ນາຍົກຫວຽດນາມຮຽກ​ຮ້ອງແຂວງ​ແລະ​ກຳ​ແພງ​ນະຄອນປະຕິບັດ​ມາດ​ຕະການຮັບ​ມື​ວິ​ກິດ​ການ​ການ​ເງິນ

(GMT+08:00) 2009-02-18 17:43:37 cri
-----------------------------------------------------------------------------------------------------------------

ອີງ​ຕາມ​ສື່​ມວນ​ຊົນ​ຫວຽດນາມ​ລາຍ​ງານ​ໃນ​ວັນ​ທີ17 ກຸມພາ​ນີ້​ວ່າ,ຫວ່າງ​ມໍ່ໆ​ນີ້,ທ່ານ​ຫງຽວນ​ເຕິ​ນຢຸງ ນາຍົກລັດຖະມົນຕີຫວຽດນາມ​ຮຽກຮ້ອງ​ເລຂາພັກ​ແລະ​ເຈົ້າ​ແຂວງ​ເຈົ້າ​ຄອງ​ກຳ​ແພງ​ນະຄອນຂອງ​ບັນດາ​ແຂວງ​ແລະ​ກຳ​ແພງ​ນະຄອນ​​,ຕ້ອງ​ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ແລະ​ມາ​ດຕະການ​ຕ່າງໆ​ຂອງ​ສູນ​ກາງ​ທີ່​ຮັບ​ມື​ວິ​ກິດ​ການ​ການ​ເງິນ.

ທ່ານ​ນາຍົກລັດຖະມົນຕີຫງວນ​ເຕິ​ນຢຸງກ່າວ​ວ່າ,ວິ​ກິດ​ການການ​ເງິນ​ໂລກ​ໄດ້ນຳ​ເອົາ​ຜົນ​ສະທ້ອນອັນ​ຫຍໍ້​ທໍ້​ທີ່​ສຸດມາ​ໃຫ້​ເສດຖະກິດ​ຫວຽດນາມ,ອີງ​ຕາມ​ຫຼາຍ​ຝ່າຍ​ຄາດ​ຄະ​ເນ​ວ່າ,ສະພາບ​ເສດຖະກິດຂອງ​ຫວຽດນາມ​ໃນ​ປີ2009ຈະ​ຍາກ​ກວ່າ​ປີ2008.ໜ້າ​ທີ່​ຕົ້ນ​ຕໍ່​ທີ່​ສຸດ​ໃນ​ປັດຈຸບັນ​ກໍ່​ແມ່ນ​ສະກັດ​ກັ້ນ​ການ​ຜະລິດ​ທີ່​ຫຼຸດ​ລົງ,ຮັກສາ​ໃຫ້​​ເສດຖະກິດ​ເຕີບ​ໂຕ​ພາຍ​ໃນ​ຂອບ​ເຂດ​ອັນ​ສົມ​ເຫດ​ສົມ​ຜົນ​ແລະຮັກສາ​ສະຖຽນ​ລະ​ພາບ​ຂອງ​ສັງຄົມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>