ສັນຍານ"ການ​ຕ່າງປະ​ເທດ​ໃນ​ເດືອນ​ຈຽງ"ທີ່​ຈີນ​ສົ່ງ​ໄປ​ສູ່​ໂລກ

(GMT+08:00) 2009-02-09 15:23:01 cri
-----------------------------------------------------------------------------------------------------------------

ຕາມຂ່າວສານ​ຊິນ​ຮວາ: ​ເດືອນ​ຈຽງ​ຕາມ​ຈັນທະ​ຄະ​ຕີ​ຈີນ​​, ທ່ານ​ເວີນ​ເຈ່ຍ​ປາວ ນາຍົກ​ລັດຖະມົນຕີ​ຈີນ​ໄດ້​ຢ້ຽມຢາມ 4 ປະ​ເທດ​ເອີ​ລົບ​ແລະ​ສຳນັກງານ​ໃຫຍ່​ຂອງ​ສະຫະພາບ​ເອີ​ລົບ. ວັນ​ທີ 8 ກຸມພາ​ນີ້, ທ່ານ​ສີ​ຈິ້ນ​ຜີ​ງ ຮອງ​ປະທານ​ປະ​ເທດ​ຈີນ​ເລີ່​ມຢ້ຽມຢາມ 5 ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ​ແລະມານ​ຕາ​ຢ່າງ​ເປັນ​ທາງ​ການ. ວັນ​ທີ 10 ກຸມພາ​ນີ້, ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ຈະ​ຢ້ຽມຢາມ 5 ປະ​ເທດ​ອາ​ຟຼິກາ​ແລະ​ອາຊີ​ທາງ​ລັດຖະກິດ. "ການ​ຕ່າງປະ​ເທດ​ໃນ​ເດືອນ​ຈຽງ"ຂອງ​ຜູ້ນຳ​ຈີນ​​ໄດ້​ສ​ະ​ແດງ​ໃຫ້​ເຫັນ​ຄວາມ​ປາດຖະໜາ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ທີ່​ຮ່ວມ​ມື​ມິດຕະພາບ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ, ​ໄດ້​ສົ່ງ​ຄວາມ​ໝັ້ນ​ໃຈ​ຂອງ​ຈີນ​ຕໍ່​ອະນາຄົດ​ຂອງ​ໂລກພາຍ​​ໃຕ້ສະພາບ​ທີ່​ພວມເກີດ​ວິ​ກິດ​ການ​ການ​ເງິນ​ສາກົນ.

ວັນ​ທີ 10 ຫາ​ວັນ​ທີ 17 ກຸມພາ​ນີ້, ທ່ານຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ຈະ​ໄປ​ຢ້ຽມຢາມ​ອາລາ​ບີ​ຊາ​ອຸ​ດິດ ມາລີ ​ເຊ​ເນ​ການ ຕັງ​ຊາ​ນີ​ແລະ​ໂມຣີຕຸ​ດສ໌ທາງ​ລັດຖະກິດ.

ຫາງ​ສຽງ​ຂອງ​ຕາ​ເວັນ​ອອກ​ກາງ​ແລະ​ອາ​ຟຼິກາ​ລ້ວນ​ແຕ່​ເຫັນ​ວ່າ, ພາຍ​ໃຕ້​ສະຖານະ​ການ​ວິ​ກິດ​ການ​ການ​ເງິນ​ສາກົນ​ມີ​ຜົນ​ກະທົບ​ຕໍ່​ຈີນ​ແລະ​ປະ​ເທດ​ອາຊີ​ແລະ​ອາ​ຟຼິກາ, ການ​ຢ້ຽມຢາມ​ຂອງ​ປະທານ​ຫູ​ຈີນ​ທ່າວ​ຈະ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຈີນ​ກັບປະ​ເທດ​ດັ່ງກ່າວ​ໃຫ້​ໝັ້ນຄົງ​ແລະ​ເພີ່ມ​ທະວີ​ຂຶ້ນ, ຊຸກຍູ້​ການ​ຮ່ວມ​ມື​​ລະຫວ່າງ​ຈີນ​ກັບ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ເຂດ​ອ່າວ​ເປີ​ເຊຍ​ຕື່ມ​ອີກ, ຊຸກຍູ້​ການ​ປະຕິບັດ​ໝາກຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ປັກ​ກິ່ງ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຟຼິກາ, ມີ​ຜົນ​ດີ​ຕໍ່​ຈີນ​ກັບ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ແລະ​ປະ​ເທດ​ອາ​ຟຼິກາ​ຮ່ວມ​ກັນ​ຜ່ານຜ່າ​"ລະດູ​ໜາວ"ຂອງ​ເສດຖະກິດ​ໂລກ.

ໃນ​ເວລາ​ທ່ານ​ປະທານ​ຫູ​ຈິນທ່າວ​ຈະ​ໄປ​ຢ້ຽມຢາມ​ອາ​ລາ​ບີ​ຊາ​ອູ​ດິດ​ແລະ4​ປະ​ເທດ​ອາ​ຟະ​ລິ​ກາ,ທ່ານ​​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຫາ​ກໍ່​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ເອີ​ລົບ​ຢ່າງ​ເປັນ​ທາງ​ການ.ສື່​ມວນ​ຊົນ​ຕ່າງໆ ຄື ໜັງ​ສື​ພິມ​ນິວ​ຢອກ​ແທັມສ໌​ແລະ​ໜັງ​ສື​ພິມ​ໄຟ​ແນນ​ໂຊ​ແທັມສ໌​ລາຍ​ງານ​ວ່າ,​ການ​ຢ້ຽມຢາມ​ຂອງ​ທ່ານ​ນາ​ຍົກ​ເວີ່ນ​​ເຈ່ຍ​ປາວ​ເທື່ອ​ນີ້​ແມ່ນ​ຈຸດ​ພົ້ນ​ເດັ່ນ​ພຽງ​ອັນ​ດຽວ​ໃນ​ລະດູ​ໜາວ​ຂອງ​​ເອີ​ລົບ,​ເພາະ​ວ່າ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາຍົກ​ເວີ່ນ​ເຈ່ຍ​ປາວ​ແມ່ນ​ການ​ຢ້ຽມ​ຢາມ​ຄວາມ​ໝັ້ນ​ໃຈ​,ບໍ່​ພຽງ​ແຕ່​​ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ເພີ່ມ​ຄວາມ​ໝັ້ນ​ໃຈ​ທີ່​ຮ່ວມ​ມື​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ປະ​ຈຸ​ບັນ​ນີ້​ທໍ່​ນັ້ນ,​ຍັງ​ເຮັດ​ໃຫ້​ເອີ​ລົບ​ກໍ່​ຄື​ທົ່ວ​ໂລກ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ກວ່າ​ເກົ່າ​ຕໍ່​ຄວາມ​ຕັດ​ສິນ​ໃຈ​ຂອງ​ຈີນ​ທີ່​ຍຶດ​ໝັ້ນ​ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ແລະ​ຄວາມ​ສາມາດ​ຂອງ​ຈີນ​ທີ່​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນ.

"ການມີຄວາມໝັ້ນໃຈຢ່າງໜັກ​ແໜ້ນແມ່ນແຫຼ່ງພະລັງຂອງການ​ເອົາ​ຊະ​ນະ​ວິ​ກິດ​ການ, ​ການ​ຮ່ວມ​ມື​ກັນ​ຢ່າງ​ຕິດ​ແທດ​ຕົວ​ຈິງ​ແມ່ນ​ຊ່ອງ​ທາງ​ທີ່​ບັງ​ເກີດ​ຜົນ​ຂອງ​ການ​ເອົາ​ຊະ​ນະ​ວິ​ກິດ​ການ,​ແລະ​ການ​ຫາບ​ແບກ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແມ່ນ​ພື້ນ​ຖານ​ອັນ​ສຳ​ຄັນ​ທີ່​ຂາດ​ເຂີນ​ບໍ່​ໄດ້​ຂອງ​ການ​ເອົາ​ຊະ​ນະ​ວິ​ກິດ​ການ."​ຄວາມ​ໝັ້ນ​ໃຈ​ການ​ຮ່ວມ​ມື​ແລະ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແມ່ນ​ໃບ​ສັ່ງ​ຢາ​ທີ່​ຖືກ​ກັບ​ພະ​ຍາດ​ທີ່​ທ່ານ​ນາ​ຍົກ​ເວີ່ນ​ເຈ່ຍ​ປາວ​ອອກ​ໃຫ້​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ.​​ນອກ​ຈາກ​ໄດ້​ສົ່ງ​ຄວາມ​ໝັ້ນ​ໃຈ​ໄປ​ເຖິງ​ທົ່ວ​ໂລກ​ແລ້ວ,​ຈີນ​ຍັງ​ໃຊ້​ການ​ກະ​ທຳ​ຕົວ​ຈິງ​ຊຸກ​ຍູ້​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ເອີ​ລົບ.​ໃນ​ໄລ​ຍະ​ຢ້ຽມ​ຢາມ​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ,​ຈີນ​ກັບ​ສະ​ຫະ​ພາບ​ເອີ​ລົບ ພ້ອມ​ດ້ວຍ​ສະ​ວິສ ເຢຍ​ລະ​ມັນ ແອສ​ປາຍ​ແລະ​ອັງ​ກິດ​ໄດ້​ເຊັນ​ສັນ​ຍາ​ທັງ​ໝົດ​38​ສະ​ບັບ,​ມູນ​ຄ່າ​15​ຕື້​ກວ່າ​ຢວນ.

ນອກ​ນີ້,ທ່ານ​ຊີ​ຈີ້​ນຜິ​ງ ຮອງ​ປະທານ​ປະ​ເທດຈີນ​ໄດ້​ຢ້ຽມຢາມ​ແມັກ​ຊິກ ຈາ​ໄມ​ກາ ​ໂກ​ລົມ​ບີ ​ເວ​ເນ​ຊູ​ເອລາ ​ເບຼຊິນ​ ​ແລະ​ມານ​ຕາ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ8​ຫາວັນ​ທີ22​ກຸມພາ​ນີ້.

 ໃນ​ຫຼາຍ​ປີ​ມາ​ນີ້,ຈີນ ກັບ​ອາ​ເມ​ລິ​ກາລາ​ຕິນ​ແລະ​ພາກ​ພື້ນກາຣາອິບ​ໄດ້​ແລກປ່ຽນ​ການຢ້ຽມ​ຢາມ​ກັນ​ລະຫວ່າງ​ຜູ້ນຳ​ຊັ້ນສູງ​ເລື້ອຍໆ,ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ​ໄດ້​ເພີ່ມ​ທະ​ວີຂຶ້ນ,​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ກ້າວ​ເຂົ້າສູ່​ໄລຍະ​ການ​ພັດທະນາ​ໄວ​ຂຶ້ນ.​ໂດຍ​ປະ​ເຊີນ​ກັບ​ສະພາບ​ການຂອງ​ເສດ​ຖະ​ກິດ​ແລະການ​ເງິນ​ສາກົນ​ທີ່​ຂ້ຽວ​ຂາດ​ໃນ​ປະຈຸ​ບັນ,ອາ​ເມ​ລິ​ກາລາ​ຕິນ​ແລະ​ພາກ​ພື້ນ​ກາ​ຣາ​ອິບ​ພວມ​ຕັ້ງໜ້າ​ສະ​ແຫວ​ງຊ່ອງ​ທາງ​ເພື່ອເພີ່ມ​ທະວີການ​ຮ່ວມ​ມື​ກັບ​ຈີນ,ບົນ​ພື້ນຖານ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍ​ດ ຮ່ວມ​ກັນ​ພະຍາຍາມ​ຕໍ່ສູ້​ກັບວິ​ກິດ​ການ​ການ​ເງິນ.ວົງ​ການ​ຕ່າງ​ໆຂອງອາ​ເມ​ລິ​ກາລາ​ຕິນ​ແລະ​ພາກ​ພື້ນ​ກາຣາອິບເຫັນ​ວ່າ,ການ​ໄປ​ຢ້ຽມຢາມ​ຂອງຮອງ​ປະທານ​ຊີ​ຈີ້​ນຜິ​ງ​ເທືອ​ນີ້​ແມ່ນ​ໂອ​ກາດ​ໃໝ່​ທີ່​ຈີນ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະຮ່ວມ​ມື​ກັບ​ພາກ​ພື້ນ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>