ຈີນ​ຈະ​ເພີ່ມ​ງົບ​ອະ​ນຸ​ຣັກ​ຄວາມ​ປອດ​ໄພ​ດ້ານ​ຊີວະ​ພາບ​ແລະ​ແຜນ​ການ​ກໍ່​ສ້າງ​ຢູ່​ຕິ​ເບດ

(GMT+08:00) 2009-02-20 17:42:20 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວcri:​ຫວ່າງ​ມໍ່ໆ​ນີ້ ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ກຳມະການ ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ເພີ່ມ​ງົບປະມານ ​ເພື່ອ​ຮັບປະກັນ​ໃຫ້​ບັນລຸ​ເປົ້າໝາຍ​ທີ່​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ຊີວະ​ພາບ​ແລະ​ແຜນການ​ກໍ່ສ້າງຢູ່​ຕິ​ເບ​ດ.

ແຕ່ທ້າຍ​ຊຸມ​ປີ1990ມາ​ນີ້,ວຽກ​ງານ​ອະນຸ​ຣັກແລະ​ກໍ່ສ້າງສິ່ງ​ແວດ​ລ້ອມ​ຊີວະ​ພາບຢູ່​ຕິ​ເບ​ດ​ໄດ້ມີຈັງຫວະ​ເຕີ​ບ​ໂຕທີ່​ຕັ້ງໜ້າ​ຕະຫຼອດ​ມາ.​ແຕ່​ວ່າ ພ້ອມ​ກັນນັ້ນ ດິນ​ຟ້າ​ອາກາດ​ທົ່ວ​ໂລກອຸ່ນ​ຂຶ້ນ​ໄດ້​ມີ​ຜົນ​ກະທົບ​ທາງ​ລົບ​ຈຳນວນ​ໜຶ່ງ​ຕໍ່​ລະບົບ​ຊີວະ​ພາບ​ທຳ​ມະ​ຊາດ​ຢູ່​ຕິ​ເບ​ດ.ວັນ​ທີ18​ກຸມພາ​ນີ້,ລັດ​ຖະບານ​ຈີນ​ໄດ້​ຮັບຮອງ​ແຜນ "ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ຊີວະ​ພາບ​ແລະ​ແຜນການ​ກໍ່ສ້າງຢູ່​ຕິ​ເບ​ດ2008-2030".

ຜູ້​ຮັບຜິດ​ຊອບ​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ກຳມະ​ການພັດ​ທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,​ແຜນການ​ດັ່ງກ່າວ​ໄດ້​ຢືນຢັນ​10​ໂຄ​ງການ​ທີ່​ມີ3ປະ​ເພດ​ຄື​ການອະນຸຣັກ​ຊີວະ​ພາບ ການ​ກໍ່ສ້າງ​ຊີວະ​ພາບ​ແລະ​ການ​ສະໜັບ​ສະໜູນ​ການ​ອະນຸ​ຣັກ.ຮອດ​ປີ2030,​ການອະ​ນຸຣັກ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ແລະ​ການ​ອະນຸ​ຣັກ​ຊີວະ​ນານາ​ພັນ​ຢູ່​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈະ​ໄດ້​ຮັບເຕີບ​ໂຕ​ຢ່າງ​ຫຼວງ​ຫຼາຍ,ຢູ່​ຊົນນະບົດ​ຈະ​ມີ​ພະລັງງານ​ໃໝ່​ເຂົ້າ​ແທນພະ​ລັງງານ​ດັ້ງ​ເດີມໂດຍ​ພື້ນຖານ,ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ກັບເສດ​ຖະກິດ​ສັງຄົມ​ມີ​ການພັດ​ທະນາ​ຢ່າງ​ກົມກຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>