ສານ​ຝຮັ່ງ​ໂຕ້​ຕອບ​ຄຳ​ຮ້ອງ​ຂໍ​ກ່ຽວ​ກັບ​ການ​ໃຫ້​ເຊົາ​ຂາຍ​ຫົວ​ສັດ​ທອງ​ຂອງ​ສວນ​ຢວນ​ມິງ​ຈີນ

(GMT+08:00) 2009-02-24 16:37:14 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວ cri:ຕອນ​ແລງວັນ​ທີ 23 ກຸມພາ​ນີ້ ສານ​ປາລີ​ຂອງຝຮັ່ງ​ໄດ້​ພິຈາລະນາ​ດ່ວນ​ແລ້ວ​ຕັດສິນ​ໂຕ້​ຕອບຄຳ​ຮ້ອງ​ຂໍຂອງ​ສະ​ຫະ​ພັນ​ປົກ​ປັກ​ຮັກສາສິນລະປະ​ຈີນຂອງ​ເອີ​ລົບ​ທີ່​ສະ​ເຫ​ນີ​ໃນ​ວັນ​ທີ 19 ກຸມພາ​ນີ້​ກ່ຽວ​ກັບ​ການ​ຮ້ອງ​ຂໍ​ໃຫ້​ເຊົາ​ຂາຍ​ຫົວ​ຫນູ​​ແລະ​ຫົວ​ກະຕ່າຍ​ທີ່​ເຮັດ​ດ້ວຍ​ທອງ​ຂອງ​ສວນ​ຢວນມິ​ງຈີນ,​ແລະ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ໂຈດ​ຈ່າຍ​ຄ່າ​ເສຍ​ຫາຍ​ໃຫ້​ແກ່​ຈຳ​ເລີຍ.ເດືອນ​ກໍລະກົດ​ປີ 2008, ຮ້ານປະມູນ​ຂາຍ​ຄຼິສຕິ​ຝຮັ່ງ​ໄດ້​ອອກ​ປະກາດ​ແຈ້ງ​ການວ່າ​ຈະ​ຈັດ​ງານ​ປະ​ມູນ​ຂາຍ​ວັດ​ຖຸ​ບູ​ຮານ​ທີ່​ທ່ານ​ອິບ​ແຊງ​ໂລ​ລອງ​ແລະ​ທ່ານ​ປີ​ແອກ ​ແບກ​ເຢິ​ເປັນ​ຜູ່​ເກັບ​ຮັກ​ສາ​ໃນ​​ເດືອນ​ກຸມ​ພາ 2009,​ໃນ​ນັ້ນ ມີ​ຫົວ​ຫນູ​ແລະ​ຫົວ​ກະ​ຕ່າຍ​ທີ່​ເຮັດ​ດ້ວຍ​ທອງ​ທີ່​ເປັນ​ວັດ​ຖຸ​ບູ​ຮານ​ຂອງ​ສວນ​ຢວນ​ມິງ​ຈີນ​ທີ່​ຖືກ​ກອງ​ທະ​ຫານ​ປະ​ສົມ​ອັງ​ກິດ​ແລະ​ຝຮັ່ງ​ປຸ້ນ​​ເອົາ​ໄປ​ຕ່າງ​ປະ​ເທດ​ໃນ​ໄລຍະ​ສົງ​ຄາມ.​ຕາມ​ແຜນ​ການ​ການ​ປະ​ມູນ​ຂາຍ​ຫົວ​ຫນູ​ແລະ​ຫົວ​ກະ​ຕ່າຍ​ທອງ​ຂອງ​ສວນ​ຢວນ​ມິງ​ຈະ​ຈັດ​ຂຶ້ນ​ໃນ​ເວ​ລາ 19 ​ໂມງ​ຂອງ​ວັນ​ທີ​25​ກຸມ​ພາ ຕາມ​ເວລາ​ປາ​ລີ.​ເມື່ອ​ຂ່າວ​ດັ່ງ​ກ່າວ​ເຜີຍ​ແຜ່​ມາ​ຮອດ​ຈີນ​ແລ້ວ,​ກໍ່​ເຮັດ​ໃຫ້​ມີ​ປະ​ຕິ​ກິ​ລິ​ຍາ​ຢ່າງ​ຮຸນ​ແຮງ.

ວັນທີ 19 ກຸມພານີ້ສະຫະພັນປົກປັກຮັກສາສິນລະປະຈີນຂອງເອີລົບໄດ້ມອບຫມາຍໂດຍດ່ວນໃຫ້ນາງຢິນສຽວຮົງທະນາຍຄວາມ
ຝຣັ່ງເຊື້ອສາຍຈີນຍື່ນໃບຮ້ອງຟ້ອງ ໃຫ້ສານທ້ອງຖິ່ນປາຣີ, ເພື່ອຮຽກຮ້ອງໃຫ້ເຊົາການປະມູນຂາຍຫົວສັດທອງຂອງສວນຢວນມິງ. 
ຕອນທ່ຽງວັນທີ 23 ກຸມພານີ້,  ສານທ້ອງຖິ່ນຂອງປາຣີໄດ້ພິຈາລະນາດ່ວນຕໍ່ຄະດີດັ່ງກ່າວ.ກໍ່ຄືວົງການຕ່າງໆໄດ້ຄາດຄະເນກ່ອນ ຫນ້ານີ້,,ສານບໍ່ສະຫນັບສະຫນູນຄຳຮ້ອງຂໍດັ່ງກ່າວທີ່ໃຫ້ເຊົາປະມູນ, ສາເຫດແມ່ນສະຫະພັນດັ່ງກ່າວບໍ່ມີສິດເປັນໂຈດ. ໃນທີ່ສຸດ, ການກະທຳ ດ້ານກົດຫມາຍກໍ່ບໍ່ສາມາດກີດຂວາງການປະມູນຂາຍໄດ້.


ວັນທີ 23 ກຸມພານີ້ ຫຼັງຈາກການພິຈາລະນາໃນສານໄດ້ສິ້ນສຸດລົງແລ້ວ, ນັກຂ່າວໄດ້ສຳພາດທ່ານເບີນາດໂກເມັສ໌ຄົນຝຣັ່ງປະທານ ສະຫະພັນປົກປັກຮັກສາສິນລະປະຈີນຂອງເອີລົບແລະທະນາຍຄວາມເຢິນສຽວຮົງ .  ສອງຄົນຕ່າງໄດ້ກ່າວວ່ານີ້ແມ່ນຜົນທີ່ພວກ ເພິ່ນໄດ້ຄາດຄະເນໄວ້ແລ້ວ ພວກເພິ່ນພຽງຫວັງໃຫ້ຜ່ານການກະທຳທີ່ມີຄວາມຫມາຍສັນຍະລັກເທື່ອນີ້ເພື່ອເຮັດໃຫ້ຄົນກຶກກອງ.  ກ່ອນອື່ນ, ຕ້ອງໃຫ້ຄົນຝຣັ່ງຮູ້ວ່ນີ້ແມ່ນປະຫວັດສາດຕອນຫນຶ່ງທີ່ຖືກບັນລະບາຍແບບງ່າຍແລະເຮັດໃຫ້ເຂົາເຈົ້າຮູ້ເວ່າເຄື່ອງຄຳ ຂອງຄູນຈຳນວນຫຼວງຫຼາຍທີ່ຖືກຮັກສາໄວ້ຢູ່ໃນຫໍພິພິດທະພັນຝຣັ່ງແລະເຮືອນພັກຫຼູຫຼາຂອງສ່ວນເອກະຊົນຝຣັ່ງລ້ວນແຕ່ມີປະ ຫວັດອັນຫນ້າທີ່ມີຄວາມເສົ້າສະຫຼົດໃຈແລະເປັນຕາຫນ້າອາຍ. ຖັດມາແມ່ນຕ້ອງໃຫ້ຄົນຈີນຮູ້ຈັກເພີ່ມທະວີສະຕິປົກປ້ອງວັດຖຸບູ ຮານ, ໂຈມຕີການຄ້າຂາຍ ວັດຖຸບຸຮານທາງລົບທີ່ຜິດກົດຫມາຍ,ພະຍາຍາມຕິດຕາມທວງເອົາວັດຖຸບູຮານເຫຼົ່ານັ້ນທີ່ຍັງຢູ່ໃນໄລຍະ ກຳນົດເວລາຟ້ອງຮ້ອງ 50ປີ
 
ການ​ກະທຳ​ດ້ານ​ກົດໝາຍ​ບໍ່​ໄດ້​ສະກັດ​ກັ້ນການ​ປະມູນ​ຂາຍຫົວ​ສັດ​ຄັ້ງນີ້,​ຈາກ​ນີ້​ພວກ​ເຮົາ​ຄວນ​ເຫັນ​ວ່າ ຖ້າ​ຢາກ​​ທວງເອົາ​​ວັດ​ຖຸບູຮານ​ຂອງ​ຈີນ​ຄືນ,ການ​ອາ​ໄສ​ສົນ​ທິ​ສັນ​ຍາ​ສາ​ກົນ​ຫຼື​ກົດ​ໝາຍ​ຕ່າງປະ​ເທດ​ທີ່​ປະຕິບັດ​ໃນ​ປະຈຸ​ບັນ​ນີ້,​ມັນບໍ່​ແມ່ນ​ເລື່ອງ​ງ່າຍ.​ທະ​ນາຍ​ຄວາມ​ເຢິ້ນ​ສຽວ​ຮົງ​ຍັງ​ເປີດ​ເຜີຍ​ຂໍ້​ປີກ​ຍ່ອຍ​ຂໍ້​ໜຶ່ງ​ທີ່​ເກີດ​ຂຶ້ນ​ໃນ​ສານ​ວ່າ:​ທະ​ນາຍ​ຄວາມ​​ຈຳ​ເລີຍ​ບອກ​ຜູ້​ພິ​ພາກ​ສາ​ວ່າ,​ຫຼາຍ​ມື້​ມາ​ນີ້,​ທ່ານ​ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ຜູ້​ຮັບ​ຜິດ​ຊອບ​ຂອງ​ຫໍ​ພິ​ພິດ ທະ​ພັນ​ຫຼາຍ​ແຫ່ງ,​ຜູ້​ຮັບ​ຜິດ​ຊອບ​ເຫຼົ່າ​ນີ້​ກ່າວ​ວ່າ,ຖ້າ​ວ່າ​ຈະ​ສົ່ງ​ວັດ​ຖຸ​ບູ​ຮານ​ທັງ​ໝົດ​ທີ່​ໄດ້​ມາ​ຈາກ​ຕ່າງ​ປະ​ເທດ​ນັ້ນ​ແລ້ວ,​ຫໍ​ພິ​ພິດ​ທະ​ພັນກໍ່​ບໍ່​ມີ​ຫຍັງ​​ເຫຼືອ​ແລ້ວ.​ແມ່ນ​ແທ້,​ຫໍ​ພິ​ພິດ​ທະ​ພັນ​ກີ​​ເມ​ຝະ​ຣັ່ງ​ທີ່​ມີ​ເຄື່ອງ​ສິ​ລະ​ປະ​ອັນ​ຍອດ​ຢ້ຽມ​ຂອງ​ຝ່າຍ​ຕາ​ເວັນ​ອອກ​ແລະ​ວັງ​ລູ​ເວີ​ທີ່​ມີ​ເຄື່ອງ​ສະ​ສົມ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ​ລ້ວນ​ແຕ່​​ເປັນ​​ແນວ​ນີ້​ໝົດ.​ສະ​ນັ້ນ,​ເວົ້າ​ຈາກ​ດ້ານ​ອາ​ລົມ​ຈິດ​ແລ້ວ,​ຄົນ​ຝະ​ຣັ່ງ​ແມ່ນ​ບໍ່​ຍອມ​ສົ່ງ​ຄືນ​ວັດ​ຖຸ​ບູ​ຮານ​ທີ່​ໄດ້​ມາ​ຈາກ​ຕ່າງ​ປະ​ເທດ. ​ຈິດ​ໃຈ​ອາ​ລົມ ​ແບບ​ນີ້​ໄດ້​ເພີ່ມ​ຄວາມ​ຫຍຸ້ງ​ຍາກ​ທີ່​ຈະ​ທວງ​ເອົາ​ວັດ​ຖຸ​ບູ​ຮານ​ຄືນ.ຄົນ​ຝະຣັ່ງບໍ່​ຍອມສົ່ງ​ຄືນ,​ແຕ່ຄົນ​ຈີນ​ກໍ່​ບໍ່ຍອມປະລະ​ວັດຖຸບູຮານຂອງ​ຕົນ.ສອງ​ຝ່າຍ​ຮ້ອງ​ຄຳ​ຂວັນ​ຜິດ​ຖຽງ​ກັນ​ກໍ່​ບໍ່​ມີ​ຜົນ​ປະ​ໂຫຍດ​ຫຍັງ,​ແລະ​ວັດ​ຖຸ​ບູ​ຮານ​ຍັງ​ນອນ​ຢູ່​ໃນ​ຕູ້​​ໂຊ​ຂອງ​ຕ່າງ​ປະ​ເທດ​ຢູ່​ຄື​ເກົ່າ.​ແຕ່​ສິ່ງ​ທີ່​ນອນ​ນີ້​ງຢູ່​ບໍ່​ພຽງ​ແຕ່​ແມ່ນ​ວັດ​ຖຸ​ບູ​ຮານ​ທໍ່​ນັ້ນ,​ຄວາມ​ເຂົ້າ​ໃຈ​ຕໍ່​ປະ​ຫວັດ​ສາດ​ແລະ​ທ່າ​ທີ​ຕໍ່​ປະ​ເທດ​ພວມ​ພັດ​ທະ​ນາ​ຂອງ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​,​ໄດ້​ມີ ການ​ປ່ຽນ​ແປງ​ຫຼາຍ​ປານ​ໃດ?​ໃນ​ຫຼາຍ​ຮ້ອຍ​ປີ​ຜ່ານ​ມາ.​ສິ່ງ​ທີ່​ຄົນ​ຈີນ​ຢາກ​ເອົາ​ຄືນ​ນັ້ນ​ບໍ່​ພຽງ​ແຕ່​ແມ່ນຫົວ​ສັດ​12​ລາ​ສີ​ຂອງ​ສວນ​ຢວນ​ມີ​ງທໍ່​ນັ້ນ,ຍັງ​ມີ​ຄວາມ​ຮັບ​ເຫັນ​ດີ​ແລະ​ຄວາມ​ໂຄ​ລົບ​ນັບ​ຖື​ຂອງ​ຄົນ​ຕາ​ເວັນ​ຕົກ​ທີ່​ມີ​ຕໍ່​ຄວາມ​ສິ​ວິ​ໄລ​ຂອງ​ຈີນ​ໃນ​12​ລາ​ສີ,​ແມ່ນ​ການ​ເອົາ​ຄືນ​ດ້ານ​ຈິດ​ໃຈ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>