ທ່ານ​ໂອ​ບາ​ມາ​ກ່າວ​ປາຖະ​ກະ​ຖາຢູ່​ລັດຖະ​ສະພາ​ເປັນ​ຄັ້ງ​ທຳ​ອິດ

(GMT+08:00) 2009-02-25 19:33:27 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI, ຕອນ​ຄ່ຳ​ວັນ​ທີ24​ກຸມພາ​ນີ້, ທ່ານ​ບາຣັກ ​ໂອ​ບາ​ມາ ປະທາ​ນາທິ​ບໍດີ​ອາ​ເມ​ລິ​ກາ​ໄດ້​ກ່າວ​ປາຖະ​ກະຖາ​ອັນ​ສຳຄັນຢູ່​ລັດຖະ​ສະພາ, ຮຽກຮ້ອງ​ໃຫ້​ປະຊາ​ຊົນ​ອາ​ເມ​ລິ​ກາ​ສ້າງ​ຄວາມ​ໝັ້ນ​ໃຈ​ຄືນ​ໃໝ່​ພາຍ​ໃຕ້​ສະພາບ​ຫຍຸ້ງຍາກ​ແຫ່ງ​ວິ​ກິດ​ການ​ເສດຖະກິດ​ປະຈຸ​ບັນ. ທ່ານ​ກ່າວ​ວ່າ, ລັດຖະ​ບານ​ຈະ​ເພີ່ມ​ງົບປະມານ​ໃນ​ດ້ານ​ພະລັງ​ງານ, ການ​ປະກັນ​ສຸຂະ​ພາບ​ແລະ​ການ​ສຶກ​ສາ, ​ແລະ​ເຕືອນ​ໃຫ້​ສະມາຊິກ​ລັດຖະ​ສະພາ​ຮູ້​ວ່າ, ການ​ກອບ​ກູ້​ຂະ​ແໜງ​ການ​ທະນາ​ຄານ​ເພື່ອ​ຮັບ​ປະ​ກັນ​ໃຫ້​ເສດຖະກິດ​ອາ​ເມ​ລິ​ກາ​ຈະ​ເລີ​ນຄືນ​ໃໝ່​ນັ້ນ​ອາດ​ຈະ​ຕ້ອງການ​ເງິນ​ທຶນ​ຫຼາຍ​ກວ່າ​ເກົ່າ.

ການ​ກ່າວ​ປາຖະ​ກະຖາ​ທີ່​ຖືກຂ່າວ​ສານ​ອາ​ເປ​ເອີ້ນ​ເປັນລະດັບ​ບົດ​ວິພາກ​ສະພາບ​​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ນັ້ນ​ແມ່ນ​ທ່ານ​ໂອ​ບາ​ມາ​ກ່າວ​ປາຖະກະຖາ​ຕໍ່​ສະມາຊິກ​ສະພາ​ສູງ​ແລະ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ຢູ່​ລັດຖະ​ສະພາ​ເປັນ​ຄັ້ງ​ທຳ​ອິດ​ພາຍ​ຫຼັງ​ທ່ານ​ຂຶ້ນ​ຮັບ​ຕຳ​ແໜ່ງປະ​ທານາ​ທິບໍ​ດີ​ອາ​ເມ​ລິ​ກາ, ສະ​ນັ້ນ, ຈິ່ງ​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ເອົາ​​ໃຈ​ໃສ່​ນຳ​. ພາຍຫຼັງ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ແລ້ວ, ທ່ານ​ໂອ​ບາ​ມາ​ໄດ້​ວາງ​ແຜນ​ກະ​ຕຸ້ນ​ເສດຖະກິດ​ທີ່​ມີ​ມູນ​ຄ່າ787​ຕື້​ໂດ​ລາ​ແລະ​ແຜນ​ສ້າງຕະ​ຫຼາດ​ທີ່​ດິນ​ແລະ​ເຮືອນ​ຢູ່​​ໃຫ້​ຈະ​ເລີ​ນທີ່​ມີ​ມູນ​ຄ່າ275​ຕື້​ໂດ​ລາ, ທ່ານ​ຍັງ​ເຈດ​ຕະນາ​ຮັກ​ສາ​ຄວາ​ມໝັ້ນຄົງ​ຂອງ​ຂະ​ແໜງ​ການ​ທະນາຄານ, ​ແຕ່​ປະຈຸ​ບັນ​ນີ້​ຍັງ​ບໍ່​​ໄດ້​ຜົນ​ປານ​ໃດ. ສະ​ນັ້ນ, ການ​ກ່າວ​ປາຖະກະຖາ​ເທື່ອ​ນີ້​ຖືກ​ຖື​ເປັນ​ໂອກາດ​ທີ່​ດີ​ທີ່​ສຸດ​ສຳລັບ​ທ່ານ​ໂອ​ບາ​ມາສະ​ແຫວງ​ຫາ​ຄວາມ​ສະໜັບ​ສະໜູນ​ຈາກ​ສະມາ​ຊິກ​ລັດຖະ​ສະພາ​ແລະ​ປະຊາຊົນ​ອາ​ເມ​ລິ​ກາ.

ໃນ​ເວລາ​ກ່າວ​ປາຖະ​ກະຖາ, ກ່ອນ​ອື່ນ, ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ເນັ້ນ​ວ່າ​ອາ​ເມ​ລິ​ກາ​ພວມ​ປະ​ເຊີນ​ກັບ​ວິ​ກິດ​ການ​ເສດຖະກິດ​ທີ່​ໜັກໜ່ວງ, ​ແລະ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ລັດຖະສະພາ​ທີ່ໄດ້​ຜ່ານ​ແຜນ​ການ​ກະ​ຕຸ້ນ​ເສດຖະກິດ​ຂອງ​ລັດຖະບານ​ໃນ​ຫວ່າງ​ບໍ່​ດົນ​ນີ້. ​ແຕ່​ທ່ານ​ຊີ້​ອອກ​ວ່າ, ຕໍ່ໜ້າ​ນີ້​ຍັງ​ມີ​ໄລຍະ​ທາງ​ຍາວ​ໄກ, ຕໍ່​ໄປ​ພາຍ​ໜ້າ, ຍັງ​ຕ້ອງ​ແກ້​ໄຂ​ບັນຫາ​ຢ່າງ​ຫຼວງຫຼາຍ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ໂອ​ມາ​ບາ​ຫວັງ​ໃຫ້​ປະຊາຊົນ​ສາມາດ​ຮັກສາ​ຄວາມ​ຄາດ​ຫວັງ​ທີ່ໃຈ​ເຢັນຕໍ່​ແຜນ​ການ​ກະ​ຕຸ້ນ​ເສດຖະກິດ​ຈະ​ບັງ​ເກີດ​ຜົນ​ໃນ​ໄລຍະ​ສັ້ນ. ​ແຕ່​ພ້ອມ​ກັນ​ນັ້ນ, ທ່ານ​ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຕໍ່​ປະຊາຊົນ​ອາ​ເມ​ລິ​ກາ​ວ່າ, ຊີວິດ​ໃນ​ອະນາຄົດ​ຈະ​ດີງາມ​ກວ່າ​ເກົ່າ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ, ທ່ານ​ຈະ​ຍື່ນ​ແຜນ​ງົບປະມານສະ​ບັບ​ທຳ​ອິດ​ພາຍ​ຫຼັງຂຶ້ນ​ຮັບ​ຕຳ​ແໜ່ງ​​ເປັນປະ​ທານາ​ທິບໍ​ດີ​ໃຫ້​ລັດຖະ​ສະພາ​ໂດຍ​ໄວ, ​ແລະ​ຖື​​ແຜນ​ງົບປະ ມານ​ດັ່ງ​ກ່າວ​ເປັນ​ແຜນຜັງທີ່​ກ່ຽວ​ພັນ​ກັບ​ອະ​ນາ​ຄົດ​ຂອງ​ອາ​ເມ​ລິ​ກາ. ທ່ານກ່າວ​ເນັ້ນ​ວ່າ, ​ແຜນງົບ​ປະມານ​ສະບັບ​ນີ້​ຈະ​ເອົາ​ບັນຫາ​ຕ່າງໆ ​ເຊັ່ນ​ພະລັງງານ, ການ​ປະກັນ​ສຸຂະພາບ​​, ການ​ສຶກສາ​​ແລະ​ອື່ນໆ​ເປັນ​ຈຸດ​ສຳຄັນ​ຂອງ​ວຽກ​ງານ​ລັດຖະບານ. ​ໂດຍ​ສະ​ເພາະ​ແມ່ນ​ສະ​​ແຫວງ​ຫາ​ຜົນສຳ​ເລັດໃນ​ຂົງ​ເຂດ​ພະ​ລັງ​ງານ, ​​ເພື່ອ​ເຮັດ​ໃຫ້​ອາ​ເມ​ລິ​ກາບໍ່​ເປັນ​ປະ​ເທດ​ທີ່​ອາ​ໃສ​ການຂາ​ເຂົ້າ​ນ້ຳມັນ​ເຊື້ອ​ໄຟ​ຈາກ​ຕ່າງປະ​ເທດ​ອີກ. ທ່ານ​ຫວັງ​​ໃຫ້ລັດ​ຖະສະ​ພາ​ສາມາ​ດຜ່ານ​ຮ່າງ​ກົດໝາຍ​ສະ​ບັບໜຶ່ງ​ເພື່ອຫຼຸດ​ການ​ລະບາຍ​ອາຍ​ຜິດ​ເຮືອນ​ແກ້ວ​ແຕ່ລະ​ປີ, ຈະ​ຈັດງົບປະມານ15ຕື້​ໂດ​ລາ​ໃຊ້​​ເຂົ້າ​ໃນ​ການ​ພັດທະນາ​ແລະ​ນຳ​ໃຊ້​ພະລັງງານ​ທີ່​​ເກີດ​ໃໝ່​ໄດ້. ທ່ານ​ກ່າວ​ວ່າ, ​ໃນ​ດ້ານ​ການ​ຜະລິດ​ແລະ​ນຳ​​ໃຊ້​ພະລັງງານ​ສະອາດ, ອາ​ເມ​ລິ​ກາ​ຕົກ​ຢູ່ຫຼັງ​ຂອງ​ຈີນ, ​ເຢຍລະ​ມັນ, ຢີ່ປຸ່ນ​ແລະ​ປະ​ເທດ​ອື່ນໆ,​ ທ່ານ​ຮຽກຮ້ອງ​ນັກທຸລະ​ກິດ​ອາ​ເມ​ລິ​ກາກໍ່​ບຸກໜ້າ​ບືນ​ຕົວ​ໃຊ້​ພາຫະນະ​ພັດທະ​ນາ​ວິທະຍາສາດເຕັກນິກ, ເຮັດ​ໃຫ້​ອາ​ເມ​ລິ​ກາ​ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ດ້ານນຳ​​ໃຊ້ພະ​ລັງ​ງານ​ທີ່​ມີ​ປະສິທິພາ​ບສູງ.

ທ່ານ​ກ່າວ​ເນັ້ນ​ວ່າ​ມາດ​ຕະການ​ກູ້​ຕະຫຼາດ​ຂອງ​ອາ​ເມ​ລິ​ກາ​ມີ​ຄວາມ​ຈຳ​ເປັນຕໍ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ.

ການ​ກ່າວ​ປາຖະ​ກະຖາ​ໃນ​ລັດຖະ​ສະພາ​ຂອງ​ທ່ານ​ໂອ​ບາ​ມາ​ເທື່ອ​ນີ້​ບໍ່ພຽງ​ແຕ່​ໄດ້​ຮັບ​ຄວາ​ມສົນ​ໃຈ​ຈາກ​ປະຊາ​ຊົນ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ, ປະ​ເທດ​ຕ່າງໆ​ຂອງ​ໂລກ​ກໍ່​​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ຢ່າງ​ໃກ້ຊິດ, ​ແຕ່​ຈົນ​ຮອດ​ຕອນ​ທ້າຍ​, ທ່ານ​ໂອ​ບາ​ມາ​ຈຶ່ງ​ໄດ້​ກ່າວ​ເຖິງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອາ​ເມ​ລິ​ກາ, ​ແລະ​ບໍ່​ໄດ້​​ເວົ້າ​ຫຼາຍ. ທ່ານ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ຖອນ​​ເອົາ​ກອງທັບ​ອາ​ເມ​ລິ​ກາ​ອອກ​ຈາກ​ອີຣັກ, ​ແຕ່​ບໍ່​ໄດ້​​ເວົ້າ​ເຖິງ​ຈະ​ໃຊ້​ຮູບ​ການ​ໃດ​ແລະ​ຕາຕະ​ລາງ​ເວລາ​ທີ່​ລະອຽດ. ທ່ານ​ກ່າວ​ວ່າ​ຈະ​ອອກ​ແຮງ​ສຸດ​ຂີດ​ຕໍ່ຕ້ານ​ອົງການ​ອານ​ເຄດາ​ແລະ​ກຸ່ມ​ລັດທິ​ກໍ່​ການ​ຮ້າຍ​ຢູ່​ອັຟ​ກາ​ນິສະຖານ​ແລະ​ປາ​ກິ​ສະຖານ, ​ແຕ່​ບໍ່​ໄດ້​ອະ​ທິ​ບາຍ​ຮູບ​ການ​ລະອຽດ​ເຊັ່ນ​ກັນ. ​ໃນ​ທີ່​ສຸດ, ທ່ານ​ໂອ​ບາ​ມາ​ກ່າວ​ເນັ້ນ​ວ່າ, ຍຸກ​ສະ​ໄໝ​ໃໝ່​ທີ່​ອາ​ເມ​ລິ​ກາ​ເຊື່ອມ​ໂຍງ​ກັບ​ໂລກ​ໄດ້​ມາ​ເຖິງ​ແລ້ວ, ລັດຖະບານ​ອາ​ເມ​ລິ​ກາ​ຈະ​ຮ່ວມ​ມື​ກັບປະ​ເທດ​ອື່ນໆ​ຮັບ​ມື​ກັບ​ການ​ທ້າ​ທາຍ. ນີ້​ຄື​ຊິ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ເຫັນ​ວ່າ, ວຽກງານ​ການ​ຕ່າງ​ປະ​ເທດ​ຂອງ​ອາ​ເມ​ລິ​ກາ​ໃນ​ອະນາຄົດ​ອາດ​ຈະ​ກ້າວ​ໄປ​ສູ່​ການ​ຮ່ວມ​ມື​ຫຼາຍ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>