ໂຄງການປະຕິສັງຂອນບູຮານນະສະຖານສຳຄັນ 3 ແຫ່ງຂອງຕິເບດຈະສຳເລັດໃນປີນີ້
(GMT+08:00) 2009-02-14 18:02:57 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊີນຮວາ: ໂຄງການປະຕິສັງຂອນບູຮານນະສະຖານສຳຄັນ 3 ແຫ່ງຂອງຕິເບດຄືວັງບຸດຕາລາ, ວັດໂນໂປລິນກາແລະວັດຊາຢາທີ່ເລີ່ມດຳເນີນໃນເດືອນມິຖຸນາ 2002 ຈະສຳເລັດຢ່າງຮອບດ້ານໃນປີນີ້.
ວັງບຸດຕາລາເລີ່ມສ້າງໃນຄ.ສ.ສະຕະວັດທີ 7 ແມ່ນມໍລະດົກວັດທະນະທຳໂລກ. ວັດໂນໂປລິນກາສ້າງໃນປີ 1751, ແມ່ນສິ່ງກໍ່ສ້າງທີ່ສູງກວ່າໜ້ານ້ຳທະເລກວ່າໝູ່, ຂະໜາດໃຫຍ່ກວ່າໝູ່, ແລະຮັກສາຄົບຖ້ວນດີກວ່າໝູ່ໃນໂລກ. ວັດຊາຢາແມ່ນວັດສຳຄັນຂອງນິກາຍຊາຢາສາສະໜາພຸດຕິເບດ, ໄດ້ເກັບມ້ຽນຄຳພີຢ່າງຫຼວງຫຼາຍແລະວັດຖຸບູຮານທີ່ລ້ຳຄ່າໃນໂລກ. ໂຄງການປະຕິສັງຂອນບູຮານນະສະຖານ 3 ແຫ່ງທີ່ລັດເບີກງົບປະມານທັງໝົດນັ້ນໄດ້ສະແດງໃຫ້ເຫັນລັດຖະບານຈີນອະນຸລັກແລະສືບທອດວັດທະນະທຳທີ່ເປັນມູນເຊື້ອຂອງຕິເບດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ