ນາຍົກລັດຖະມົນຕີໄທຈະແຈກເງິນສົດອຸດໜູນຄອບຄົວທີ່ມີລາຍໄດ້ຕ່ຳ ຊຸກຍູ້ກຳລັງສາມາດຊື້ເຄື່ອງບໍລິໂພກ
-----------------------------------------------------------------------------------------------------------------
ຕາມຂ່າວcri:ວັນທີ18 ມັງກອນນີ້,ທ່ານອະພິສິດ ເວດຊາຊີວະ ນາຍົກລັດຖະມົນຕີໄທກ່າວວ່າ,ທ່ານຈະຍົກສູງຄ່າໃຊ້ຈ່າຍທີ່ອຸດໜູນຊົນນະບົດຂຶ້ນ1ເທົ່າໃນແຜນການຈະເລີນເສດຖະກິດ,ໃນຂະນະດຽວກັນທ່ານກໍ່ໃຫ້ຄຳໝັ້ນສັນຍາວ່າຈະແຈກຢາຍເງິນສົດໃຫ້ຄອບຄົວທີ່ມີລາຍໄດ້ຕ່ຳໃນຊົນນະບົດ,ເພື່ອຊຸກຍູ້ກຳລັງຊື້.
ມື້ດຽວກັນ,ທ່ານອະພິສິດໄດ້ກ່າວຄຳປາໄສທາງໂທລະພາບວ່າ,ທ່ານມີແຜນຈະຈ້າງນັກສຶກສາທີ່ຮຽນຈົບມະຫາວິທະຍາໄລ,ເຂົ້າເຮັດວຽກໃນຂະແໜງການລັດຖະບານ,ເພື່ອຫຼຸດອັດຕາຫວ່າງງານໃຫ້ໜ້ອຍລົງ,ແລະມີແຜນຈະແຈກເງິນສົດໃຫ້ຄອບຄົວທີ່ມີລາຍໄດ້ຕ່ຳໃນຊົນນະບົດເທື່ອໜຶ່ງຜູ່ລະ2000ບາດ.
ພາຍຫຼັງທ່ານອະພິສິດຮັບຕຳແໜ່ງເປັນນາຍົກລັດຖະມົນຕີແລ້ວ,ທ່ານກໍ່ກ່າວວ່າຈະຖືການຈະເລີນເສດຖະກິດເປັນໜ້າທີ່ສຳຄັນກວ່າໝູ່,ອາທິດແລ້ວນີ້,ຄະນະລັດຖະບານໄທໄດ້ຜ່ານແຜນການກະຕຸ້ນເສດຖະກິດ115ຕື້ບາດສະບັບໜຶ່ງ.ທ່ານອະພິສິດກ່າວວ່າ,ຄ່າໃຊ້ຈ່າຍສ່ວນໜຶ່ງໃນແຜນການຈະໃຊ້ມາອຸດໜູນຊົນນະບົດ,ໃນນັ້ນລວມທັງສ້າງຂົວແປງທາງ,ຂຸດເໝືອງລະບາຍນ້ຳເປັນຕົ້ນ,ເພີ່ມທະວີການສ້າງສາພື້ນຖານໂຄງລ່າງ.