ຈີນ​ຫວັງ​ໃຫ້​ສອງ​ຝ່າຍ​ແຫຼມ​ເກົາຫຼີ​ປົວ​ແປງ​ການ​ພົວພັນ​ໃຫ້​ດີ​ຂຶ້ນ​ໂດຍ​ຜ່ານການ​ສົນທະນາ

(GMT+08:00) 2009-01-20 18:21:30 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ20 ມັງກອນ​ນີ້,​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ຫວັງ​ສະ​ເໝີໃຫ້​ສອງຝ່າຍ​ເໜືອ​ໃຕ້​ແຫຼມ​ເກົາຫຼີ​ປົວ​ແປງ​ການ​ພົວພັນ​ໃຫ້​ດີ​ຂຶ້ນ​ໂດຍ​ຜ່ານ​ການ​ສົນທະນາ,ບັນລຸ​ການ​ປອງ​ດອງ​ກັນ​ແລະ​ຮ່ວມ​ມືກັນ.

ໂດຍແນ​ໃສ່​ການ​ພົວພັນທີ່​ເຄັ່ງ​ຕຶງລະຫວ່າງ​ສອງ​ຝ່າຍ​ເໜືອ​ໃຕ້​ແຫຼມ​ເກົາຫຼີ​ໃນ​ປັດ​ຈຸ​ບັນ,​ໃນ​ເວລາ​ຕອບ​ຄຳ​ຖາມທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ,ນາງ​ຈ່ຽງອີກ່າວ​ວ່າ,​ໃນ​ຖານ​ເປັນ​ປະ​ເທດ​ໃກ້​ຄຽງ​ຂອງ​ແຫຼມ​​ເກົາຫຼີ,​ຈີນຫວັງຢູ່​ຕະຫຼອດ​ຢາກ​ໃຫ້​ສອງ​ຝ່າ​ຍ​ເໜືອ​ໃຕ້​ແຫຼມ​​ເກົາຫຼີ​ປົວ​ແປງ​ການ​ພົວພັນ​ໃຫ້​ດີ​ຂຶ້ນ​ໂດຍ​ຜ່ານ​ການ​ສົນທະນາ,ບັນລຸ​ການ​ປອງ​ດອງ​ກັນ​ແລະ​ຮ່ວມ​ມືກັນ.​ເຮັດ​ແນວນີ້​ສອດຄ່ອງ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ປະຊາຊົນ​ທັງໝົດ​​ໃນ​ແຫຼມ​ເກົາຫຼີ​ແລະກໍ່​ແມ່ນ​ຄວາມ​ມຸ່ງ​ຫວັງ​ຮ່ວມ​ຂອງ​ປະຊາ​ຄົມ​ໂລກ.

ປັດຈຸບັນ,​ໂຄສົກ​ກອງ​ເສນາ​ທິການ​ໃຫຍ່​ກອງທັບປະ​ຊາ​ຊົນ​ສປປ​ເກົາຫຼີ​ໄດ້ອອກ​ຖະ​ແຫຼ​ງການ​ວ່າ,ຍ້ອນ​ວ່າ​ລັດຖະບານ​ຫຼີມຽງ​ບັກ​ສືບ​ຕໍ່​ປະຕິ​ລັດ​ນະ​ໂຍບາດ​ທີ່​ຖື​ສປປ​ເກົາຫຼີ​ເປັນສັດຕູ,ສປປ​ເກົາຫຼີ​ຈະ​​ເຂົ້າສູ່​ສະພາບ"​ເປັນ​ປໍລະ​ປັກ​ຢ່າງຮອບດ້ານ"ກັບສ.​ເກົາຫຼີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>