ຈີນ​ຈະ​ລົງ​ທຶນ​ກ້ອນ​ໃຫຍ່​ເພື່ອ​ປົວ​ແປງ​ທາງ​​ເດີນ​ເຮືອ​ແມ່​ນ້ຳ​ຢາງ​ເຊ

(GMT+08:00) 2009-01-21 17:57:14 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ປີ​ນີ້, ຈີນ​ຈະ​ລົງທຶນຫຼາຍກວ່າ 1 ຕື້​ຢວນ​ເພື່ອ​ປົວ​ແປງ​ທາງ​ເດີນ​ເຮືອ​ແມ່​ນ້ຳ​ຢາ​ງ​ເຊ ​​ແມ່​ນ້ຳ​ຍາວ​ກວ່າ​ໝູ່​ຂອງ​ຈີນ.

ວັນ​ທີ 21 ມັງກອນ​ນີ້, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຈີນ​ໄດ້​ໄຂກອງ​ປະຊຸມ​ຢູ່​ເມືອງ​ອີ​ຊ່າງ​ແຂວງ​ຫູ​ເປ, ຈາກ​ກອງ​ປະຊຸມ, ນັກ​ຂ່າວ​ໄດ້​ຊາບ​ວ່າ: GDPຂອງ​ລ້ອງ​ແມ່​ນ້ຳ​ຢາງ​ເຊ​ກວມ 40% ຂອງ​ທົ່ວ​ປະ​ເທດ, ການ​ຂົນ​ສົ່ງ​​ວັດຖຸເຄື່ອງ​ຂອງ​ທັງ​ໝົດ​ຂອງ​ແມ່​ນ້ຳ​ຢາງ​ເຊ​ນັ້ນມີ 80% ​ແມ່ນ​ອາ​ໄສ​ການ​ຂົນ​ສົ່ງ​ທາງ​ນ້ຳ. ຮອດ​ປີ 2013, ຈີນ​ຈະ​ປົງ​ແປງ​ທາງ​​ເດີນ​ເຮືອ​ແມ່​ນ້ຳ​ຢາງ​ເຊ​ຕອນ​ຂັດຂ້ອງ​​ໃຫ້​ສຳ​ເລັດ​ຜົນ​ໃນ​ເບື້ອງ​ຕົ້ນ. ຮອດ​ເວລາ​ນັ້ນ, ທາງ​ເດີນ​ເຮືອ​ຍ່ານ​ກາງ​ແລະ​ຍ່ານ​ໃຕ້​ແມ່​ນ້ຳ​ຢາງ​ເຊ​ຈະ​ເລິກກວ່າ​ເກົ່າ​ຢ່າງຫຼວງຫຼາຍ.

ແມ່​ນ້ຳ​ຢາ​ງ​ເຊ​​ໄຫຼມາ​ຈາກ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ, ຍາວ​ທັງ​ໝົດ 6300 ກິ​ໂລ​ແມັດ, ​ແມ່ນ​ແມ່​ນ້ຳ​ທີ່ຍາວ​ກວ່າ​ໝູ່​​​ໃນ​ອາຊີ. ລ້ອງ​ແມ່​ນ້ຳ​ຢາງ​ເຊ​ແມ່ນ​ເຂດ​ທີ່​ມີ​ປະຊາກອນ​ໜາ​ແໜ້ນ​ແລະ​ເສດຖະກິດ​ຈະ​ເລີ​ນກວ່າ​ໝູ່. ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ການພັດ​ທະນາ​ເສດ​ຖະກິດ​ຕາມ​ແຄມ​ແມ່​ນ້ຳ​ຢ່າງ​ວ່ອງໄວ​, ປີ​ກາຍ​ນີ້, ຈີນ​ໄດ້​ລົງທຶນ 800 ລ້ານ​ກວ່າ​ຢວນ, ​ສ້າງກິດ​ຈະການປົວ​ແປງ​ທາງ​ເດີນ​ເຮືອ​ຢ່າງ​ເປັນ​ລະບົບ​, ​ເຮັດ​ໃຫ້​ເງື່ອນ​ໄຂ​ການ​ເດີນ​ເຮືອ​ຂອງ​ແມ່​ນ້ຳ​ຢາງ​ເຊໄດ້​ຮັບ​ການ​ປົວ​ແປງ​​ໃຫ້​ດີ​ຂຶ້ນໃນ​​ເບື້ອງ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>