ອິນ​ໂດ​ເນ​ເຊຍ​ຈະ​ຈັດການ​ເລືອກ​ຕັ້ງ​ປະທານາທິບໍດີ​​ໃນ​ວັນ​ທີ8 ກໍລະກົດ​ປີ​ນີ້

(GMT+08:00) 2009-01-23 17:42:39 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສາ​ນຊິນ​ຮວາ:ວັນ​ທີ22 ມັງກອນ​ນີ້,ຄະນະ​ກຳມະການ​ເລືອກຕັ້ງ​ອິນໂດເນເຊຍ​ຈັດ​ກອງປະຊຸມ​ຄົບ​ຄະນະ​ແລະ​ຕົກລົງ​ວ່າ,​ການເລືອກ​ຕັ້ງ​ປະທານາທິບໍດີ​ແລະ​ຮອງ​ປະທາ​ນາທິບໍດີ​ປີ2009​ຂອງ​ອິນ​ໂດ​​ເນ​ເຊຍ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ8 ກໍລະກົດ,ຖ້າ​ຮອບທຳ​ອິດ​ບໍ່​ມີ​ຜູ່​ສະໝັກ​ຮັບ​ເລືອກ​ຕັ້ງ​ໄດ້​ຮັບ​ຄະ​ແນນ​ສຽງ​ທີ່​ພຽງພໍ,ການ​ເລືອກ​ຕັ້ງ​ຮອບ​ທີ2ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ8 ກັນຍາ​ປີ2009.

ໃນ​ຂະນະ​ດຽວ​ກັນ,ຄະນະ​ກຳມະການ​ເລືອກ​ຕັ້ງ​ຕົກລົງ​ວ່າ,ຜົນ​ຂອງ​ການເລືອກ​ຕັ້ງ​ສະພາທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ9 ​ເມສາ​ປີ​ນີ້​ຈະ​ປະກາດ​ໃນ​ວັນ​ທີ9 ພຶດສະພາ.​ການ​ສຳ​ຫຼວດປະຊາ​ມະຕິຫຼ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ,ອັດຕາ​ສະໜັບສະໜູນ​ຂອງທ່ານ​ຊູຊີ​ໂລ ບຳບາງ ຢຸດ​ໂຮ​​ໂຢ​ໂນ ປະ​ທານາທິບໍດີ​ຊຸດປັດຈຸບັນ​ແລະ​ນາງ​ເມ​ກາ​ວາ​ຕີ ​​ໂຊ​ກາ​ໂນ​ບຸດຕຼີ ອະດີດ​ປະ​ທາ​ນາ​ທິ​ບໍດີນຳ​ໜ້າ​​ເລັກ​ໃນ​ຈຳ​ນວນ​ຜູ່​ສະ​ໝັກ​ຮັບ​ເລື​ອກຕັ້ງທັງ​ໝົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>