ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອາວຸ​ໂສ​ຂອງ​ອົງການ​​ເອເປັກຈັດ​ຂຶ້ນ​ຢູ່​ສິງກະ​ໂປ

(GMT+08:00) 2009-02-17 16:20:34 cri
-----------------------------------------------------------------------------------------------------------------
ວັນ​ທີ 16 ກຸມພາ​ນີ້,ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອາວຸ​ໂສຂອງ​ອົງການຮ່ວມ​ມື​ດ້ານເສດຖະກິດອາຊີ​ປາຊີ​ຟິກຫຼື​​​ເອເປັກຄັ້ງ​ທຳ​ອິດຂອງ​ປີ 2009 ທີ່​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ​ໄດ້​ອັດ​ລົງ,​​ເຈົ້າ​ໜ້າ​ທີ່​ແລະ​ຜູ້​ແທນ​ປະມານ 1000 ຄົນ​ທີ່​ມາ​ຈາກ 21 ສະມາຊິກ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມເທື່ອ​ນີ້​ທີ່​ດຳ​ເນີນ​ເປັນ​ເວລາ 2 ວັນ.

ກ່ຽວ​ກັບ​ການ​ຈະເຮັດ​ແນວ​ໃດ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນນັ້ນ,​ເຈົ້າ​ໜ້າ​ທີ່​ອາວຸ​ໂສໃນ​ພາກພື້ນອາຊີ​ປາຊີ​ຟິກ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້​ກ່າວ​ເນັ້ນ​ວ່າ,ຕ້ອງ​ໃຊ້​ມາດ​ຕະການ​ຮັບປະກັນ​ການ​ເງິນ ​ເງິນຕາ​ແລະ​ສັງຄົມ​ທີ່​ເໝາະ​ສົມ,ຫຼຸດຜ່ອນ​ຄາຍ​ຄວາມ​ກົດ​ດັນ​ຈາກ​ການ​ຈຳກັດ​ການ​ຄ້າ​ພາຍ​ໃນ​ອົງ​ກອນ​​ເສດຖະກິດ,​ແລ້ວ​ພົ້ນ​ອອກ​ຈາກ​ສະພາບ​ຫຍຸ້ງຍາກ​ດ້ານ​​ເສດຖະກິດ​ຢ່າງ​ມີ​ປະສິດທິ​ຜົນ.ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ຮຽກຮ້ອງ​ໃຫ້​ສ້າງ​ກົນ​ໄກນຳໃຊ້​ຂໍ້​ມູນ​ຂ່າວສານ​ຮ່ວມ​ກັນ,​​ເຮັດໃຫ້​ອົງ​ກອນ​ເສດ​ຖະກິດ​ຕ່າງໆ​ສາ​ມາດ​ນຳໃຊ້​ມາດ​ຕະການ​ດ້ານ​ເສດຖະກິດ​ທີ່​ດີ​ທີ່​ສຸດ​ຮ່ວມ​ກັນ,ພ້ອມ​ກັນ​ນັ້ນ,ກໍ່ເພີ່ມ​ທະວີ​ການ​ປະສານ​ງານ​ແລະ​ການ​ຮ່ວມ​ມື​ໃນ​ດ້ານ​ນະ​ໂຍບາຍ.

ກ່ຽວ​ກັບ​ບັນຫາທີ່​ວ່າ​ເຮັດ​ແນວ​ໃດ​ເພື່ອ​ຮັກສາ​ໂຄງ​ປະກອບ​ການ​ຄ້າ​ຫຼາຍ​ຝ່າຍ,​ເຈົ້າ​ໜ້າທີ່​ອາວຸ​ໂສທີ່​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ອີກ​ວ່າ,​ໃນ​ການ​ໃຊ້​ມາດ​ຕະການ​​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ,ປ້ອງ​ກັນ​ບໍ່​ໃຫ້ລັດທິ​ປົກ​ປ້ອງການ​ຄ້າ​ຟື້ນ​ຊີບ.​ໃນ​ເດືອນ​ພະຈິກ​ປີ 2008,​ໃນ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການຂອງ​ຜູ້ນຳ​ເອ​ເປັກ​ທີ່​ຈັດ​ຂຶ້ນ​ຢູ່​ລີ​ມາ ນະຄອນຫຼວງ​ເປຣູ,​ໄດ້​ຕົກລົງ​ຫຼຸດກຳ​ແພງ​ດ້ານການ​ຄ້າ​ແລະດ້ານ​ການ​ລົງທຶນ​ເພື່ອ​ຊຸກຍູ້​ການສົ່ງ​ອອກ.​ໃນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສຂອງ​ເອເປັກ​ເທື່ອ​ນີ້,ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ເປັນ​ເອກະ​ພາບ​ກັນ​ເຫັນ​ວ່າ,ຄວນ​ຕິດຕາມ​ສະພາບ​ປະຕິບັດ《ຖະ​ແຫຼ​ງການ​ລີ​ມາ》,​ແລະ​ຮ່າງ​ບົດ​ລາຍ​ງານ​ປະ​ເມີນ​ສະບັບ​ໜຶ່ງ,ສົ່ງ​ໃຫ້​ກອງ​ປະຊຸມ​ລະດັບ​ລັດຖະມົນ​ຕີ​ການ​ຄ້າ​ຂອງ​​ເອ​​ເປັກ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກໍລະກົດ​ປີ​ນີ້​ເພື່ອ​ປຶກສາ​ຫາລື.

ນອກ​ນີ້,ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ເປັນ​​ເອກະພາບ​ກັນ​​ເຫັນ​ວ່າ,​​​ເລັ່ງລັດ​ຄວາມ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງເສດຖະກິດ​ພາກ​ພື້ນນີ້,ມີ​ຜົນ​ດີ​ຕໍ່​ການ​ຫຼຸດ​ຕົ້ນ​ທຶນ​ທຸລະ​ກິດ,​ເຮັດ​ໃຫ້​ຄົນ​ທັງຫຼາຍມີຄວາມ​ເຊື່ອ​ໝັ້ນຄືນ​ໃໝ່.ພວກ​ທ່ານ​ຍັງ​ຊີ້​ອອກ​ວ່າ,ວິ​ກິດ​ການ​ການ​ເງິນ​​ໃນ​ປະຈຸ​ບັນ​ແມ່ນ​ໂອກາດ​ທີ່​ດຳ​ເນີນ​ການ​ປະຕິ​ຮູບ​ໂຄງ​ປະກອບ,ຈະ​ຊ່ວຍ​ອົງ​ກອນ​ເສດຖະກິດ​ຕ່າງໆ​ຍົກ​ສູງ​ກຳລັງ​ແຂ່ງ​ຂັນ​ແລະ​ຟື້ນ​ຟູ​ເສດຖະກິດ.​ໃນ​ການ​ຊຸກຍູ້​ຄວາມ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງເສດ​ຖະກິດ​ພາກ​ພື້ນນັ້ນ,​ເອເປັກ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດສຳຄັນ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.​​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ທີ່​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​​ເຫັນ​ດີວ່າ,​ເອເປັກ​ຄວນ​ໃຊ້​ມາດ​ຕະການ​ຕ່າງໆ​ເພື່ອ​ເຮັດ​ໃຫ້ມີການ​ຄ້າ​ແລະ​ການ​ລົງທຶນຢ່າງເສລີ​​ແລະ​ປັບປຸງ​ສະພາບ​ແວດ​ລ້ອມ​ທຸລະ​ກິດ,​ແລ້ວ​ຊຸກຍູ້​ຄວາມ​ເຊື່ອມ​ໂຍງ​​ເຂົ້າກັນ​ຂອງເສດຖະກິດ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>