ທ່ານ​ອະພິສິດ ​ເວດ​ຊາຊີວະ ນາຍົກ​ໄທ​ໄປຢ້ຽມຢາມອິນ​ໂດ​ເນ​ເຊຍ

(GMT+08:00) 2009-02-20 16:24:15 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ຕອນ​ເຊົ້າວັນ​ທີ20 ກຸມພາ​ນີ້,ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ນາຍົກລັດຖະມົນຕີ​ໄທ​ເດີນທາງ​ໄປ​ຈາ​ກາ​ຕາ,​ເພື່ອຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນທາງ​ການ​ເປັນ​ເວລາ2ວັນ.

ກ່ອນ​ນີ້,​ໃນ​ເວລາກ່າວເຖິງ​ການ​ຢ້ຽມຢາມ​ເທື່ອ​ນີ້,ທ່ານ​ອະພິສິດ​ກ່າວ​ວ່າ,ທ່ານ​ຈະສວຍໃຊ້​ການ​ຢ້ຽມຢາມ​ເທື່ອ​ນີ້​ເພີ່ມ​ທະວີ​ການ​ພົວພັນ​​ໄມຕີ​ຕິດ​ມິດຕະພາບລະຫວ່າງ​ໄທ​ກັບ​ອິນ​ໂດ​ເນ​ເຊຍ,ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຫຼາຍ​ດ້ານ​ຄື​ເສດຖະກິດ,ການ​ຄ້າ,ການ​ລົງທຶນ,ພະລັງງານ,ການລ້ຽງປາ,ການ​ສຶກສາ​ແລະ​ວິຊາ​ການ​ເປັນຕົ້ນ.ນອກ​ນີ້,ຜູ່​ນຳ​ສອງ​ຝ່າຍ​ຍັງ​ຈະ​ຫາລືກັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ຄືກ​ອງປະຊຸມ​ຜູ່​ນຳ​ສຸດ​ຍອດ​ອາຊ​ຽນ,ສະພາບ​ຄວາມ​ຮຸງ​ແຮງ​ຢູ່​ພາກ​ໃຕ້​ໄທ​ແລະການ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ເປັນ​ຕົ້ນ.

ອິນ​ໂດ​ເນ​​ເຊຍ​ແມ່ນ​ປະ​ເທດ​ສະມາຊິກ​ອາຊ​ຽນທີ2ທີ່​ທ່ານ​ອະພິສິດ​ເດີນທາງ​ຢ້ຽມຢາມ​ຫຼັງ​ຂາກຂຶ້ນຮັບ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີ​ໄທ​ເປັນ​ຕົ້ນ​ມາ,ກ່ອນໜ້າ​ນີ້,ທ່ານ​​ເຄີຍ​ໄປຍ້ຽມຢາມ​ລາວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>