ການ​ສົນທະນາ​ສິດ​ທິມະນຸດ​ຈີນ​ອົສຕຼາລີ​ມີ​ຜົນ​ດີ​ຕໍ່​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ສິດທິ​ມະນຸດ

(GMT+08:00) 2009-02-11 18:24:01 cri
-----------------------------------------------------------------------------------------------------------------
ວັນ​ທີ10ກຸມພາ​ນີ້,ການ​ສົນທະນາ​ສິດທິ​ມະນຸດ​ລະຫວ່າງ​ຈີນ​ກັບ​ອົສຕຼາລີ​ຄັ້ງທີ12ທີ່​ຈັດຂຶ້ນ​ຢູ່​ແຄນ​ເບີຣາ​ໄດ້​ອັດ​ລົງ.ທ່ານ​ລິວ​ເຈ​ອີ ຜູ່​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ນາງ​ກີວລຽນ ​ເບີດ ຮອງ​ເລຂາທິການກະຊວງ​ການ​ຕ່າງປະ​ເທດ​​ແລະ​ການ​ຄ້າ​ອົສຕຼາລີ​ຮ່ວມ​ເປັນ​ປະທານ​ການ​ສົນທະນາ.ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​​ເຊິ່ງກ່ຽວ​ກັບ​ຫົວ​ຂໍ້​ອັນ​ກວ້າງຂວາງ​ໃນ​ຂົງ​ເຂດ​ສິດທິ ມະນຸດ​ດ້ວຍ​ທ່າ​ທີ​ອັນຕັ້ງໜ້າ​ແລະ​ຈິງ​ໃຈ.

​ໃນ​ການ​ສົນທະນາ​ຄັ້ງນີ້, ຜູ່​ຕາງໜ້າຂອງຈີນ​ແລະ​ອົສຕຼາລີ​ໄດ້​ແນະນຳ​ຜົນສຳ​ເລັດ​ໃໝ່​ທີ່​ປະ​ເທດ​ຕົນ​ໄດ້​ຮັບ​ໃນ​ຂົງ​ເຂດ​ສິດ​ທິມະນຸດ,​ແລະ​ແລກປ່ຽນ​ຄວາມ​ເຫັນ​ຢ່າ​ງ​ເລິກ​ເຊິ່ງກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ ມາດ​ຕະການປົກ​ປ້ອງ​ສິດທິ​ມະນຸດ ສິດທິ​ມະນຸດດ້ານ​ເສດຖະກິດ ສັງຄົມ​ແລະ​ວັດທະນະທຳ ສິດທິ​ມະນຸດ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ ​ແມ່​ແລະ​ເດັກ ​ແລະ​ຄົນ​ພິການ ການ​ຮ່ວມ​ມື​ດ້ານ​ສິດທິ​ມະນຸດ​ລະຫວ່າງ​ຊາດ​ແລະ​ອື່ນໆ.

ການ​ສົນທະນາ​ສິດ​ທິມະນຸດ​ຈີນ​ອົສຕຼາລີ​ມີ​ຈຸດປະສົງ​ເພື່ອ​ເພີ່ມ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ສະ​ແຫວ​ງຫາ​ຮູບ​ການ​ລະອຽດ​ທີ່​ຮ່ວມ​ມື​ກັນ.​ໃນ​ເວລາ​ກ່າວ​ເຖິງ​ຫົວ​ຂໍ້​ຂອງ​ການ​ສົນທະນາ​ຄັ້ງນີ້,ທ່ານ​ລິວ​ເຈ​ອີ​ກ່າວ​ວ່າ,ການ​ສົນທະນາສິດທິ​ມະນຸດ​ຈີນ​ອົສຕຼາລີ​ມີ​ເນື້ອ​ໃນ​ອັນ​ກວ້າງຂວາງ​ແລະ​ເລິກ​​ເຊິ່ງ,​ໄດ້​ຊຸກຍູ້​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ.

ນາງກີວລຽນ ​ເບີດ ຮອງ​ເລຂາທິການກະຊວງ​ການ​ຕ່າງປະ​ເທດ​​ແລະ​ການ​ຄ້າ​ອົສຕຼາລີທີ່​ຮ່ວມກັບ​ທ່ານ​ລິວ​ເຈ​ອີ​ເປັນ​ປະທານ​ການ​ສົນທະນາກໍ​ກ່າວ​ວ່າ, ການ​ສົນທະນາ​ຄັ້ງນີ້​ມີ​ເນື້ອ​ໃນ​ອັນ​ກວ້າງຂວາງ​ທີ່​ສຸດ,ຜູ່​ຕາງໜ້າ​ປະ​ເທດ​ທັງ​ສອງ​ໄດ້​ຄົ້ນຄວ້າ​ແລະ​ແລກປ່ຽນ​ຜົນສຳ​ເລັດ​ທີ່ສອງ​ປະ​ເທດ​ໄດ້​ຮັບ​ໃນ​ຂົງ​ເຂດ​ສິດທິ​ມະ ນຸດ​ແລະ​ມາດ​ຕະການປົກ​ປ້ອງ​​ສິດທິ​ມະນຸດ​ຢ່າງ​ກົງ​ໄປ​ກົງ​ມາ​ໃນ​ບັນຍາກາດ​ທີ່​ຈິງ​ໃຈ​ແລະ​ໄຂ​ປະ​ຕູ.

ນາງ​ເບີດ​ກ່າວ​ວ່າ,ການ​ແລກປ່ຽນ​ແລະຄວາມ​ເຂົ້າ​ໃຈ​ກັນ​ແມ່ນ​ພື້ນຖານ​ຂອງ​ສອງ​ປະ​ເທດ​ທີ່​ພ້ອມ​ກັນ​ຊຸກຍູ້​ພາລະກິດ​ສິດທິ​ມະນຸດ.ນາງ​ເວົ້າວ່າ:

"ການ​ສົນທະນາ​ສິດ​ທິມະນຸດ​ຈີນ​ອົສຕຼາລີ​ທີ່​​ເລີ່​ມ​ແຕ່​ປີ1997​ແມ່ນ"ຂະ​ບວນການ​ທີ່​ມຸ່ງ​ໄປ​ສູ່ທິດດຽວ​ກັນ"ສອງ​ຝ່າຍ​ສາມາດນຳ​ໂອກາດ​ນີ້ຊອກ​ຮູ້​​ມາດ​ຕະການ​ດ້ານ​ສິດທິ​ມະນຸດ​ຂອງ​ຝ່າຍ​ກົງກັນຂ້າມ.ພວກ​ຂ້າພະ​ເຈົ້າລ້ວນ​ແຕ່​ເຊື່ອ​ວ່າ,ສອງ​ປະ​ເທດ​ສາມາດ​ພ້ອມ​ກັນ​ຊຸກຍູ້​ການ​ພັດທະນາ​ພາລະກິດ​ສິດທິ​ມະນຸດ,ພວກ​ຂ້າພະ​ເຈົ້າກໍ​ຫວັງ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ວ່າ​ສາມາດ​ຊຸກຍູ້​ການ​ພັດທະນາ​ພາລະກິດ​ສິດ​ທິມະນຸດ​ໃນ​ເວທີ​ປຶກສາ​ຫາລືສິດທິ​ມະນຸດ​ເຂດ​ແຄວ້ນ​ແລະ​ສາກົນ.

ຫຼັງ​ຈາ​ກການ​ສົນທະນາ​ສິ້ນ​ສຸດ​ລົງ,ສອງ​ຝ່າຍ​ກ່າວ​ວ່າ,ຈະ​ສືບ​ຕໍ່ດຳ​ເນີນ​ການ​ສົນທະນາ ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ສິດທິ​ມະນຸດ​ບົນ​ພື້ນຖານ​ທີ່​ເຄົາລົບ​ກັນ ປະຕິບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ ​ແລະ​ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​​ໃນ​ຊຶ່ງ​ກັນ​ແລະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>