ປະຊາ​ຄົມ​​ໂລກ​ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ຂອງ​ຈີນ​ໃນ​ຂົງ​ເຂດ​ສິດທິ​ມະນຸດ

(GMT+08:00) 2009-02-10 17:10:20 cri
-----------------------------------------------------------------------------------------------------------------

ກົນ​ໄກ​ກອງ​ປະຊຸມ​ວາລະ​ປະຈຳ​ແມ່ນ​ກົນ​ໄກ​ສຳຄັນ​ຂອງ​ສະພາ​ຕີ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ2006. ກົນ​ໄກ​ດັ່ງກ່າວ​ກຳນົດ​ວ່າ, 192ປະ​ເທດ​ສະມາ​ຊິກຂອງ​ສະຫະ​ປະຊາ​ຊາດ​ຕ້ອງ​ຮັບ​ເອົາ​ການ​ກວດກາ​ສະພາບ​ຮັບປະ​ກັນ​ສິດທິ​ມະນຸດ​ເທື່ອ​ໜຶ່ງ​ໃນທຸກໆ4ປີ. ນັບ​ແຕ່​ດຳ​ເນີນ​ງານ​ໃນ​ປີ2008ມາ​ນີ້, ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ໄດ້​ພິຈາລະນາ​ບົດ​ລາຍ​ງານ​ສິດທິ​ມະນຸດ​ຂອງ50ປະ​ເທດ. ກອງ​ປະຊຸມ​ເທື່ອ​ທີ4ທີ່​ຈັດ​ຂຶ້ນ​ແຕ່​ວັນ​ທີ2​ຮອດ​ວັນ​ທີ13​ກຸມພາ​ນີ້​ໄດ້​ພິຈາ​ລະນາ​16ປະ​ເທດ​ເຊິ່ງລວມທັງ​ຈີນ ກາ​ນາ​ດາ ຣັດ​ເຊຍ​ແລະ​ກູ​ບາ. ​ໃນ​ກອງ​ປະຊຸມ ທ່ານ​ລີ​ປາວ​ຕົ່ງ ຫົວໜ້າ​ຄະນະ​ຜູ້​ແທນ​ຈີນ ​ເອກ​ອັກຄະ​ລັດຖະ​ທູດ​ຈີນ​ປະຈຳ​ເຊີ​ແນວຊີ້​ອອກ​ວ່າ, ການ​ຊຸກ​ຍູ້​ແລະ​ປົກ​ປ້ອງ​ສິດທິ​ມະນຸດ​ໄດ້​ກາຍ​ເປັນ​ເນື້ອ​ໃນ​ສຳຄັນ​ທີ່ພັດ​ທະນາ​ເສດຖະ​ກິດ​ສັງຄົມ​ແລະ​ປະຕິ​ຮູບ​ໂຄງ​ປະກອບ​ການ​ເມືອງ​ຂອງ​ຈີນ. ການ​ກ່າວຄຳ​ປາ​ໄສ​ຂອງ​ທ່ານ​ໄດ້​ຮັບ​ສຽງ​ຕອບ​ຮັບເປັນ​ຢ່າງດີ​ໃນ​ກອງ​ປະຊຸມ. ນາງ​ເອລິນ​ດາ ບາ​ຊີ​ລິ​ໂອ ຫົວໜ້າ​ຄະນະ​ຜູ້​ແທນ​ຟິລິບ​ປິນ​ໄດ້​ຊົມ​ເຊີຍ​ຕໍ່​ລັດຖະ​ບານ​ຈີນ​ທີ່​ໃຊ້​ມາດ​ຕະການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​, ​ເຮັດ​ໃຫ້​ພົນລະ​ເມືອງ​ມີ​ກຽດ​ສັກ​ສີ.

ນາງ​ກ່າວ​ວ່າ,"ລັດຖະບານ​ຈີນ​ເຜີຍ​ແຜ່​ການ​ສຶກສາ,ຍົກ​ອັດຕາ​ປະ​ກອບ​ອາຊີ​ບ​ໃຫ້​ສູງ​ຂຶ້ນ,​ເຮັດ​ໃຫ້ຫຼາຍ​ຮ້ອຍ​ລ້ານ​ຄົນພົ້ນ​ຈາກ​ຄວາມທຸກ​ຍາກ,​​ເຮັດ​ໃຫ້​ເຂົາ​ເຈົ້າ​ມີກຽດ​ສັກ​ສີ ​ແລະ ສິດທິ​ມະນຸດ. ພ້ອມ​ກັນ​ນັ້ນ, ​ລັດຖະບານ​ຈີນ​ເພິ່ມການ​ລົງທຶນ​ໃນ​ວຽກ​ງານ​ດ້ານ​ສັງຄົມຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຊົນນະບົດ​. ​ໃນ​ໄພ​ແຜ່ນດິນ​ໄຫວ​ເສ​ສວນ​ປີ​ກາຍ​ນີ້ ລັດຖະບານ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບອັນ​ແຂງ​ແຮງ,ສະໜອງ​ການ​ຊ່ວຍ​ເຫຼືອ​ຕໍ່ຜູ້​ປະສົບ​ໄພ9​ລ້ານ​ຄົນ​​ຢ່າງ​ທັນ​ການ."

ໃນ​ຫຼາຍ​ສິບ​ປີ​ທີ່​ຜ່ານ​ໄປ​ນັ້ນ,ຈີນ​ໄດ້​ກຳນົດ​ຈຸດໝາຍ​​ໃນ​ດ້ານ​ຮັບປະກັນສິດທິ​ມະນຸດ250​ຄາດໝາຍ. ຕໍ່​ເລື່ອງ​ນີ້,ທ່ານ​ເອັກ​ອັກຄະ​ລັດ​ຖະທູດ​ອີ​ລິ​ສ ຈາ​ຊາຍ​ລີ ຫົວໜ້າຄະນະ​ຜູ່​ແທນ​ສິງ​ລັງກາມີ​ຄວາມ​ກະ​ດຸ້ນ​ໃຈ​ຫຼາຍ,ທ່ານ​ກ່າວ​ວ່າ"ກົດໝາຍ​ເຫຼົ່າ​ນີ້​ກ່ຽວ​ພັນ​ກັບ​ສິດ​ປະກອບ​ອາຊີບ, ສິດພັດ​ທະນາ​ແລະ​ສິດ​ຕ່າງໆ​ຂອງ​ພົນລະ​ເມື​ອງ. ນີ້​ມີ​ຜົນ​ຕໍ່ການ​ປົກ​ປ້ອງ​ສິດທິ​ມະ​ນຸດ​ຂອງ​ຈີນຢ່າງ​ແທ້​ຈິງ. ຜົນ ງານ​ທີ່​ຍິ່ງ​ໃຫຍ່ທີ່​ຈີນ​ໄດ້​ຮັບ​ໃນ​ໄລຍະ30​ປີ​ມາ​ນີ້​ເຮັດ​ໃຫ້​​​ໂລກ​ງຶດ​ງໍ້,​ ປະຈຸ​ບັນ​ນີ້ ຈີນ​ຢູ່​ເທິງ​ເວທີ​ສາ ກົນຢ່າງ​ແທ້​ຈິງ."

ສຳ​ລັບ​ການ​ປັບປຸງ​ການ​ພັດທະນາ​ແລະ​ສິດທິ​ມະ​ນຸດ​ຂອງ​ຈີນ, ປະ​ເທດ​ທີ່​ພວມ​ພັດ ທະນາ​ທັງ​ຫຼາຍ​ລ້ວນ​ແຕ່​ບອກວ່າ, ​ເຂົາ​ເຈົ້າ​ຮູ້ສຶກ​ພາກ​ພູມ​ໃຈ​ຕໍ່ຜົນງານ​ຂອງ​ຈີນ, ພ້ອມ​ກັນ​ນັ້ນ, ຍັງ​ຫວັງ​ແບ່​ງປັນ​ປະສົບການ​ກັບ​ຈີນ, ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື. ທ່ານ​ໄອ​ຈິ​ສ ຢາ​ຈາ​ຍຣີ ​ເອອັກ​ຄະ​ລັດຖະທູດ​ທັງ​ເປັນ​ຫົວໜ້າ​ຄະນະ​ຜູ້​ແທນ​ອານ​ເຊຣີກ່າວ​ວ່າ:"ພວກ​ຂ້າພະ​ເຈົ້າ​ຍັງ​ຫວັງວ່າ​ຈີນຈະ​ແບ່​ງປັນ​ປະສົບ​ການດັ່ງກ່າວ​ກັບ ປະ​ເທດ​ທີ່​ພວມ​ພັດທະນາ​ອື່ນ​ໆ, ​ແລະ​ທຳ​ການແລກ​ປ່ຽນ​ແລະການ​ຮ່ວ​ມມື​​ໃນ​ຂົງ​ເຂດ​ສິດທິ​ມະນຸດ​ກັບປະ​ເທດ​ອື່ນໆ. ພວກ​ຂ້າພະ​ເຈົ້າຫວັງ​ວ່າຈີນ​ຈະ​ສືບຕໍ່​ເຮັດ​ວຽກ​ງານຮັບ​ປະກັນ​ສິດທິ​ມະ​ນຸດ​ຂອງຕົນ​ໃຫ້​ປະກົດ​ເປັນ​ຈິງ​ໂດຍ​ອີງ​ຕາມ​ສະພາບ​ການ​ແລະ​ຄວາມ​ຕ້ອງການ​ຂອງ​ສັງຄົ​ມຈີນ."

 

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>