ວົງ​ການ​ຕ່າງໆ​ຢູ່​ຕ່າງ​ປະ​ເທດ​ຈັດ​ກິດ​ຈະ​ກຳ​ສະ​ຫຼອງ​ບຸນ​ກຸດ​ຈີນ

(GMT+08:00) 2009-01-26 17:02:00 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:​ເນື່ອງ​ໃນ​ໂອກາດ​ບຸນ​ກຸດ​ຈີນ​ປີ​ສະຫຼູວຽນມາ​ເຖິງ​ນີ້, ຫວ່າງ​ມໍ່ໆ​ນີ້, ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ປະ​ເທດຕ່າງໆ​ໃນ​ໂລກ​ໄດ້​ຈັດ​ກິດຈະກຳ​ຕ່າງໆສະຫຼອງບຸນ​ກຸດ​ຈີນ​ຢ່າງ​ຄຶກຄື້ນ​.

ຕອນ​ຄ່ຳ​ວັນ​ທີ 25 ​ມັງກອນ​ນີ້, ຢູ່​ຈາ​ກາກ​ຕາ, ສະມາຄົມ​ມິດຕະພາບ​ອິນ​ໂດ​ເນ​ເຊຍ​ຈີນ​ ​ໄດ້ຈັດ​ງານ​ຮ້ອງ​ເພງ​ວັນ​ສີ້​ນປີ​ 2009, ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ຈາ​ກາກ​ຕາ​ກັບ​ຊາວ​ຈີນ​ທີ່​​​ເຮັດ​ວຽກ​ຢູ່​ອິນ​ໂດ​ເນ​ເຊຍ​ໄດ້​ເຕົ້າ​ໂຮມ​ກັນ​ຢ່າງ​ມ່ວນ​ຊື່ນ, ຮ່ວມ​ກັນ​ສະຫຼອງບຸນ​ປະ​ເພ​ນີ. ​ໃນ​ໄລຍະ​ບຸນ​ກຸດ​ຈີນ, ​ແຫ່ງ​ຕ່າງໆ​ຂອງ​ອິນ​ໂດ​ເນ​ເຊຍ​ມີ​ບັນຍາກາດ​ວັນ​ບຸນ​ອັນ​ເຂັ້ມຂຸ້ນ.

ວັນ​ທີ 25 ມັງກອນ​ນີ້, ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ອັກ​ຊັງ​ຕິນ​ໄດ້​ຈັດ​ງານບຸນ​ສະຫຼອງ​ຢູ່​ຖະໜົນຈີນ​ທີ່ນະຄອນ​ຫຼວງບຸ​ຍອີ​ນົສ ອາ​ອີ​ເລັສ, ຕ້ອນຮັບ​ບຸນ​ກຸດ​ຈີນ​ຢ່າງ​ມ່ວນ​ຊື່ນ. ທ່ານ​ເຈິ່ງ​ກ່າງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອັກ​ຊັງ​ຕິນກ່າວ​ວ່າ, ປີ​ນີ້ຈະ​ຕ້ອນຮັບ​ວັນ​ສ້າງຕັ້ງປະ​ເທດ​ຈີນ​ຄົບຮອບ 60 ປີ, ການສ້າງ​ປະ​ເທດ​ຈີນ​ໃໝ່​ໂດຍ​ສັນຕິ​ແລະ​ການ​ພັດທະນາ​ຢ່າງ​ສືບ​ເນື່ອງ​​ຈະ​ສ້າງ​ຄວາມສຸກ​ໃຫ້​ແກ່​ຊາວ​ຈີນ​ທັງ​ໝົດ​ທີ່​ຢູ່​ພາຍ​ໃນ​ປະ​ເທດ​ແລະ​ຢູ່ຕ່າງປະ​ເທດ, ຊຸກ​ຍູ້​ການ​ສ້າງ​ໂລກ​ທີ່​ກົມກຽວ​ກັນ​ທີ່​ມີ​ສັນຕິພາບ​ຖາວອນ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ.

ວັນ​ທີ 24 ມັງກອນ​ນີ້, ນັກສຶກສາ​ແລະນັກວິຊາການ​ຈີນ​ທີ່ຮຽນ​ຢູ່​ມະຫາວິ​ທະຍາ​​ໄລ​ຊີ​ກາ​ໂກ​ອາ​ເມ​ລິ​ກາ​ໄດ້​ຈັດ​ງານ​ລາຕີ​ສະຫຼອງບຸນ​ກຸດ​ຈີນ. ທ່ານ​ຫານ​ຊ້ຽວ ຜູ້​ຮັບ​ຜິດ​ຊອບ​ຂອງ​ສະມາຄົມນັກ​ສຶກສາ​ຈີນ​ຢູ່​ມະຫາວິທະຍາ​ໄລ​ຊີ​ກາ​ໂກ​ກ່າວ​ວ່າ, ນັກສຶກສາ​ຈີນ​ທີ່​ຢູ່​ມະຫາວິທະຍາ​ໄລ​ຊີ​ກາ​ໂກ​ມີ​ນ້ຳ​ໃຈ​ຮັກ​ຊາດ​ຢ່າງ​​ແຂງ​ແຮງ, ​ພວກເຂົາ​ເຈົ້າບໍ່​ພຽງ​ແຕ່​ໄດ້​ບໍລິຈາກ​ເງິນ​ໃຫ້​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ເສ​ສວນ​​ເທົ່າ​ນັ້ນ, ຍິ່ງ​ຫວັງ​ໃຫ້​ໃຊ້​ຄວາມ​ຮູ້​ຂອງ​ຕົນ​ໄປ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ຊາດ​ແລະ​ຄວາມ​ກ້າວໜ້າ​ຂອງ​ສັງຄົມ.

ນອກ​ນີ້, ຫວ່າງ​ມໍ່ໆ​ນີ້, ຊາວ​ຈີນ ນັກ​ສຶກສາ​ແລະນັກວິຊາການ​ຈີນ​ທີ່​ຢູ່​ຊູ​ແອັດ ​ກົດດີ​ວົວ​ແລະ​ຕານ​ຊາ​ນີກໍ່​ໄດ້​ຈັດ​ງານ​ມ່ວນ​ຊື່ນບຸນ​ກຸດ​ຈີນຫຼືງານ​ອວຍ​ພອຍ​ປີ​ໃໝ່, ​ເພື່ອ​ສະຫຼອງປີ​ໃໝ່​ປີ​ສະຫຼູວຽນມາ​ເຖິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>