ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 14 ຈະ​ເປີດ​ຫນ້າ​ໃຫມ່​ແຫ່ງ​ການ​ຣ່ວມ​ມື​ລະ​ຫວ່າງ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ

(GMT+08:00) 2009-02-26 15:07:50 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri:ກອງ​ປະຊຸມ​ສຸ​ດຍອດຂອງ​ສະມາຄົມ​ປະ​ເທດ​ອາຊີ​ອາຄະ​ເນ​ຫລື​ອາຊຽນຄັ້ງທີ 14 ຈະ​ຈັດ​ຂຶ້ນ​ຢູ່​ໄທ​ແຕ່​ວັນ​ທີ 27 ກຸມພາ​ຫາ​ວັນ​ທີ 1 ມີນາປີ​ນີ້.ກອງ​ປະຊຸມ​ເທື່ອ​ນີ້​ມີ​ຫົວ​ຂໍ້​ຄື:ກົດ​ບັດ​ອາຊ​ຽນຂອງ​ປະຊາຊົນ​ອາຊ​ຽນ.ຜູ່​ນຳ​ປະ​ເທດ​ຕ່າງໆ​ຈະ​ພ້ອມ​ກັນຫາ​ລື​ແຜນການ​ພັດທະນາ​ອາຊຽນ, ​ໂດຍ​ສະ​ເພາະ​ແມ່ນ​ຈະ​ວາງ​ແຜນການ​ລະອຽດ​ໃນ​ການ​ປະຕິບັດ​ກົດ​ບັດ​ອາຊຽນ, ​ເພື່ອ​ຊຸກ​ຍູ້​ຂະ​ບວນວິວັດ​ຫັນ​ອາຊຽນ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ,​ແລະ​ເປີດ​ຫນ້າ​ໃຫມ່​​ແຫ່ງ​ການຮ່ວມ​ມື​ກັນ​ລະຫວ່າງ​ປະ​ເທດ​ຕ່າງໆ​ຂອງ​ອາຊຽນ.ນອກ​ນີ້,ຜູ່​ນຳ​ປະ​ເທດ​ອາຊຽນຍັງ​ຈະ​ຫາລື​ບັນຫາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​,​ເພື່ອ​ພ້ອມ​ກັນຣັບມື​ກັບ​ສິ່ງ​ທ້າ​ທາຍ​ຍ້ອນ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ໃນ​ປັດຈຸບັນ.ອາຊຽນສ້າງຕັ້ງຂຶ້ນ​ຢູ່​ບາງກອກ ນະຄອນຫລວງ​ຂອງ​ໄທ​ໃນ​ວັນ​ທີ 8 ສິງຫາ 1967, ປັດຈຸບັນ​ມີ 10 ປະ​ເທດ​ສະມາຊິກ,ຄື ອິນ​ໂດ​ເນ​ເຊຍ ມະ​ເລ​ເຊຍ ຟິລິບ​ປິນ ສິງກະ​ໂປ ​ໄທ ບຼູ​ໄນ ຫວຽດນາມ ລາວ ມຽນມາ​ແລະ​ກຳປູ​ເຈຍ.​ເດືອນ​ພະຈິກ​ປີ 2007, ກອງ​ປະຊຸມ​ສຸ​ດຍອດ​ອາຊຽນຄັ້ງທີ 13 ​ໄດ້​ເຊັນ​ກົດ​ບັດ​ອາຊຽນຢູ່​ສິງກະ​ໂປ,ນີ້​ແມ່ນ​ເອກະສານ​ທີ່​ມີກຳລັງ​ຜູກ​ມັດ​ທາງ​ດ້ານ​ກົດຫມາຍ​ທົ່ວ​​ໄປ​ຕໍ່​ປະ​ເທດ​ສະມາຊິກ​ຕ່າງໆ​ສະບັບ​ທຳ​ອິດ​ຕັ້ງ​ແຕ່​ອາຊຽນສ້າງຕັ້ງຂຶ້ນ​ມາ,​ເຣັດ​ໃຫ້ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ຂອງອາຊ​ຽນ​ໄດ້​ເຂົ້າສູ່​ໄລຍະ​ໃຫມ່.
 
ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 14 ທີ່​ຈະ​ຈັດ​ຂຶ້ນ​​ໃນ​ໄວໆ​ນີ້​ ແມ່ນກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທຳ​ອິດ​ ນັບ​ແຕ່ກົດ​ບັດ​ອາຊ​ຽນມີ​ຜົນບັງຄັບ​ໃຊ້ໃນ​ເດືອນ​ທັນວາ ​ປີ 2008 ມານີ້, ຈະ​ກາຍ​ເປັນຫຼັກຫມາຍ​ທາງ​ອີກ​ໃນຂະ​ບວນວິວັດ​ຫັນ​ອາຊຽນ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ. ຕາມ​ກົດ​ບັດ​ອາຊ​ຽນ,ອາຊຽນຈະສ້າງຕັ້ງ​ປະຊາ​ຄົມ​ອາຊ​ຽນກ່ອນ​ປີ 2015, ປະຊາ​ຄົມ​ດັ່ງກ່າວ​ຈະ​ປະກອບ​ດ້ວຍ 3ພາກສ່ວນ​ຄື:  ປະຊາ​ຄົມ​ຄວາມ​ຫມັ້ນຄົງ​ດ້ານ​ການ​ເມືອງ ປະຊາ​ຄົມ​ເສດຖະກິດ​ ແລະ​ປະຊາ​ຄົມ​ວັດທະນະທຳ​ສັງຄົມ,​ ​ເຮັດ​ໃຫ້​ອາຊ​ຽນ​ມີ​​ເປົ້າຫມາຍ  ຖານະດຽວກັນ, ​ແລະມີ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນໃນ​ອະນາຄົດ​, ​ເພື່ອພ້ອມກັນ​ຮັບ​ມື​ກັບ​ສິ່ງທ້າ​ທາຍ​ໃນ​ອະນາຄົດ.  ​ແຜນ​ການ​ເຫຼົ່ານີ້ ​ສະ​ແດງ​ໃຫ້​ເຫັນ​ວ່າປະ​ເທດ​ຕ່າງໆ​ຂອງ​ອາຊ​ຽນ​ໄດ້ຢ່ວງບາດກ້າວ​ຫນຶ່ງອີກ ​ເພື່ອ​ບັນ​ລຸ​​ເປົ້າ​ຫມາຍ​ແຫ່ງການຫັນ​ອາຊຽນ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​ໃນ​ປີ 2015,  ມີ​ຄວາມ​ຫມາຍ​ສຳຄັນ​ທີ່​ສຸດ​ຕໍ່​ການ​ພັດທະນາ​ຂອງ​ອາຊຽນ​ໃນ​ອະນາຄົດ.

ນອກຈາກການຫັນ​ອາຊຽນ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​ແລ້ວ, ການ​ຄົ້ນຄວ້າ​ຫາລື​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ເງິນ, ​ເພື່ອ ພ້ອມກັນ​ຮັມມື​ກັບ​ສະພາບເສດຖະກິດຂອງ​ໂລກ​ແລະ​ພາກພື້ນ ທີ່ຂ້ຽວຂາດ ໃນ​ປະຈຸ​ບັນນັ້ນ​ ກໍ່​ແມ່ນຫນຶ່ງ​ໃນຫົວ​ຂໍ້​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊ​ຽນ​ເທື່ອ​ນີ້.  ປະຈຸ​ບັນ, ​ເສດຖະກິດປະ​ເທດ​ຕ່າງໆ​​​ຂອງ​ອາຊີ​ກໍ່​ຄື​ກັບແຫ່ງ​ອື່ນໆ​ໃນ​ໂລກ​ ລ້ວນ​ແຕ່​ໄດ້​ຖືກຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ການ​ເງິນທົ່ວ​ໂລກ, ສະນັ້ນ, ການ​ເພີ່ມທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ເງິນ​ໃນ​ພາກພື້ນ​​ນີ້ ຈຶ່ງກາຍ​ເປັນຄວາມຕ້ອງການ​ແລະ​ຄວາມ​ປາຖະຫນາ​ຮ່ວມ​ຂອງ​ປະ​ເທດ​ຕ່າງໆ.
 
ໃນ​ກອງ​ປະຊຸມວິສາມັນລັດຖະມົນຕີກະຊວງ​ການ​ເງິນຂອງ​ອາຊຽນກັບ​ຈີ​ນ​ຍີ່ປຸ່ນ​​ແລະ​ສ.ເກົາຫຼີ​ທີ່​ຈັດ​ຂຶ້ນ​​ຢູ່​ເກາະ​ພູ​ເກັດຂອງໄທ​ໃນ​ຫຼາຍ​ມື້ກ່ອນ. ລັດຖະມົນຕີຕ່າງໆທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ບັນລຸ​ຄວາມ​ຄິດຄວາມ​ເຫັນ​​ເປັນ​ເອກະສັນ​ກັນທີ່​ສຳຄັນ,​ໂດຍ​ສະ​ເພາະ​ແມ່ນ​ເປັນ​ເອກະສານ​ກັນ​ເໜັນ​ດີເປີດ​ກວ້າງ​ຂະໜາດ​ຂອງ​ຄັງ​ສຳຮອງສະ​ສົມ​ເງິນຕາ​ຕ່າງ​ປະ​ເທດ​ຂອງ​ພັກ​ພື້ນທີ່​ກຳລັງ​ສ້າງ​ນັ້ນ​ຈາກ 80 ຕື້​ໂດ​ລາຂຶ້ນ​ເປັນ 120 ຕື້​ໂດ​ລາ​ ເພື່ອ​ເສີມ​ສ້າງຄວາມ​ສາ​ມາດ ຕ້ານຄວາມ​ສ່ຽງ​ດ້ານ​ກາ​ນເງິນ ຂອງ​ປະ​ເທ​ດພາກ​ພື້ນ​ນີ້​, ຄາດ​ວ່າ,ກອງ​ປະຊຸມ​ສຸດ​ຍອດ​ອາຊຊຽນຄັ້ງ​ນີ້​ຈະ​ປຶກສາ​ກາ​ລືບັນຫາ​ດັ່ງ​ກ່າວ​ຕື່ມ​ອີກ.ນອກຈາກ​ຜູ້ນຳ​ຂອງ​ປະ​ເທ​ດຕ່າງໆ​ແລ້ວ ຍັງ​ມີ​ລັດ​ຖະ​ມົນ​ຕີກະຊວງ​ການຕ່າງປະ​ເທດ ​ແລະ​ລັດ​ຖະ​ມົນຕີ​ເສດຖະກິດຂອງ​ປະ​ເທດ​ຕ່າງໆ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້. ບັນດາ​ລັດຖະມົນຕີ​ກະຊວງ​ການຕ່າງປະເທດ​ແລະ​ເສດຖະກິດຈະ​ເຊັນສັນ​ຍາຕ່າງ​ໆໃນກອງ​ປະ​ຊົມຄັ້ງນີ້. ສັນຍາ​ເຫຼົ່ານ​ນີ້​ລ້ວນແຕ່​ແມ່ນ​ເອ​ກະ​ສານ​ທາງ​ກົດໜາຍທີ່​ຂາດເຂີນບໍ່​ໄດ້ໃນຂະບວນ​ການອາ​ຊຽນ​ເຊື່ອມ​ໂຍງ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>