ທະນາຄານ​ພັດ​ທະ​ນາ​ອາ​ຊີ​ຫຼື​ADB​ສະ​ໜອງ​ເງິນ​ເພື່ອ​ສະ​ໜັບ​ສະ​ໜູນ​ຈີນ​ບູ​ລະ​ນະ​ລະ​ບົບ​ຄຸ້ມ​ຄອງ​ໄພ​ພິ​ບັດ

(GMT+08:00) 2009-01-21 17:52:17 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 21 ມັງກອນ​ນີ້, ສຳນັກງານ​ຕົວ​ແທນ​ຂອງ​ທະນາຄານ​ພັດທະນາ​ອາຊີ​ຫຼືADBປະຈຳ​ຈີນ​​ແຈ້ງ​ຂ່າວ​ວ່າ, ADB​ຕົກລົງ​ສະໜອງ​ເງິນ 6 ​ແສນ 5 ໝື່ນ​​ໂດ​ລາ, ​ເພື່ອ​ຊ່ວຍ​ເຫຼືອຈີນບູລະນະ​ລະບົບ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ໄພພິບັດ​ໃຫ້​ສົມບູນ​ຂຶ້ນ.

ເດືອນ​ພຶດສະພາ​ປີ​ກາຍ​ນີ້, ADB​ເຄີຍ​ສະໜອງ​ເງິນ​ຊ່ວຍ​ເຫຼືອດ້ານ​ເຕັກນິກ​ແກ່​ຈີນ 1 ລ້ານ​ໂດ​ລາ​​, ​ເພື່ອ​ໃຊ້​ເຂົ້າ​ໃນ​ການ​ປະ​ເມີນ​ຄວາມ​ເສຍ​ຫາຍ​ແລະ​ການ​ສ້າງສາ​ຄືນ​ໃໝ່​ໃນ​ເຂດ​ປະສົບ​ໄພ​ແຜ່ນ​ດິນ​ໄຫວ​ແຂວງ​ເສ​ສວນ. ​ເພື່ອ​ເປັນ​ການ​ເພີ່ມ​​ເຕີມ​ເງິນ​​ຊ່ວຍ​ເຫຼືອດ້ານ​ເຕັກນິກ, ​ເງິນກ້ອນ​ນີ້​ຈະ​ໃຊ້​ມາ​ຊ່ວຍ​ຈີນ​ຈັດ​ວາງ​ຍຸດ​ທະ​ສາດການ​ຄຸ້ມ​ຄອງຄວາມ​ສ່ຽງ​ທີ່​ບັງ​ເກີດ​ຜົນ, ​ແລະ​ສົ່ງ​ເສີມ​ໃຫ້​ອົງການສັງຄົມຫຼາຍກວ່າ​​ເກົ່າ​ເຂົ້າຮ່ວມ​ການ​ບູລະນະ​ລະບົບ​ຄຸ້ມ​ຄອງ​​ໄພພິບັດ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>