ສະມາຄົມພຸດທະສາດສະໜາຈີນສາຂາຕິເບດເວົ້າຢ່າງຈະແຈ້ງວ່າ ບໍ່ເຂົ້າຮ່ວມເຄື່ອນໄຫວແບ່ງແຍກປະເທດຊາດ
(GMT+08:00) 2009-02-18 18:56:35 cri
-----------------------------------------------------------------------------------------------------------------
-----------------------------------------------------------------------------------------------------------------
ຕາມຂ່າວສານຊີນຮວາ:ກອງປະຊຸມຜູ້ແທນທົ່ວເຂດຄັ້ງທີ9ຂອງສະມາຄົມພຸດທະສາດສະໜາຈີນສາຂາຕິເບດທີ່ຈັດຂຶ້ນຢູ່ລາຊານັ້ນໄດ້ອັດລົງໃນວັນທີ18ກຸມພານີ້.ຜູ້ແທນຄົບຖ້ວນໜ້າຂອງສະມາຄົມພຸດທະສາດສະໜາຈີນສາຂາຕິເບດໄດ້ຜ່ານຮັບຮອງກົດລະບຽບຂອງສະມາຄົມພຸດທະສາດສະໜາຈີນສາຂາຕິເບດຢ່າງເປັນເອກະສັນກັນ.ກົດລະບຽບຊີ້ອອກຢ່າງຈະແຈ້ງວ່າ, ສະມາຄົມພຸດທະສາດສະໜາຈີນສາຂາຕິເບດຕັ້ງໜ້າປົກປັກຮັກສາສະຖຽນລະພາບຂອງສັງຄົມ ປົກປັກຮັກສາຜົນປະໂຫຍດພື້ນຖານຂອງປະຊາຊົນ,ບໍ່ເຂົ້າຮ່ວມການເຄື່ອນໄຫວທີ່ແບ່ງແຍກປະເທດຊາດ.
ໃນການປະກອບຄຳເຫັນວັນທີ17,ກຳມະການສະມາຄົມພຸດທະສາດສະໜາຈີນສາຂາຕິເບດ ພະທີ່ມີຊື່ດັງທີ່ພຸດທະສາດສະໜານິກາຍຕິເບດຝ່າຍຕ່າງໆກ່າວວ່າ,ສັງຄົມມີສະຖຽນລະພາບຈຶ່ງສາມາດເຜີຍແຜ່ທຳມະພຸດທະສາດສະໜາ,ໃນຖານະເປັນພົນລະເມືອງຈີນ,ພະສົງຕ້ອງນັບຖືກົດລະບຽບແລະກົດໝາຍ,ດຳເນີນການເຄື່ອນໄຫວທາງສາດສະໜາພາຍໃນຂອບທີ່ຊອບກົດໝາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ