ກອງ​ປະ​ຊຸມ​ວິ​ສາ​ມັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ອາ​ຊຽນ+ຈີນ ຍີ່​ປຸ່ນ​ແລະ​ສ.​ເກົາ​ຫລີ​ຫາ​ລື​ມາດ​ຕະ​ການ​ຮັບ​ມື​ແກ້​ໄຂ​ວິ​ກິດ​ການ​ການ​ເງິນ

(GMT+08:00) 2009-02-23 14:38:57 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວ cri:ວັນ​ທີ 22 ກຸມພາ​ນີ້ ກອງ​ປະຊຸມ​ວິສາມັນ​ລະດັບ​ລັດຖະມົນຕີ​ກະ​ຊວງ​ການ​ເງິນ​ອາ​ຊຽນ​+​ຈີນ ຍີ່​ປຸ່ນ​ແລະ​ສາທາ​ລະນະ​ລັດ​ເກົາ​ຫລີ​ຫລື 10+3 ​ໄດ້​ຈັດ​ຂຶ້ນ​ຢູ່​ເກາະ​ພູ​ເກັດ​ຂອງ​ໄທ,​ກອງ​ປະ​ຊຸມ​ໄດ້​ພິ​ຈາ​ລະ​ນາ​ແລະ​ເຜີຍ​ແຜ່​ແຜນ​ການ​ດຳ​ເນີນ​ງານ​ເພື່ອ​ໃຫ້​ເສດ​ຖະ​ກິດ​ການ​ເງິນ​ອາ​ຊີ​ມີ​ຄວາມ​ຫມັ້ນ​ຄົງ.​ລັດ​ຖະ​ມົນ​ຕີ​ການ​ເງິນ​ຂອງປະ​ເທດ​ຕ່າງໆ​ໃນ 10+3 ​ໄດ້​ກ່າວ​ວ່າ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ເງິນ​ຢ່າງ​ຕິດ​ແທດ​ຕົວ​ຈິງ, ພ້ອມ​ກັນ​ປົກ​ປັກ​ຮັກສາ​ຄວາມ​ຫມັ້ນ​ທ່ຽງ​ຂອງ​ຕະ​ຫລາດ​ການ​ເງິນ​ອາ​ຊີ.​ຕໍ່​ໄປ​ແມ່ນ​ເນື້ອ​ໃນ​ລະ​ອຽດ.

ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ກຸມພາ​ນີ້ ​ໄດ້​ຫາລື​ສະຖານະ​ການ​ເສດຖະກິດ​ມະຫາ​ພາກ​ໃນ​ພາກ​ພື້ນ ນະ​ໂຍບາຍ​ມາດ​ຕະການ​ຂອງ​ປະ​ເທດ​ຕ່າງໆ​ໃນ​ການຣັບມື​ກັບ​ວິ​ກິດ​ການ​ ​ ການຣ່ວມມື​ດ້ານ​ການ​ເງິນ​ຂອງ​ອາຊີ​ຕາ​ເວັນ​ອອກ​ແລະ​ບັນຫາ​ສຳຄັນ​ຕ່າງໆ.ຫລັງ​ກອງ​ປະຊຸມ, ລັດຖະມົນຕີ​ການ​ເງິນ​ຂອງ​ປະ​ເທດ​ຕ່າງໆ​ໄດ້​ພ້ອມ​ກັນ​ເຂົ້າຮ່ວມ​ກອງ​ປະຊຸມ​ຂ່າວ.ທ່ານກອນ​ຈາ​ຕິ​ກະ​ວານິດ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ໄທ​ທີ່​ເປັນ​ປະ​ເທດ​ເຈົ້າພາບ​ໄດ້​ຕາງຫນ້າ​ກອງ​ປະຊຸມ​ເຜີຍ​ແຜ່​ແຜນການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ໃຫ້​ເສດ​ຖະ​ກິດ​ການ​ເງິນ​ອາຊີ​ມີ​ຄວາມ​ຫມັ້ນ​ຄົງ.​ທ່ານ​ກ່າວ​ວ່າ:​ເພື່ອ​ໃຫ້​ຕະ​ຫລາດ​ຢູ່​ພາກ​ພື້ນ​ຕົນ​ມີ​ຄວາມ​ຫມັ້ນ​ຄົງ​ແລະ​ຄວາມ​ຫມັ້ນ​ໃຈ​ເພີ່ມ​ຂຶ້ນ,​ພວກ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ເນັ້ນ​ວ່າ​ການ​ໃຫ້​ຂໍ້​ລິ​ເລີ່ມ​ຊຽງ​ໄຫມ່​ຫັນ​​ເປັນ​ຫລາຍ​ເຄົ້າ​ນັ້ນ​ຄວນ​ນຳ​ໄປ​ປະ​ຕິ​ບັດ​ໄດ້,​ພ້ອມ​ທັງ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ປັດ​ໄຈ​ຕ່າງໆ​ດັ່ງ​ນີ້:​ອັນ​ທີ​ຫນຶ່ງ:​ກ່ຽວ​ກັບ​ຂະ​ຫນາດ​ຄັງ​ສຳ​ຮອງ​​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ພາກ​ພື້ນ​ທີ່​ສ້າງ​ຂຶ້ນ​ຕາມ​ຂໍ້​ລິ​ເລີ່ມ​ຊຽງ​​ໄຫມ່​ຫລາຍ​ຝ່າຍ​ຈະ​ຈາກ​80​ຕື້​ໂດ​ລາ​ທີ່​ຕົກ​ລົງ​ແຕ່​ເດີມ​ເພີ່ມ​ຂຶ້ນ​ຮອດ​120​ຕື້​ໂດ​ລາ,​ໃນ​ນັ້ນ ມາດ​ຕາ​ສ່ວນ​ອອກ​ທືນ​ອາ​ຊຽນ​ກວມ​20%, ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫລີ​​ກວມ​80% ,​ອັດ​ຕາ​ນີ້​ຍັງ​ຄື​ເກົ່າ.

ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​ກອງ​ປະຊຸມວິສາມັນ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຂອງ​ອາຊ​ຽນກັບ ຈີນ ຍີ່​ປຸ່ນ​ແລະ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ຈັດ​ຂຶ້ນ​ເທື່ອ​ທຳ​ອິດ​ນັບ​ແຕ່​ທົ່ວ​ໂລກ​ເກີດ​ວິ​ກິດ​ການ​ການ​ເງິນ​ໃນ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ.​ໃນ​ເວລາ​ທ່ານ​ຢັ່ງ ປີ ແອ​ກາ  ​ອາ ​ແວກ​ບິ​ເອ  ຜູ່​ຮັບ​ຜິດ​ຊອບ​ສຳ​ນັກ​ງານ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ປະຈຳ​ໄທ​ ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ກອງ​ປະ​ຊຸມ​ເທື່ອ​ນີ້,​ທ່ານ​ກ່າວ​ວ່າ,​ຜົນ​ສະ​ທ້ອນ​ຂອງ​ວິ​ກິດ​ການ​ການ​ເງິນ​ແລະ​ເສດ​ຖະ​ກິດ​ຊຸດ​ໂຊມ​ລົງ​ທີ່​ແຜ່​ລາມ​ອອກ​ໃນ​ທົ່ວ​ໂລກ​ນັ້ນ ​ນັບ​ນື້​ນັບ​ພົ້ນ​ເດັ່ນ​ຂຶ້ນ​ຕໍ່​ປະ​ເທດ​ຕ່າງໆ​ໃນ​ອາ​ຊີ. ທ່ານ​ກ່າວ​ວ່າ:​ໃນ​ອາ​ຊີ​,​ຍິ່ງ​ເປັນ​ປະ​ເທດ​ທີ່​ເປີດ​ປະ​ຕູ​ກໍ່​ຍິ່ງ​ຖືກ​ຜົນ​ສະ​ທ້ອນ​ຫຼາຍ​ກວ່າ​ເກົ່າ.​ສະ​ນັ້ນ,​ຖ້າ​ຖືກ​ຜົນ​ສະ​ທ້ອນ​ຈາກ​ວິ​ກິດ​ການ​ການ​ເງີ​ນ, ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ກໍ່​ຈະ​ເຕີບ​ໂຕ​ຊ້າ​ລົງ​ຢ່າງ​ກະ​ທັນ​ຫັນ,  ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ປະ​ເທດ​ຕ່າງໆ​ໃນ​ອາຊີ​ຈະ​ຫຼຸດ​ລົງ 2%.  ຂ້າພະ​ເຈົ້າ​ບໍ່​ສາ​ມາດ​ຄາດ​ຄະ​ເນ​ວ່າ ປະ​ເທດ​ອາ​ຊີ​ໄດ້​ຖືກ​ຜົນ​ສະ​ທ້ອນ​ເລິກ​ເຊິ່ງ​​ປານ​ໃດ, ​ເພາະວ່າ​ບໍ່​ມີ​ຄົນ​ຮູ້​ວ່າ​ວິ​ກິດ​ການ​ການ​ເງິນ​ເທື່ອ​ນີ້ ​ຍັງ​ຈະ​ຍືດ​ເຍືອ​ເວ​ລາ​ໃດ.  ​ແຕ່​ວ່າ, ​ເວົ້າ​ລວມ​ແລ້ວ, ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ ຍັງ​ພັດ​ທະ​ນາ​ໄປ​ທາງ​ບວກ​ຢູ່,​ນີ້​ແມ່ນ​ຍ້ອນ​ວ່າ​ຈີນ​ກັບ​ອິນ​ເດຍ ຍັງ​ສາມາດ​ຮັກສາ​ການ​ເຕີບ​ໂຕ​ຢ່າງ​ໄວ​ສົມ​ຄວນ ເຊິ່ງ​ຈີນ​ສາ​ມາດ​ບັນ​ລຸ​6-7%,​ອິນ​ເດຍ​ປະ​ມານ​5%.

ທ່ານ​ເຊ້ຍຊູ້​ເຢີ​ນ ລັດຖະມົນຕີ​ກະຊວງ​ການ​ເງິນ​ຈີ​ນ​ໄດ້​ນຳພາຄະ​ນະ​ຜູ້​ແທນ​ຈີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ເທື່ອ​ນີ້. ​ໃນ​ກອງ​ປະຊຸມທ່ານ​ເຊ້ຍຊູ້​ເຢີ​ນ​ໄດ້​ແນະນຳ​ສະຖານະ​ການ​ເສດຖະກິດ​​ມະຫາ​ພາກ​ແລະມາດ​ຕະການ​ຕົ້ນຕໍຂອງ​ລັດຖະບານ​ຈີນ​​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ, ທ່ານ​ກ່າວ​ວ່າ:

​​ໃນ​ການເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ, ການ​ຊຸກຍູ້​ໃຫ້"ຂໍ້​ລິ​ເລີ່​ມຊຽງ​​ໃໝ່"​ເຫັນ​ເປັນ​ຫຼາຍ​ຝ່າຍ​ແລະ​ສ້າງ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງປະ​ເທດ​ຂອງ​ພາກ​ພື້ນ​ແມ່ນ​ເນື້ອ​ໃນ​ສຳ​ຄັນ​ແລະ​ກໍ​ແມ່ນ​ເວ​ທີ​ທີ່​ສຳ​ຄັນ. ​ໃນກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ​ວິ​ສາ​ມັນ​ເທື່ອ​ນີ້​ກໍ​​ໄດ້​ຄົ້ນ​ຄວ້າ​ແລະ​ປຶກ​ສາ​ຫາ​ລື​ບັນ​ຫາ​ດ້ານ​ນີ້​ຕື່ມ​ອີກ, ​ເມື່ອ​ຝ່າຍ​ຕ່າງໆ​ທຳ​ຄວາມ​ພະ​ຍາ​ຍາມ​​ແລ້ວ​ກໍ​​ໃຫ້​ກ້າວ​ເຖິງ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ປັດ​ໄຈ​ສຳ​ຄັນ​ທີ່​ສ້າງ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ໂດຍ​ໄວ.​ພາຍ​ຫຼັງ​ສ້າງ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແລ້ວ,​ກໍ​ຈະ​ສາມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຕໍ່​ການ​ເຮັດ​ໃຫ້​ຕະ​ຫຼາດ​ການ​ເງິນ​ຂອງ​ພາກ​ພື້ນ​​ໝັ້ນ​ທ່ຽງ, ​ເພີ່ມ​ຄວາມ​ສາ​ມາດ​ການ​ຊ່ອຍ​ເຫຼືອ​ດ້ານ​ເງິນ​ທຶນ​ແລະ​ຊຸກ​ຍູ້​ການ​ພັດທະນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຕ່າງໆ."

ໃນ​ມື້​ດຽວ​ກັນ,ທ່ານ​ອະພິ​ສິດ ​ເວດ​ຊາ​ຊີວະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ເດີນ​ທາງ​ໄປ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະຊວງ​ການ​ເງິນ​ຂອງ​ປະ​ເທດ​ຕ່າງໆ​ທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ນີ້​​​ໂດຍ​ສະ​ເພາະ.​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​CRI,​ທ່ານ​ກ່າວ​ວ່າ:​"ຂ້າ​ພະ​ເຈົ້າ​ເຫັນ​ວ່າ,​ສິ່ງ​ທີ່​ສຳ​ຄັນ​ກວ່າ​ໝູ່​ຂອງ​ກອງ​ປະ​ຊຸມ​ຄັ້ງ​ນີ້,​ແມ່ນ​ໄດ້​ສ່ອງ​​ແສງ​ໃຫ້​ເຫັນ​ຄວາມ​ປາ​ຖະ​ໜາ​ຂອງ​ບັນ​ດາ​ປະ​ເທດ​ທີ່​ຮ່ວມ​ປະ​ຊຸມ​ຢາກ​ເປີດ​ກວ້າງ​ການ​ຮ່ວມ​ມື​ໂດຍ​ສະ​ເພາະ​ແມ່ນ​​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ພາຍ​ໃຕ້​ສະ​ພາບ​ທີ່​ເກິດ​ວິ​ກິດ​ການ​ການ​ເງິນ​ໂລກ​ໃນ​ປະຈຸ​ບັນ.​ໃນ​ນັ້ນ​ຕົ້ນ​ຕໍ​ລວມ​ທັງ​ເນື້ອ​ໃນສາມ​ຂໍ້ ຄື ອັນ​ທີ​ໜຶ່ງ​ແມ່ນ​ພ້ອມ​ກັນ​ຮ່ວມ​ມື​ຕິດ​ຕາມ​ຄວບ​ຄຸມ​ຄວາມ​ສ່ຽງ​ຕ່າງໆ,​ອັນ​ທີ​ສອງ​ແມ່ນ​ຊຸກ​ຍູ້​ການ​ຮ່ວມ​ມື​ພາຍ​ໃຕ້​ຂໍ້​ລິ​ເລີ່ມ​ຊຽງ​ໄໝ່​ເພື່ອ​ໃຫ້​ກາຍ​ເປັນ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ,​ແລະ​ເພີ່ມ​ມູນ​ຄ່າ​ເງິນ​ສະ​ສົມ​ທີ່​ກ່ຽວ​ຂ້ອງ,​ຝ່າຍ​ຕ່າງໆ​ລ້ວນ​​ແຕ່​ຝາກ​ຄວາມ​ຫວັງ​ນຳ​ເລື່ອງ​ນີ້.​ອັນ​ສຸດ​ທ້າຍ​ແມ່ນ​ສະ​ແຫວງ​ຫາ​ຊ່ອງ​ທາງ​ເປີດ​ກວ້າງ​ຕະ​ຫຼາດ​ພັນ​ທະ​ບັດ​ຂອງ​ພາກ​ພື້ນ​ແຫ່ງ​ນີ້."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>