທີ່​ເສດຖະກິດ​ຮົງ​ກົງ​​ສຳ​ເລັດ​ຜົນນັ້ນບໍ່​ມີ​ການປ່ຽນ​ແປງ, ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ພວມ​ໃຊ້​ມາດ​ຕະການ​ຕ່າງໆ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ແລະ​ເສດຖະກິດ​ເຕີບ​ໂຕ​ຊ້າ​ລົງ.

ໃນ​ເວລາ​ກ່າວ​ຄຳ​​ເປີດ​ເວທີ​ປຶກສາ​ຫາລື​ການ​ເງິນ​ອາຊີ​ຄັ້ງທີ 2 , ທ່ານ​ເຈິ່ງ​ອີນສວນ​ກ່າວ​ວ່າ, ​ເຖິງ​ວ່າ​ສະຖານະ​ການ​ເສດຖະກິດ​ໂລກ​ໃນ 18 ​ເດືອນ​ຜ່ານ​ມາ​ໄດ້​ມີ​ການ​ປ່ຽນ​ແປງຫຼາຍ, ​ແຕ່​ອາຊີ​ຖືກ​ກະທົບ​ຈາກ​ວິ​ກິດ​ການ​ກາ​ນ​ເງິນ​ທົ່ວ​ໂລກບໍ່​ໜັກ​ປານ​ໃດ, ຮົງ​ກົງ​ພວມ​ໃຊ້​ມາດ​ຕະການ​ເລັ່ງລັດ​ສ້າງ​ພື້ນຖານ​ໂຄງ​ລ່າງ, ​ເພີ່ມ​ການ​ຮ່ວມ​ມື​ກັບ​​ແຜ່ນດິນ​ໃຫຍ່​. ຮົງ​ກົງ​ພວມ​ອອກ​ແຮງ​ເພີ່ມ​ທະວີ​ບົດບາດ​ພິ​ເສດ​ທີ່​​ເປັນ​ສູນ​ການ​ເງິນ​ລະຫວ່າງ​​ແຜ່ນດິນ​ໃຫຍ່​ກັບ​​ເຂດ​ແຄວ້ນ​ອື່ນໆ​ຂອງ​ອາຊີ, ​ໃນ​ນັ້ນ, ທິດ​ທາງ​ໜຶ່ງ​ກໍ່​ແມ່ນ​ພັດທະນາ​ວຽກ​ງານ​ເງິນ​ຢວນຈີນ.

ທ່ານ​ເຈິ່ງ​ອີນສວນ​ຍັງ​ຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ຮົງ​ກົງ​ຍັງ​ຈະ​ແຂງ​ຕົວຄືນ, ​ແລະ​ຫວັງ​​ວ່າ​ເສດຖະກິດ​ຮົງ​ກົງ​ຄົງ​ຈະ​ຈະ​ເລີ່ມ​ຟື້ນ​ຟູ​​​ໃນ​ 6 ​ເດືອນ​ທ້າຍ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>