ນາງ​ຮິ​ວລາຣີຈະມາຢ້ຽມຢາມ​ອາຊີ​ເພື່ອ​ຟັງຫາງ​ສຽງ

(GMT+08:00) 2009-02-13 17:33:46 cri
-----------------------------------------------------------------------------------------------------------------

ຕາມCRI​ລາຍ​ງານ​ວ່າ: ​ເລີ່​ມ​ແຕ່​ວັນ​ທີ15​ກຸມພາ​ນີ້​ເປັນ​ຕົ້ນ​ໄປ,ນາງ​ຮີ​ວລາຣີ ຄຼິນຕັນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຄົນ​ໃໝ່ຈະ​ມາຢ້ຽມຢາມ4ປະ​ເທດ​ອາຊີ.ຫາງ​ສຽງທົ່ວ​ໄປ​​ເຫັນ​ວ່າ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຜູ່​ໃໝ່​​ເລືອກມາ​ຢ້ຽມຢາມ​ອາຊີ​ກ່ອນນັ້ນ​ສະ​ແດງ​ໃຫ້​​ເຫັນ​ຈຸດ​ຕ່າງຜູ່​ອື່ນຂອງ​ນາງ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄົນ​ອື່ນໆ​ທີ່​ຜ່ານ​ມາ.​ໃນ​ເວລາ​ກ່າວ​ຄຳ​ປາ​ໃສ​ຢູ່​ວໍ​ຊິງ​ຕັນ​ໃນ​ວັນ​ທີ12ກຸມພາ​ນີ້,ທ່ານ​ເຈັມສ ສະ​ເຕັນ​ເບີກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,ການ​ຢ້ຽມ​ຢາມ​ອາຊີ​ຂອງ​ນາງ​ຮີ​ວລາຣີຕົ້ນຕໍ​ຈະ​ແມ່ນ​ການ​ຢ້ຽມຢາມ​ເພື່ອ​ຟັງຫາງສຽງ​ຂອງ​ອາຊີ.

ນາງ​ຮີ​ວລາຣີຈະ​ໄປ​ຢ້ຽມຢາມ​ຍີ່​ປຸ່ນ,ອິນ​ໂດ​ເນ​ເຊຍ,ສ​ເກົາຫຼີ​ແລະ​ຈີນ​ ແຕ່​ວັນ​ທີ15​ຫາ​ວັນ​ທີ22​ກຸມພາ​ນີ້,ນີ້​ຈະ​ເປັນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ເທື່ອ​ທຳ​ອິດ​ນັບແຕ່​ນາງ​ຂຶ້ນດຳລົງ​ຕຳ​ແໜ່​ງລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປ​ະ​ເທດ​ອາ​ເມ​ລິ​ກາມາ​ນີ້.​ການ​ຢ້ຽມຢາມ​ຕ່າງປະ​ເທດ​ເທື່ອ​ທຳອິດ​ຂອງລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທຸກ​ຄົນທີ່​ຜ່ານ​ມາສ່ວນ​ຫຼາຍ​ແມ່ນ​ໄປ​ເອີ​ລົບ​ຫຼື​ຕາ​ເວັນ​ອອກ​ກາງ.ທ່ານ​ສະ​ເຕັນ​ເບີກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ນາງ​ຮີ​ວລາຣີ​ເລືອກ​ເອົາ​ອາຊີ​ເປັນ​ບ່ອນ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ເທື່ອ​ທຳ​ອິດ​ນັ້ນ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ລັດຖະບານ​ໂອ​ບາ​ມາ​​ໃຫ້​ຄວາມ​ສຳຄັນ​ຫຼາຍ​ແກ່​ອາຊີ.

ນັກວິ​​ເຄາະ​ເຫັນ​ວ່າ,ນາງ​ຮີ​ວລາຣີ​ເລືອກ​ເອົາ​ອາຊີ​ເປັນ​ບ່ອນ​ຢ້ຽມຢາມ​ຕ່າງປະ​ເທດ​ເທື່ອ​ທຳ​ອິດ​ນັ້ນ​ເປັນ​ການ​ ​ເລືອກ​ແບບ​​ເອົາ​ອັນ​ງ່າຍ​ກ່ອນ​ແລ້ວ​ຈິ່ງ​ເອົາ​ອັນ​ຍາກ​ຕາມ​ຫຼັງ,​ເພາະວ່າ​ພາບ​ພົດ​ຂອງ​ອາ​ເມ​ລິ​ກາ​ຢູ່​ຕາ​ເວັນ​ອອກ​ກາງ​ແລະ​ເອີ​ລົບ​ໄດ້​ຊຸດ​ໂຊມ​ລົງ​ຍ້ອນ​ສົງຄາມ​ອີຣັກ,ສ່ວນ​ນະ​ໂຍບາຍ​ອັນ​ຕັ້ງໜ້າຂອງ​ລັດຖະບານ​ບຸ​ສທີ່​ປະຕິບັດ​ຕໍ່​ອາຊີ​ນັ້ນ​ໄດ້​ກາຍ​ເປັນ​ມໍລະດົກ​ທາງ​ການ​ທູດ​ທີ່​ລັດຖະບານ​ໂອ​ບາ​ມາ​ສາມາດ​ສືບ​ທອດ​ໄດ້,​​ເຊິ່ງສາມາດ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ຜ່ອນ​ຍານ​ໃຫ້​ແກ່​ນາງ​ຮີ​ວລາຣີ​ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ເທື່ອ​ທຳ​ອິດ.ທ່ານ​ສະ​ເຕັນ​ເບີກ​ກ່າວ​ວ່າ,​ໃນ​ພີ​ທີ​ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ,ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ກ່າວ​ເຖິງ​ເລື່ອງ​ທີ່​ຄວນ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຍີ່​ປຸ່ນ,ສ​ເກົາຫຼີ​ແລະ​ຈີນ​,ການ​ຢ້ຽມ​ຢາມ​ຂອງ​ນາງ​ຮີ​ວລາຣີ​ເທື່ອ​ນີ້​ພໍດີ​ເປັນ​ການ​ປະຕິບັດ​ຈຸດ​ຢືນດັ່ງກ່າວ​ໃນ​ພາກຕົວ​ຈິງ.​ທ່ານ​ຍັງ​ກ່າວ​ວ່າ,ຈີນ​ແມ່ນ​ປະ​ເທດ​ສຳຄັນ​ໃນ​ການ​ຢ້ຽມຢາມ​ຂອງ​ນາງ​ຮີ​ວລາຣີ​ເທື່ອ​ນີ້.

ໃນ​ກອງ​ປະຊຸມ​ຟັງ​ຄຳ​ໃຫ້​ການຢືນຢັນ​ການສະ​ເໜີ​ຊື່ຂອງ​ສະພາ​ສູງ, ນາງຮິ​ວລາ​ລີ​ສະ​ເໜີ​ວ່າ,ຄວນ​ປະຕິບັດ​ນະ​ໂຍບາຍ​ຈີນ​ທີ່ໃໝ່ ​ແລະ ຮອບດ້ານ, ​ໃນ​ນັ້ນ, ນອກຈາກ​ຫົວ​ຂໍ້​ເສດຖະກິດ ຍັງ​ລວມທັງ​ເນື້ອ​ໃນ​ອັນ​ກວ້າງ​ຂວາງ. ສື່​ມວນ​ຊົນ​ກ່າວ​ວ່າ,ຫວັງ​ວ່າການ​ຢ້ຽມຢາມປະ​ເທດຈີນ​ຂອງ​ນາງ​ຮິ​ວລາ​ລີສາມາດ​ອະທິບາຍ"ນະ​ໂຍບາຍ​ຈີນ​ອັນ​ຮອບດ້ານ"ຢ່າງ​ລະອຽດ​ກວ່າ​ເກົ່າ.

ທ່ານ​ສະ​​ເຕັນ​ເບີກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາກ່າວ​ວ່າ, ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອາ​ເມ​ລິ​ກາ​ໃນ​ປະຈຸ​ບັນ​ນີ້​ຍັງ​ມີ​ບັນ​ຫາ​ຈຸດ​ໜັກ ​ແລະ ຈຸດ​ຫຍຸ້ງ​ຍາກ​ຫຼາຍ​ທີ່​ຕ້ອງ​ແກ້​ໄຂ​ໂດຍ​ດ່ວນ,​ເຊັ່ນ​ບັນ​ຫາ​ອີ​ຣັກ,​ບັນ​ຫາ​ອັຟ​ກາ​ນີ​ສະ​ຖານ​ແລະ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ເປັນ​ຕົ້ນ,​ລັດ​ຖະ​ບານ​ໂອ​ບາ​ມາ​ຈະ​ປະ​ຕິ​ບັດ​ຕາມ​ແນວ​ຄິດ​ໃໝ່​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ.

"ນາງ​ຮິ​ວລາ​ລີ​ເວົ້າ​ວ່າການ​ຕ່າງປະ​ເທດ​ກໍ່​ແມ່ນ​ຂະ​ບວນການ​ສົນທະນາ​ກັນ.ການ​ຟັງ​ແລະ​ການ​ເວົ້າ​ມີ​ຄວາມ​ສຳຄັນ​ທໍ່ກັນ, ລັດຖະບານ​ຊຸດ​ໃໝ່​ຍິນ​ດີ​ເອົາ​ໃຈ​ໃສ່​ຟັງ​ສຽງ​ຂອງ​ຝ່າຍ​ຕ່າງໆ​ຂອງ​ທົ່ວ​ໂລກ. ອາ​ເມ​ລິ​ກາ​ອາ​ໄສ​ແຕ່​ກຳ​ລັງ​ຂອງ​ຕົນມາ​ແກ້​ໄຂ​ບັນ​ຫາ​ຂ້ຽວຂາດ​ຕ່າງໆ​ບໍ່​ໄດ້,ສ່ວນ​ພັນ​ທະ​ມິດ​ສຳ​ຄັນ​ທີ່​ສຸດ​ຂອງ​ພວກ​ເຮົາ​ກໍ່​ແກ້​ໄຂ​ບໍ່​ໄດ້. ນາງ​ຮິ​ວລາ​ລີ​ສະ​ເໜີ​ອອກ​ມາ​ວ່າ ຄວນ​ດຳ​ເນີນ​"ນະ​ໂຍ​ບາຍ​ການ​ຕ່າງປະ​ເທດ​ທີ່ຄ່ອງ​ແຄ້ວ",​ໝາຍ​ຄວາມ​ວ່າ​ບໍ່ພຽງ​ແຕ່ຄວນ​ຕິດ​ຕໍ່​ກັບ​ພັນ​ທະ​ມິດ​ເທົ່າ​ນັ້ນ,​ແຕ່ຍັງ​ຄວນ​ຕິດ​ຕໍ່​ກັບ​ຄູ່​ແຂ່ງຂັນ,​ເພິ່ມທະວີພັນທະ​ມິດ​ທີ່​ມີ​ຢູ່​ແລ້ວ​ແລະ​ພະ​ຍາ​ຍາມ​ສ້າງ​ພັນ​ທະ​ມິດ​ໃໝ່."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>