ທ່ານ​ວາງ​ເຈ່ຍ​ຢຸ້ຍພົບ​ປະ​ແຂກ​ມາ​ເລ​ເຊຍ

(GMT+08:00) 2009-01-19 17:49:07 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ19 ມັງກອນ​ນີ້,ຢູ່​ປັກ​ກິ່ງ,ທ່າ​ນວາງ​ເຈ່ຍ​ຢຸ້ຍ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້ພົບ​ປະ​ຄະນະ​ຜູ່​ແທນ​ສະມາຄົມ​ຊາວ​ຈີນ​ຕ່າງ​ດ້າວ​ມາ​ເລ​ເຊຍ​ທີ່​ນຳ​ໂດຍ​ທ່ານ​ອົງ​ຕີກາດ ຫົວໜ້າ​ສະມາຄົ​ມຊາວ​ຈີນ​ມາ​ເລ​ເຊຍ,ລັດຖະມົນ​ຕີ​ວ່າການ​ກະຊວງ​ຄົມມະນາຄົມ​ມາ​ເລ​ເຊຍ.

ທ່ານ​ອົງ​ຕີ​ກຽດ​ກ່າວ​ວ່າ, ສະມາຄົມ​ຊາວ​ຈີນມາ​ເລ​ເຊຍ​ຕ່າງ​ໄດ້ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ທີ່​​ບໍ່​ມີ​ໃຜເຂົ້າ​ແທນ​​ໄດ້​ໃນ​ໄລຍະ​ຕ່າງໆ​ທີ່​ມາ​ເລ​ເຊຍ​ເປັນ​ເອກະ​ລາດ​ແລະ​ການພັດທະນາ​ສ້າງສາ.ນັບ​ແຕ່ພັກ​ກອມ​ມູນິດ​ຈີນ​ກັບ​ສະມາຄົມ​ຊາວ​ຈີນ​ມາ​ເລ​ເຊຍໄປມາຫາສູ່​ກັນ​ເປັນ​ຕົ້ນ​ມາ,ຄວາມ​ໄວ້ເນື້ອ​ເຊື່ອ​ໃຈກັນ​ແລະ​ມິດຕະພາບ​ລະຫວ່າງສອງ​ຝ່າຍ​ນັບ​ມື້​ນັບ​ລົງ​ເລິກຢ່າງ​ບໍ່​ຢຸດ​ຢັ້ງ,ຫວັງ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕື່ມ​ອີກ,ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈີນ​ກັບມາ​ເລ​ເຊຍ​ຂະຫຍາຍຕົວ​ຢ່າງຮອບດ້ານ.

ທ່ານ​ອົງ​ຕີກຽດຫວັງ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​ການ​ສ້າງສາ​ພື້ນຖານ​ໂຄງ​ລ່າງ,ການ​ສຶກສາ​​ແລະ​ຂົງ​ເຂດ​ອື່ນໆ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>