ຮູບເງົາບັນທຶກທີ່ມີຊື່ວ່າ "ຕິເບດປະຈຸບັນແລະແຕ່ກ່ອນ"ເລີ່ມສາຍຢູ່ໂຮງຮູບເງົາແຫ່ງຕ່າງໆຂອງຈີນ
(GMT+08:00) 2009-02-15 16:54:29 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊີນຮວາ:ເພື່ອລະນຶກການປະຕິຮູບປະຊາທິປະໄຕຂອງຕິເບດຄົບຮອບ50ປີ,ຮູບເງົາບັນທຶກທີ່ມີຊື່ວ່າຕິເບດປະຈຸບັນແລະແຕ່ກ່ອນ ເຊິ່ງຜະລິດໂດຍໂຮງຜະລິດຮູບເງົາຂ່າວສູນກາງຈີນ ໄດ້ສາຍຢູ່ໂຮງຮູບເງົາຂອງປັກກິ່ງ ຊຽງໄຮ້ ທຽນສິນແລະແຫ່ງຕ່າງໆນັບແຕ່ວັນທີ15ກຸມພານີ້,ແລະຈະສາຍຢູ່ໂຮງຮູບເງົາແຫ່ງຕ່າງໆຂອງຈີນແຕ່ວັນທີ17ກຸມພາເປັນຕົ້ນໄປ.
ຮູບເງົານີ້ໄດ້ໃຊ້ເອກະສານປະຫວັດສາດ ຮູບພາບແລະຟິມຮູບເງົາ ວັດຖຸທີ່ລ້ຳຄ່າເປັນຈຳນວນຫຼວງຫຼາຍ,ສ່ອງແສງໃຫ້ເຫັນແຕ່ບູຮານນະການມານີ້ ຕິເບດແມ່ນພາກສ່ວນໜຶ່ງຂອງຈີນທີ່ຖືກຕັດແຍກອອກບໍ່ໄດ້,ສ່ອງແສງໃຫ້ເຫັນກ່ອນການປະຕິຮູບປະຊາທິປະໄຕປີ1959 ສັງຄົມຕິເບດຢູ່ໃຕ້ລະບອບທາດກະສິກອນສັກດິນາແລະເອົາການປົກຄອງກັບສາດສະໜາເຊື່ອມໂຍງເຂົ້າກັນ ເຕັມໄປດ້ວຍຄວາມຫຼ້າຫຼັງ ມືດມົນ ໂຫດຮ້າຍທາລຸນ ແລະທຳລາຍສິດທິມະນຸດຂອງປະຊາຊົນຕິເບດຢ່າງໜັກໜ່ວງ,ສ່ອງແສງໃຫ້ເຫັນປະຫວັດຂອງຕິເບດທີ່ດຳເນີນການປະຕິຮູບປະຊາທິປະໄຕ,ຍົກເລີກລະບອບທາດກະສິກອນສັກດິນາທີ່ເອົາການປົກຄອງແລະສາດສະໜາເຊື່ອມໂຍງເຂົ້າກັນ,ທາດກະສິກອນລ້ານຄົນໄດ້ຮັບການປົດປ່ອຍ,ສ່ອງແສງໃຫ້ເຫັນສັງຄົມຕິເບດມີຄວາມກ້າວໜ້າທີ່ມີລັກສະນະປະຫວັດສາດແລະຊາຕາກຳຂອງປະຊາຊົນຕິເບດມີການປ່ຽນແປງຢ່າງຫຼວງຫຼາຍນັບແຕ່ດຳເນີນການປະຕິຮູບປະຊາທິປະໄຕໃນ50ປີມານີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ