UNEP​ເຜີຍ​ແຜ່​ບົດ​ລາຍ​ງານ​ປະ​ເມີນ​ສິ່ງ​ແວດ​ລ້ອມ​ປັກ​ກິ່ງ​ໃນ​ໄລ​ຍະ​ໂອ​ລິມ​ປິກ

(GMT+08:00) 2009-02-19 18:27:04 cri
-----------------------------------------------------------------------------------------------------------------
ວັນ​ທີ18​ກຸມພາ​ນີ້ ໂຄງການ​ສິ່ງ​ແວດ​ລ້ອມ​ສະຫະ​ປະຊາ​ຊາດ​ຫຼືUNEP​ໄດ້​ເຜີ​ຍ​ແຜ່​ບົດ​ລາຍ​ງານ​ປະ​ເມີນສິ່ງ​ແວດ​ລ້ອມ​ປັກ​ກິ່ງໃນ​ໄລຍະ​​ໂອລິ​ມປິກ​ຢູ່​ສຳນັກງານ​ໃຫຍ່​ໄນ​ໂຣບີ,ບົດ​ລາຍ​ງານ​ຍ້ອງ​ຍໍຈີນ​ທີ່​ໃຊ້​ມາດ​ຕະການ​ອະນຸຣັກ​ສິ່ງແວດ​ລ້ອມ ​ແລະ​ໝາກຜົນ​ອັນຕັ້ງ​ໜ້າ​ທີ່​ໄດ້​ຮັບໃນ​ໄລຍະ​ກະກຽມ​ແລະ​ໄລຍະຈັດງານ​ໂອ​ລິ​ມປິກ​ປັກ​ກິ່ງ ,​ແລະກ່າ​ວວ່າ ບົດຮຽນ​ດ້ານ​ການ​ອະນຸ​ຣັກສິ່ງ​ແວດ​ລ້ອມ​​ໃນ​ໄລຍະງານ​ໂອ​ລິ​ມ​ປິກ​ປັກ​ກິ່ງ​ເປັນ​ຕົວ​ຢ່າງ​​ຕໍ່​ຕົວ​ເມືອງ​ທີ່ຈະ​ຈັດການ​ແຂ່ງ​ຂັນ​ກິລາ​ສາກົນ​ຂະໜາດ​ໃຫຍ່​ໃນ​ອະນາຄົດ,​ເຮັດ​ໃຫ້ການ​ແຂ່ງຂັນ​ເຫຼົ່າ​ນີ້​ມີ​ສິ່ງ​ແວດ​ລ້ອມ,ປອດ​ມົນ​ລະ​ພິດ​ກວ່າ​ເກົ່າ.

ບົດ​ລາຍ​ງານ​ສະບັບ​ນີ້ ມີ135ໜ້າ ​ແບ່ງ​ເປັນ​12ພາກ,​ໄດ້​ແນະນຳ​ມາດ​ຕະການ​ອະນຸ​ຣັກສິ່ງ​ແວດ​ລ້ອມປັກ​ກິ່ງໃນ​ໄລຍະ​ໂອ​ລິ​ມປິກ​ຢ່າງລະ​ອຽດ.ບົດ​ລາຍ​ງານ​ກ່າວ​ວ່າ ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ໂອລິ​ມປິ​ກຊີວະ​ພາບ​ຄັ້ງໜຶ່ງ,​ແມ່ນ​ການ​ກ້າວ​ກະ​ໂດດອັນ​ຍິ່ງ​ໃຫຍ່​ໃນ​ຂົງ​ເຂດ​ການ​ອະນຸ​ຣັກສິ່ງ​ແວດ​ລ້ອມ​ໃນ​ການ​ແຂ່ງຂັນ​ກິລາ​ຂະໜາດ​ໃຫຍ່​ສາກົນ​ຫຼາຍຊຸດ​ທີ່​ຜ່ານ​ມາ.

ບົດ​ລາຍ​ງານ​ຊີ້​ອອກ​ວ່າ,ລັດຖະບານ​ຈີນ​ໄດ້​ໃຊ້​ງົບປະມານ17ຕື້​ກວ່າ​ໂດ​ລາ​ສະຫະ​ລັດ​ເຂົ້າ​ໃນ​ການ​ອະນຸຣັກສິ່ງ​ແວດ​ລ້ອມ​ຂອງ​ໂອ​ລິ​ມສີຂຽວ​ປັກ​ກິ່ງ,​​ການ​ປະຕິບັດ​ມາດ​ຕະການ​ເຫຼົ່າ​ນີ້​ສະດວກ​ຫຼາຍ.​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບຂອງ​ ອາກາດ​ໃນ​ໄລຍະ​ໂອລິ​ມປິກ,​ລົດຍົນທີ່​ແລ່ນຢູ່​ຕາມ​ເສັ້ນທາງ​ທຸກ​ຄັນຕ້ອງ​ປະຕິ​ບັດຕາມ​ລະດັບ​4ຂອງ​ເອີ​ລົບ.​ເພື່ອ​ຫຼຸດການ​ລະບາຍ​ອາຍ​ເສຍ​ຂອງ​ລົດຍົນ,​ອົງການ​ປົກຄອງ​ນະຄອນ​ຫຼວງປັກ​ກິ່ງ​ໄດ້​ໃຊ້​ທຶນ​ຈຳນວນ​ຫຼວງ​ຫຼາຍ​ເພື່ອ​ອຸດ​ໜູນ​ການ​ຄົມມະນາຄົມ​ສາທາ​ລະນະ.​ພ້ອມ​ກັນນັ້ນ,​ໃນ​ໄລຍະ​ໂອ​ລິ​ມປິກ​ປັກ​ກິ່ງ,ລົດ​ຍົນຜັນ​ປ່ຽນ​ກັນ​ອອກ​ເດີນ​ທາງ​ຕາມ​ປາຍ​ລົດ​ເລກ​ຄີກ​ແລະ​ເລກ​ຄູ່.ນອກ​ນີ້,​ເນື້ອ​ທີ່​ຕົ້ນ​ໄມ້ຕົ້ນ​ຫຍ້າ​ແລະ​ປະລິມານ​ທ້ອງຟ້າ​ປອດ​ໂປ່​ງຢູ່​ປັກ​ກິ່ງ​ກໍ່​ໄດ້​ມີ​ການ​ປັບປຸງ​​ໃຫ້​ດີ​ຂຶ້ນ.

ໂອລິ​ມປິກ​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ,ໝາກ​ຜົນ​ອັນຕັ້ງໜ້າ​ທີ່​ໄດ້​ຮັບ​​ໃນ​ການ​ປະຕິບັດ​ມາດ​ຕະການ​ອະນຸ​ຣັກສິ່ງ​ແວດ​ລ້ອມ​ທີ່​ກ່ຽວຂ້ອງ ຈະ​ສາມາດ​ສືບ​ຕໍ່​ດຳ​ເນີນ​ຕໍ່​ໄປ​ແລະ​​ເສີມ​ຂະ​ຫຍາ​ຍບົດ​ບາດ​​​ກົນ​ໄກ​ທີ່​ມີ​ປະສິດ​ທິພາບ​ຍາວ​ນານຫຼື​ບໍ່?ທ່ານ​ຫຼີກ້ານ​ຈື້ ລັດຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ອະນຸ​ຣັກສິ່ງ​ແວດ​ລ້ອມ​ຈີນ​ ທີ່​ພວມ​ເຂົ້າຮ່ວມ​ກອງ​ປະຊຸມ​ຄະນະ​ກຳມະ​ການ​ຄັ້ງທີ​25ຂອງ​ໂຄງການ​ສິ່ງ​ແວດ​ລ້ອມ​ສະຫະ​ປະຊາ​ຊາດ ​ແລະ​ເວທີ​ປຶກສາ​ຫາລື​ລະດັບ​ລັດຖະມົນ​ຕີ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ ​ໄດ້​ຕອບ​ຄຳ​ຖາມ​ດັ່ງກ່າວ​ຢ່າງຈະ​ແຈ້ງ​.ທ່ານ​ກ່າວ​ວ່າ,ມາດ​ຕະການ​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ໄດ້​ຮັບປະກັນ​ໃຫ້​ດິນ​ຟ້າ​ອາກາດ​ມີ​ຄຸນ​ນະພາ​ບດີ​ໃນ​ໄລຍະ​ໂອ​ລິ​ມປິກ​ປັກ​ກິ່ງ​ເທົ່າ​ນັ້ນ,ຍິ່ງ​ສຳຄັນ​ກວ່າ​ນັ້ນ ​ແມ່ນ​ເພື່ອ​​ເຮັດ​ໃຫ້​ຄຸນນະພາ​ບດ້ານ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນປັກ​ກິ່ງມີ​ການ​ປັບປຸງ​ໃຫ້ດີ​ຂຶ້ນຢ່າງ​ຫຼວງ​ຫຼາຍ.

ຕາມ​ການ​ແນະນຳ,​ເຖິງ​ວ່າ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ໃນ​ປະຈຸ​ບັນ​ໜັກໜ່ວງ​ຫຼາຍ,​ແຕ່​ຈີນ​ກໍ່​ບໍ່​ໄດ້​ລືມການ​ອະນຸ​ຣັກສິ່ງ​ແວດ​ລ້ອມ​ແລະການ​ພັດ​ທະນາ​ແບບ​ຍືນ​ຍົງ.​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ ໃນ​ສອງ​ປີ​ຕໍ່​ໜ້າ ລັດຖະ​ບານ​ຈີນຈະໃຊ້​ງົບປະ​ມານ4000​ຕື້​ຢວນ​,​ເງິນ​ທີ່​ໃຊ້​ໃນ​ຂົງ​ເຂດ​ອະນຸ​ຣັກສິ່ງ​ແວດ​ລ້ອມ​ກວມ​ຮອດ​ເກືອ​ບ10%,​ມີ​​ເຖິງ350ຕື້​ຢວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>