ປີ​ກາຍ​ນີ້, ຢູ່ຈີນ​ມີ​ຜູ້​ລົງ​ທຶນ​ຂອງ​ອົງ​ການ​ຕ່າງ​ປະ​ເທດ​ທີ່​​ໄດ້​ມາດ​ຖານ​ເພີ່ມ​ຂຶ້ນ 24 ​ອົງ​ການ

(GMT+08:00) 2009-01-26 16:33:26 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ປີ​ກາຍ​ນີ້, ຈີນ​ໄດ້​ອະນຸມັດ​ໃຫ້​ອົງການ​ລົງທຶນຂອງ​ຕ່າງປະ​ເທດອີກ 24 ​ອົງການ​ມີ​ສິດລົງທຶນ​ໃນ​ຕະຫຼາດຫຼັກຊັບ​ຂອງຈີນ.

ແຕ່​ປີ 2003 ​ເປັນຕົ້ນມາ, ຈີນ​​ໄດ້ເລີ່​ມອະນຸຍາດ​ໃຫ້​ອົງການ​ຕ່າງປະ​ເທດ​ທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂ​​ເມື່ອ​ໄດ້​ຮັບ​ອະນຸຍາດ​ແລ້ວ​ໃຫ້​ລົງທຶນ​ໃ​ນຕະຫຼາດຫຼັກຊັບ​ຈີນ. ປະຈຸ​ບັນ, ​ໄດ້​ມີ 76 ​ອົງການ​ໄດ້​ຮັບ​ສິດQFII, ຍອດ​ຈຳນວນ​ການ​ລົງທຶນ​ເຖິງ 30 ຕື້​ໂດ​ລາສະຫະລັດ.

ນອກຈາກ​ເປີດ​ຕະຫຼາດທຶນ​ພາຍ​ໃນ​ປະ​ເທດ​ຕໍ່​ທຶນ​ຕ່າງປະ​ເທດ​ຢ່າງ​ໝັ້ນທ່ຽງ​ແລ້ວ, ຄະນະ​ກຳມະການ​ຕິດຕາມ​ຄຸ້ມ​ຄອງຫຼັກຊັບ​ຈີນ​ຍັງ​ສະໜັບສະໜູນ​ໃຫ້​ວິ​ສາ​ຫະກິດ​ແລະ​ອົງການ​ຂອງ​ຈີນ​ເຂົ້າຮ່ວມ​ຕະຫຼາດຂອງ​ຕ່າງປະ​ເທດ. ປີ​ກາຍ​ນີ້, ​ໄດ້​​ອະນຸຍາດ​ໃຫ້​ບໍລິສັດ​ຈີນ 24 ​ແຫ່ງ​ໄປ​ຈຳໜ່າຍຫຼັກຊັບ​ຢູ່​ຕ່າງປະ​ເທດ, ຫ້າງ​ຫາ​ທຶນ​ໄດ້ 4 ຕື້ 560 ລ້ານ​ໂດ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>