ຄະນະນັກຂ່າວຈີນແລະຕ່າງປະເທດໄປສຳຜັດແລະຢືນຢັນຄວາມຈິງຂອງຕິເບດ
(GMT+08:00) 2009-02-18 16:51:27 cri
-----------------------------------------------------------------------------------------------------------------

ຕາມຂ່າວຈາກໜັງສືພິມເຢິນມິນຢື້ປ້າວຂອງຈີນ: ຄະນະນັກຂ່າວຈີນແລະຕ່າງປະເທດຫາກໍ່ສິ້ນສຸດການສຳພາດຢູ່ຕິເບດ, ມີນັກຂ່າວຕ່າງປະເທດຫຼາຍຄົນກ່າວວ່າ, ເຂົາເຈົ້າໄດ້ສຳຜັດແລະຢືນຢັນຕິເບດທີ່ພວມພັດທະນາປ່ຽນແປງຢ່າງແທ້ຈິງ.
ວັນທີ 10 ຫາວັນທີ 13 ກຸມພານີ້, ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຈີນໄດ້ເຊີນສື່ມວນຊົນຕ່າງປະເທດ 8 ສຳນັກເຊັ່ນຂ່າວສານຣອຍເຕີແລະໜັງສືພິມລຽນເຫີຈາວປ້າວເປັນຕົ້ນ, ຮ່ວມກັບສື່ມວນຊົນຈີນ 3 ສຳນັກປະກອບເປັນຄະນະນັກຂ່າວໄປຕິເບດ. ນັກຂ່າວຕ່າງປະເທດຫຼາຍຄົນກ່າວວ່າ, ແຕ່ກ່ອນເຂົາເຈົ້າພຽງແຕ່ສົນໃຈກັບເລື່ອງທີ່"ອ່ອນໄຫວ"ທີ່ກ່ຽວກັບຕິເບດ, ການໄປເອົາຂ່າວເທື່ອນີ້, ໄດ້ເຮັດໃຫ້ພວກເຂົາເຈົ້າໄດ້ສຳຜັດດ້ວຍຕົນເອງກັບການປ່ຽນແປງອັນໃຫຍ່ຫຼວງຂອງຕິເບດໃນ 50 ປີມານີ້.
ຄຽງຄູ່ກັບເຫດການສ້າງຄວາມຮຸນແຮງຢ່າງໜັກໜ່ວງຄືການຕີທຸບປຸ້ນຈີ້ເຜົາ ໃນວັນທີ 14 ມີນາຢູ່ນະຄອນລາຊາຄົບຮອບ 1 ປີ, ນັກຂ່າວຕ່າງປະເທດຫຼາຍຄົນກ່າວວ່າ, ກ່ອນໜ້ານີ້ມີຄົນເຜີຍແຜ່ຂ່າວວ່າ, ສະຖານະການຕິເບດເຄັ່ງຕຶງທີ່ສຸດ, ແຕະຕ້ອງໜ້ອຍໜຶ່ງກໍ່ເກີດເຫດການໂລດ, ບ່ອນໃດກໍ່ມີການໂຈມຕີຢ່າງໜັກໜ່ວງ, ມີການຈັບຄົນຫຼາຍ. ແຕ່ທີ່ຈິງແລ້ວ, ຊີວິດການເປັນຢູ່ຂອງປະຊາຊົນເຂດຕິເບດສະຫງົບດີ, ແລະເປັນປົກກະຕິ.
ການໄປເອົາຂ່າວເທື່ອນີ້ມີອິດສະຫຼະເສລີກໍ່ໄດ້ສ້າງພາບປະທັບໃຈອັນເລິກເຊິ່ງໃຫ້ແກ່ນັກຂ່າວຕ່າງປະເທດ. ນັກຂ່າວຂອງຂ່າວສານຣອຍເຕີກ່າວວ່າ, ການຈັດວາງຕາຕະລາງເອົາຂ່າວເທື່ອນີ້ມີປະສິດທິພາບຫຼາຍ, ໄດ້ຕອບສະໜອງຄວາມສົນໃຈຂອງຕົນທີ່ມີຕໍ່ຕິເບດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ