ອັດຕາ​ລາຍ​ໄດ້​ເພີ່ມ​ຂຶ້ນ​ຂອງ​ປະ​ຊາ​ຊົນ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ຈີນ​ປີ 2008 ຫຼາຍ​ກວ່າ 8%

(GMT+08:00) 2009-01-22 17:17:16 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI: ວັນ​ທີ 22 ມັງກອນ​ນີ້, ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ເຜີຍ​ແຜ່​ຕົວ​ເລກ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2008, ສະ​ເລ່ຍ​ແລ້ວ, ປະຊາຊົນ​ໃນ​ຕົວ​ເມືອງ​ຂອງ​ຈີນ​ມີ​ລາຍ​ໄດ້​ທີ່​ໃຊ້​ຈ່າຍ​ໄດ້ຕົວ​ຈິງ​ເກືອບ 1 ໝື່ນ 6 ພັນ​ຢວນ, ລາຍ​ໄດ້​ສຸດ​ທິຂອງ​ປະຊາຊົນ​ໃນ​ຊົນນະບົດ​ມີ​ເກືອບ 4 ພັນ 800 ຢວນ, ຖ້າ​ຕັດ​ອອກ​ປັດ​ໃຈ​ດ້ານ​ລາຄາ, ອັດຕາ​ການ​ເຕີບ​ໂຕ​ລ້ວນ​ແຕ່​ແມ່ນ 8% ຂຶ້ນ​ໄປ.

ມື້​ດຽວ​ກັນ, ຢູ່​ທີ່​ປັກ​ກິ່ງ, ທ່ານ​ມາ​ຈ້ຽນຖາງ ຫົວໜ້າ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ປີ 2008, ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງໃຫ້​ດີ​ຂຶ້ນ, ລາຍ​ໄດ້​ຂອງ​ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ, ລາຍ​ໄດ້​ລວມຂອງກອງ​ທຶນ​ປະກັນ​ໄພ​ເຊັ່ນ​ການປະກັນ​ລ້ຽງດູ​ຜູ້​ເຖົ້າຂັ້ນພື້ນຖານ, ການປະກັນ​ສຸຂະພາບ​ຂັ້ນພື້ນຖານ, ການ​ປະກັນຫວ່າງ​ງານ, ບາດ​ເຈັບ​​ໃນ​ອຸປະຕິ​ເຫດ​ແຮງ​ງານ, ​ແລະ​ການ​ປະກັນ​ອອກລູກມີ​ເກືອບ 140 ລ້ານ​ຢວນ, ​ເພີ່ມ​ຂຶ້ນ​ເກືອບ 3 ​ເທົ່າ. ພ້ອມ​ກັນນັ້ນ, ການ​ສ້າງ​ເຮືອນ​​ຄ່າ​ເຊົ່າ​ຖືກ​ໄດ້​ເພີ່ມຫຼາຍຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ປະກອບ​ອາຊີບ​ໄດ້​ຮັກສາ​ຄວາມ​ໝັ້ນທ່ຽງ​ໃນ​ດ້ານ​​ລວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>