ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ລາ​ບີ​ຊາ​ອຸ​ດິດ ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ

(GMT+08:00) 2009-02-12 15:28:22 cri
-----------------------------------------------------------------------------------------------------------------

ວັນ​ທີ 11 ກຸມພາ​ນີ້, ການ​ຢ້ຽມຢາມ​ອາ​ລາ​ບີ​ຊາ​ອຸ​ດິດທາງ​ລັດຖະກິດ​ຂອງ​ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ສູ່​ມື້​ທີ​ສອງ.​ປະ​ທານ​ຫູ​ຈີນ​ທ່າວ​ໄດ້​ໄປ​ຊົມ​ໂຄງການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະ​ກິດ​ແລະ​ອົງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຈີນ​ກັບ​ອາ​ລາ​ບີ​ຊາ​ອຸ​ດິດ​, ຕໍ່​ໄປ​ແມ່ນ​ເນື້ອ​ໃນ​ລະ​ອຽດ.

ຕອນ​ເຊົ້າ​ວັນ​ທີ 11 ກຸມພາ​ນີ້​ຕາ​ມເວລາ​ທ້ອງ​ຖິ່ນ, ທ່ານ​ຫູ​ຈີນ​ທ່າວ​ພ້ອມ​ດ້ວຍ​ຄະນະ​ໄດ້​ໄປ​ຊົມ​ໂຮງ​ງານ​ຜະ​ລິດ​ຂອງ​ບໍ​ລິ​ສັດ​ຊີ​ມັງ​ຣີ​ຢັດ​ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ຣີ​ຢັດ 75 ກິ​ໂລ​ແມັດ, ນີ້​ແມ່ນ​ໂຮງ​ງານ​ຊີ​ມັງ​ທີ່​ບໍ​ລິ​ສັດ​ວິ​ສະ​ວະ​ກຳ​ສາ​ກົນ​ຊີ​ໂນ​ມາ​ຈຳ​ກັດ​ຂອງ​ຈີນ​ໃຫ້​ສ້າງ.​ຢູ່​ຫ້ອງ​ຄວບ​ຄຸ້ມ​ສູນ​ກາງ,​ທ່ານ​ຫູ​ຈີນ​ທ່າວ​ໄດ້​ຖາມ​ສະ​ພາບ​ການ​​ຜະ​ລິດ​ຢ່າງ​ລະອຽດ.

ວັດຖຸ​ກໍ່ສ້າງ​ເຊັ່ນ​ຊີມັງ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ຕ້ອງການ​ນັ້ນ​ສ່ວນ​ຫຼາຍ​ຕ້ອງ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ, ປະ​ເທດ​ຕາ​ເວັນ​ອອກ​ກາງ​ຕ່າງໆ​ລວມທັງ​ອາ​ລາ​ບີ​ຊາ​ອຸ​ດິດ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ນຳ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ຜະ​ລິດ​ດ້ວນ​ຕົນ​ເອງ​ຫຼາຍ.​ປະ​ຈຸ​ບັນ,​ບໍ​ລິ​ສັດ​ວິ​ສະ​ວະ​ກຳ​ສາ​ກົນ​ຊີ​ໂນ​ມາ​ຈຳ​ກັດ​ທີ່​ມີ​ເຕັກ​ນິກ​ຢູ່​ໃນ​ລະ​ດັບ​ແຖວ​ໜ້າ​ຂອງ​ໂລກ​ໄດ້​ເຊັນ​ສັນ​ຍາ​ທີ່​ຕິດ​ລະບົບ​ຜະ​ລິດ​ຊີ​ມັງ​7​ລະ​ບົບ, ​ໃນ​ນັ້ນ​ມີ 5 ລະ​ບົບ​ໄດ້​​ເລີ່​ມ​ຜະລິດ​ແລ້ວ.​ພາຍ​ຫຼັງ​ທຸກ​ລະ​ບົບ​​ເລີ່ມ​ຜະ​ລິດ​​ແລ້ວ,​ຜົນ​ຜະ​ລິດ​ຈະ​ກວມ​ປະ​ມານ​40%​ຂອງ​ຍອດ​ປະ​ລິ​ມານ​ການ​ຜະ​ລິດ​ຊີ​ມັງ​ຂອງ​ອາ​ລາ​ບີ​ຊາ​ອຸ​ດິດ. ​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວCRI, ທ່ານ​ນາ​ເຊຍ​ອູ​ດິນ ຊິດ​ດິກ ຜູ້​ຊ່ອຍ​ຜູ້​ຈັດ​ການ​ໃຫຍ່​ຂອງ​ບໍ​ລິ​ສັດ​ຊີ​ມັງ​ຣີ​ຢັດ​ທີ່​​ເດີນ​ທາງ​ໄປ​ນຳ​ປະ​ທານ​ຫູ​ຈີນ​ທ່າວ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈທີ່​ສຸດ​ຕໍ່​ການ​ຮ່ວມ​ມື​ກັບ​ບໍລິສັດ​ວິ​ສະ​ວະ​ກຳ​ສາ​ກົນ​ຊີ​ໂນ​ມາ​ຈຳກັດ, ​ແລະ​ຍ້ອງຍໍ​​ຄວາມ​ດຸ​ໝັ່ນ​ແລະຄວາມ​ຮັບຜິດຊອບ​ສູງ​ຂອງ​ພະນັກງານ​ຈີນຕະຫຼອດ.

"ການ​ຮ່ວມ​ມື​ລະ​ຫວ່າງ​ພວກ​ເຮົາ​ກັບ​ບໍ​ລິ​ສັດ​ຊີ​ໂນ​ມາ​ແມ່ນ​ດີ​ທີ່​ສຸດ, ພວກ​ເຮົາ​​ໄດ້​ຮ່ວມ​ມື​ກັນ​4​ປີ​ແລ້ວ,​ການ​ຮ່ວມ​ມື​ໄດ້​ກາຍ​ເປັນ​ແບບ​ຢ່າງ​ແລ້ວ. ພວກ​ເຮົາ​ເຮັດ​ວຽກ​ນຳ​ກັນ,​ເໝືອນ​ກັບ​ຄະ​ນະ​ດຽວ​ກັນ,​ນີ້​ກໍ່​ແມ່ນ​ສາ​ເຫດ​ສຳ​ຄັນ​ທີ່​ພວກ​ເຮົາ​ໄດ້​ຮັບ​ຜົນ​ສຳ​ເລັດ."

ຫຼາຍປີ​ມານີ້, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາຣາບີ​ຊາ​ອູ​ດິດບໍ່​ພຽງ​ແຕ່ກ່ຽວ​ພັນ​ເຖິງ​ຂົງ​ເຂດ​ການ​ຄ້າ ພະ​ລັງ​ງານ​ໂຄງ​ການ, ​ແລະ​ການ​ລົງທຶນ​ເຊິ່ງກັນ​ແລະ​ກັນ,​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ກໍ່​ໄດ້​ກາຍ​ເປັນ​ຈຸດ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ.​ວັນ​ທີ​11​ກຸມ​ພາ​ນີ້,​ທ່ານ​ປະ​ທານ​ຫູ​ຈີນ​ທ່າວ​ຍັງ​ໄປ​ຢ້ຽມ​ຢາມ​ໂຄງ​ການ​ຄົ້ນ​ຄວ້າ​ແຊນ​ໝາກ​ກະ​ທັນ​ຕົ້ນ​ປາມ​ທີ່​ມີ​ໝາກ​ຄື​ໝາກ​ກະ​ທັນ​ຈີນ​ອາ​ຣາ​ບີ​ຊາ​ອຸດິດ ​ເຊິ່ງ​ເປັນ​ໂຄງ​ການ​ທຳ​ອິດ​ຫຼັງ​ເຊັນ​ສັນ​ຍາ​​ຮ່ວມ​ມື​ວິ​ທະ​ຍາ​ສາດ​ເຕັກ​ນິກ​ນຳ​ກັນ.

ໝາກ​ກະທັນ​ຕົ້ນປາມ​ແມ່ນ​ພືດ​ເສດຖະກິດ​ທີ່​ສຳຄັນ​ກວ່າ​ໝູ່​ໃນ​ເຂດ​ຕາ​ເວັນ​ອອກ​ກາງ​ແລະ​ອາ​ຟຼິກ​ກາ​ເໜືອ,​ຜົນ​ຜະ​ລິດ​ຂອງ​ໝາກ​​ໄມ້​ຊະ​ນິດ​ນີ້​ຂອງ​ອາ​ຣາ​ບີ​ຊາ​ອຸ​ດິດ​ກວມ 15%​ຂອງ​ທົ່ວ​ໂລກ.​ແຜນ​ການ​ຄົ້ນ​ຄວ້າ​​ແຊນ​ໝາກ​ກະ​ທັນ​ຕົ້ນ​ປາມ​ຈີນ​ອາ​ຣາ​ບີ​ຊາ​ອຸ​ດິດ​ທີ່​ສະ​ຖາ​ບັນ​ແຊນ​ປັກ​ກິ່ງ​ຂອງ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ​ຮ່ວມ​ມື​ກັບ​ອາ​ຣາ​ບີ​ຊາ​ອຸ​ດິດ​ດຳ​ເນີນ​ນັ້ນ​ແມ່ນ​ໂຄງ​ການ​ຄົ້ນ​ຄວ້າ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ຊີ​ວິດ​ທີ່​ໃຫຍ່​ກວ່າ​ໝູ່​ທີ່​ລັດ​ຖະ​ບານ​ອາ​ຣາ​ບີ​ຊາ​ອຸ​ດິດ​ອອກ​ທຶນ​ຊ່ວຍ​ເຫຼືອ, ​ແລະ​ກໍ່​ແມ່ນ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ​ອັນ​ໜຶ່ງ​ຂອງ​ອາ​ຣາ​ບີ​ຊາ​ອຸ​ດິດ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ດ້ານ​ຊີ​ວະ​ຊາດ​ແລະ​ອຸດ​ສາ​ຫະ​ກຳ​ເຕັກ​ນິກ​ຊີ​ວະ​ຊາດ​ຂອງ​ຕົນ.

ທ່ານ​ຫູ​ຈິນທ່າວ​ສະ​ແດງ​ຄວາມ​ຍໍ້​ຍອງ​ສັນລະ​ເສີນ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ນັກ​ວິ​ທະ​ຍາ​ສາດ​ຈີນ.​ເມື່ອ​ກ່າວ​ເຖິງ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ລະ​ຫວ່າງ​ຈີນ​ກັບ​ອາ​ລາ​ບີ​ຊາ​ອູ​ດິດ,​ທ່ານ​ຫູ​ຈິນ​ທ່າວ​ກ່າວ​ວ່າ:​"ລັດ​ຖະ​ບານ​ຈີນ​ແລະ​ລັດ​ຖະ​ບານ​ອາ​ລາ​ບີ​ຊາ​ອຸ​ດິດ​ລ້ວນ​ແຕ່​​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ນິກ,​ແລະ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ນິກ,​ຂ້າ​ພະ​ເຈົ້າ​ຫວັງ​ຢ່າງ​ຈິງ​ໃຈ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ນັກ​ວິ​ທະ​ຍາ​ສາດ​ຈີນ​ກັບ​ນັກ​ວິ​ທະ​ຍາ​ສາດ​ອາ​ລາ​ບີ​ຊາ​ອຸ​ດິດ​ໃນ​ການ​ຄົ້ນ​ຄວ້າ​ແຊນ​ໝາກ​ກະ​ທັນ​ຕົ້ນ​ປາມ​ນັ້ນ​ຈົ່ງ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ,​ແລະ​ຍິນ​ດີ​ພ້ອມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ລາ​ບູຊາ​ອຸ​ດິດ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ນິກ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>