ປະຕິ​ຮູບສະ​ພາ​ຄວາມ​ໝັ້ນ​ຄົງຍັງ​ແມ່ນ​ໜ້າ​ທີ່​ໜັກ​ໜ່ວງ

(GMT+08:00) 2009-02-20 17:33:23 cri
-----------------------------------------------------------------------------------------------------------------
ວັນ​ທີ 19 ກຸມພາ​ນີ້,ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 63 ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະບໍ່​​ເປັນ​ທາງ​ການ,​​ເລີ່​ມການ​​ເຈລະຈາ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ບັນຫາປະຕິ​ຮູບສະພາ​ຄວາມ​ໝັ້ນຄົງ​ຢ່າງ​ເປັນ​ທາງ​ການ.ການ​ປຶກສາ​ຫາ​ລື​ຮອບ​ນີ້​ກ່ຽວ​ກັບ​ບັນຫາປະຕິ​ຮູບສະພາ​ຄວາມ​ໝັ້ນຄົງ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 15 ປີ​ແລ້ວ,​ເຖິງ​ວ່າ​ໃນ​ປະຈຸ​ບັນ,​ເກືອບ​ທຸກປະ​ເທດລ້ວນ​​ແຕ່​ເຫັນ​ດີນຳ​ຄວາມ​ຈຳ​ເປັນ​ຂອງ​ການ​​ເປີດ​ກວ້າງສະພາ​ຄວາມ​ໝັ້ນຄົງ,​ແນວ​ຄຶດ​ແລະ​ແຜນການ​ກ່ຽວ​ກັບ​ການ​ປະຕິ​ຮູບ​ກໍ່​ມີ 10 ກວ່າ​ອັນ,​ແຕ່​ປະຈຸ​ບັນ,ຍັງບໍ່​ທັນມີ​ແຜນການ​ໃດ​ໄດ້​ຮັບການສະໜັບສະ​ໜູນຈາກ​ສະມາຊິກ​ຕ່າງໆຢ່າງ​ພຽງພໍ,ຝ່າຍ​ຕ່າງໆ​ຍັງ​ມີ​ຄວາມຂັດ​ແຍ່ງ​ກັນ​ອ່າວ​ຫຼາຍ.

ການ​ປະຕິ​ຮູບສະພາ​ຄວາມ​ໝັ້ນຄົງ​ກ່ຽວ​ພັນ​ເຖິງ​ການ​ຢູ່​ລອດ​ແລະ​ການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ,​ແລະ​ຈະ​ກ່ຽວ​ພັນ​ເຖິງ 3 ບັນຫາ​ທີ່​ສຳຄັນ​ຄື ການ​​ເປີດ​ກວ້າງ​ອົງການ ສິດ​ຢັບຢັ້ງແລະ​ການຫັນ​ເປັນ​ປະຊາທິປະ​ໄຕ.ປະຈຸ​ບັນ,ສະພາ​ຄວາມໝັ້ນຄົງປະກອບ​ດ້ວຍ 15 ປະ​ເທດສະມາຊິກ,ລວມທັງ 5 ປະ​ເທດສະມາຊິກ​ຖາວອນ​ແລະ 10 ປະ​ເທດສະມາຊິກ​ບໍ່​​ຖາວອນ.ປະ​ເທດສະມາຊິກ​ບໍ່ຖາວອນ​ແມ່ນ​ເລືອກ​ຕັ້ງ​ໂດຍ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ,ທີ່​ນັ່ງ​ແມ່ນສັບ​ຊ້ອນຕາມ​ພາກພື້ນ,ມີ​ອາຍຸ​ການ​ 2 ປີ.

ປີ​ 2008,ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 62 ​ໄດ້​ຮັບຮອງ​ມະຕິ,ຕົກລົງ​ກ່ອນ​ວັນ​ທີ 28 ກຸມພາ​ປີ 2009,​ໃນ​ໄລຍະ​ກອງປະຊຸມ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 63,ຈະ​ຈັດ​ກອງ​ປະຊຸມ​ຄົບ​ຄະນະບໍ່​ເປັນ​ທາງ​ການ,​ເພື່ອ​ເຈລະຈາ​ກັນ​ກ່ຽວ​ກັບ​ບັນຫາຄວາມຕາງໜ້າ​ແລະທ່ຽງທຳ​ ບັນຫາ​ເພີ່ມ​ປະ​ເທດ​ສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງ.ມະຕິ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ປະ​ເທດ​ສະມາຊິກ​ຕ່າງໆ​ຂອງ​ສະມັດຊາ​ດ​ໃຫຍ່​ສະຫະ​ປະຊາ​ຊາດສືບຕໍ່​ໃຊ້​ຮູບ​ການ​ທີ່​ເມດ​ຕາ ​ເຄົາລົບ​ກັນ ​​ເປີດ​ເຜີຍ​ ເຜື່ອ​ແຜ່​ແລະ​ປອດ​​ໃສ,ສະ​ແຫວ​ງຫາ​ວິທີ​ແກ້​ໄຂ​ທີ່​ສາມາດ​ໄດ້​ຮັບ​ການສະໜັບສະໜູນ​ດ້ານ​ການ​​ເມືອງ​ຢ່າງ​ກວ້າງຂວາງ​ທີ່​ສຸດ.

ວັນ​ທີ 19 ກຸມພາ​ນີ້,​ໃນ​​ເວລາ​ທ່ານ​ຈ່າງ​ເຢ້ຊຸ້ຍ ຜູ້ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ຄົບ​ຄະນະບໍ່​​ເປັນ​ທາງ​ການ,ທ່ານ​ກ່າວ​ວ່າ,ຈີນ​ສະໜັບສະໜູນ​ສະຫະ​ປະຊາ​ຊາດ​ດຳ​ເນີນ​ການ​ປະຕິ​ຮູບທີ່​ສົມ​ເຫດ​ສົມ​ຜົນ​ແລະ​ຈຳ​ເປັນ,​ແລະ​ເນັ້ນ​ໜັກ​ວ່າ​ຄວນ​ແກ້​ໄຂ​ບັນຫາ​ການ​ເພີ່ມ​ຈຳນວນ​ຜູ້ຕາງໜ້າ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ​​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ອາ​ຟຼິກາ​ກ່ອນ,​ເພາະວ່າ,ນັບ​ແຕ່​ສະຫະ​ປະຊາ​ຊາດ​ໄດ້​ສ້າງຕັ້ງ​ຂຶ້ນ​ມານີ້,ຈຳນວນປະ​ເທດສະມາຊິກ​ໄດ້​ເພີ່ມ​ຈາກ 51 ປະ​ເທດ​ໃນ​ໄລຍະຕົ້ນ​ຂຶ້ນ​ເປັນ 192 ​ປະ​ເທດ​ໃນ​ປະຈຸ​ບັນ,​ໃນ​ນັ້ນ,ປະ​ເທດສະມາຊິກທີ່​ພວມ​ພັດທະນາ​ໄດ້​ກວມ​ສ່ວນ​ຫຼາຍ,​ສ່ວນ​ໃນ​ປະຈຸ​ບັນ,ການ​ປະກອບ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ໄດ້​ບໍ່​ສາມາດ​ສ່ອງ​ແສງ​ເຖິງສະພາບ​ຕົວ​ຈິງ​ດ້ານ​ການ​ເມືອງ​ທີ່​ປະ​​ເທດ​ພວມ​ພັດທະນາ​ກວມ​ສ່ວນ​ຫຼາຍ​ໃນ​ສະຫະ​ປະຊາ​ຊາດ.

ສັງ​ເກດ​ຈາກ​ການ​ປຶກສາ​ຫາລື​ແລະ​ການ​ກ່າ​ວຄຳ​ປາ​ໄສ​ໃນ​ວັນ​ທີ 19 ກຸມພາ​ນີ້​ແລ້ວ​ເຫັນ​ວ່າ,ຝ່າຍ​ຕ່າງໆ​ລ້ວນ​ແຕ່​ໄດ້​ກ່າວ​ຢ້ຳຫຼັກ​ໝັ້ນ​ເກົ່າ,ບໍ່​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ.ຍ້ອນ​ບັນຫານີ້​ທັງ​ສັບສົນ​ແລະ​ອ່ອນ​ໄຫວ,ສະນັ້ນ,ປະຕິ​ຮູບ​ສະພາ​ຄວາມ​ໝັ້ນຄົງ​ຍັງ​ແມ່ນໜ້າ​ທີ່​ໜັກໜ່ວງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>